ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ທ່ານໂຈ ໄບເດັນ ຊະນະທີ່ລັດຈໍເຈຍ ໂດຍເຮັດໃຫ້ລັດດັ່ງກ່າວ ເປັນຂອງພັກເດໂມແຄຣັດ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ພວມຖະແຫຼງທີ່ໂຮງລະຄອນຄວີນ ໃນນະຄອນວິລມິງຕັນ ລັດເດລາແວ ເມື່ອວັນທີ 19 ພະຈິກ 19, 2020.

ທ່ານໂຈ ໄບເດັນ ເປັນຜູ້ຊະນະທີ່ລັດຈໍເຈຍ ຊຶ່ງເປັນໄຊຊະນະທີ່ບໍ່ຄ່ອຍໄດ້ເຫັນກັນ ຢູ່ໃນລັດພາກໃຕ້ແຫ່ງນີ້ ທີ່ບໍ່ໄດ້ປ່ອນບັດເອົາຜູ້ສະໝັກເປັນປະທານາທິບໍດີພັກເດໂມແຄຣັດ ມາໄດ້ເກືອບ 30 ປີແລ້ວ.

ອົງການຂ່າວເອພີ ໄດ້ປະກາດໃຫ້ທ່ານໄບເດັນ ເປັນຜູ້ຊະນະທີ່ລັດຈໍເຈຍ ແລະໄດ້ຮັບຄະແນນຜູ້ແທນລັດ 16 ຄະແນນໃນວັນພະຫັດວານນີ້ຫຼັງຈາກເຈົ້າໜ້າທີ່ເລືອກຕັ້ງຂອງລັດດັ່ງກ່າວເວົ້າວ່າ ການນັບຄະແນນສຽງດ້ວຍມືໃນການເລືອກຕັ້ງປະທານາທິບໍດີ ໃຫ້ການຢືນຢັນວ່າ ອະດີດຮອງປະທານາທິບໍດີໄບເດັນ ນຳໜ້າປະທານາທິບໍດີດໍໂນລ ທຣຳ ປະມານ 12,000 ຄະແນນ ຈາກບັດທີ່ນັບທັງໝົດເກືອບ 5 ລ້ານບັດ.

ອົງການຂ່າວເອພີ ປະກາດໃຫ້ທ່ານໄບເດັນ ເປັນປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ຫຼັງຈາກທ່ານໄດ້ຮັບຄະແນນຜູ້ແທນລັດກາຍ 270 ສຽງຕາມທີ່ຕ້ອງການເພື່ອຈະໄດ້ເປັນປະທານາທິບໍດີ. ລັດຈໍເຈຍໄດ້ເຮັດໃຫ້ຜູ້ສະໝັກຈາກພັກເດໂມແຄຣັດໄດ້ຮັບຄະແນນຜູ້ແທນລັດທັງໝົດເພີ້ມຂຶ້ນເປັນ 306 ຄະແນນ.

ອົງການຂ່າວເອພີບໍ່ໄດ້ປະກາດວ່າ ທ່ານໄບເດັນເປັນຜູ້ຊະນະ ຫຼັງຈາກເຈົ້າໜ້າທີ່ໃນລັດຈໍເຈຍເສັດສິ້ນການນັບຄະແນນສຽງ ແລະເປີດເຜີຍຜົນການເລືອກຕັ້ງປະທານາທິບໍດີໃນຂັ້ນຕົ້ນຍ້ອນຄະແນນສຽງທີ່ລື່ນທ່ານທຣຳໃນລັດດັ່ງກ່າວມີແຕ່ 0.3 ເປີເຊັນ. ມັນເປັນການປະຕິບັດຂອງອົງການຂ່າວເອພີທີ່ບໍ່ໄດ້ປະກາດການແຂ່ງຂັນທີ່ມີ ຫຼືມີທ່າທາງວ່າອາດຈະພາໃຫ້ມີການນັບຄະແນນສຽງຄືນໃໝ່. ໃນຂະນະທີ່ບໍ່ໄດ້ມີກົດໝາຍບັງຄັບໃນການນັບຄະແນນຄືນໃໝ່ຢູ່ລັດຈໍເຈຍ ແຕ່ກົດໝາຍຂອງລັດດັ່ງກ່າວສະໜອງທາງເລືອກໃຫ້ແກ່ຜູ້ທີ່ໄດ້ຄະແນນສຽງເປັນຮອງ
ຖ້າຫາກມີຄະແນນໃກ້ຄຽງບໍ່ຮອດ 0.5 ເປີເຊັນ.

ການນັບຄະແນນສຽງດ້ວຍມືໄດ້ເສັດສິ້ນລົງໃນອາທິດນີ້ ບໍ່ແມ່ນການນັບຄະແນນສຽງຄືນໃໝ່ທີ່ຖືກຕ້ອງ ພາຍໃຕ້ກົດໝາຍຂອງລັດຈໍເຈຍ. ແຕ່ມັນເປັນການແຂ່ງຂັນທີ່ຖືກເລືອກ ໂດຍຫົວໜ້າຮັບຜິດຊອບໃນການເລືອກຕັ້ງ ທ່ານແບຣດ ແຣັຟ-ເຟັນສເພີເກີ (Brad Raffensperger) ເພື່ອໃຫ້ມີການທົບທວນຄືນພາຍໃຕ້ກົດໝາຍໃໝ່ຂອງລັດ ທີ່ກ່າວວ່າ ການແຂ່ງຂັນໃດນຶ່ງໃນການເລືອກຕັ້ງທົ່ວໄປຕ້ອງໄດ້ມີການກວດຄືນໂດຍການນັບຄະແນນສຽງດ້ວຍມື ທີ່ເຄື່ອງຈັກນັບບັດໄປແລ້ວຢ່າງຖືກຕ້ອງ. ທ່ານແຣັຟເຟັນສເພີເກີກ່າວວ່າການມີຄະແນນສຽງໃກ້ຄຽງກັນໃນ
ການເລືອກຕັ້ງປະທານາທິບໍດີ ໝາຍເຖິງ ການນັບບັດຄະແນນສຽງດ້ວຍມືຢ່າງຄົບຖ້ວນແມ່ນມີຄວາມຈຳເປັນເພື່ອຈະເຮັດໃຫ້ການກວດກາມີຄວາມສົມບູນ.

ໃນຂະນະທີ່ ບໍ່ໄດ້ນັບບັດຄະແນນສຽງຄືນຢ່າງເປັນທາງການ ພາຍໃຕ້ກົດໝາຍຂອງລັດ ການນັບບັດຄະແນນສຽງດ້ວຍມືທີ່ຈັດຂຶ້ນເພື່ອໃຫ້ການກວດກາເສັດສິ້ນໄປນັ້ນ ແມ່ນເປັນການນັບບັດຄືນທີ່ມີປະສິດທິຜົນສຳລັບທາງປະຕິບັດ.

ການນັບບັດຄະແນນສຽງເທື່ອທີສອງປາກົດວ່າ ມີພຽງບໍ່ເທົ່າໃດພັນບັດທໍ່ນັ້ນທີ່ບໍ່ໄດ້ຖືກນັບໃນເທື່ອທຳອິດຊຶ່ງເປັນການພຽງພໍໃນການມີຄະແນນນຳໜ້າຂອງທ່ານໄບເດັນ ແຕ່ກໍບໍ່ໄດ້ເຮັດໃຫ້ຜົນຂອງການເລືອກຕັ້ງມີການປ່ຽນປ່ຽນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG