ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຈໍເຈຍ ຖືກສັ່ງ ໃຫ້ນັບບັດຄະແນນ ຂອງທ່ານທຣຳ ແລະທ່ານໄບເດັນ ຄືນໃໝ່


ພວກເຈົ້າໜ້າທີ່ພວມນັບບັດ ທີ່ສູນກາງຈົດທະບຽນແລະນັບບັດ
Gwinnett ໃນເມືອງ Lawrenceville, ໃກ້ໆນະຄອນແອັດແລນຕາ ເມື່ອວັນທີ 6 ພະຈິກ 2020.
ພວກເຈົ້າໜ້າທີ່ພວມນັບບັດ ທີ່ສູນກາງຈົດທະບຽນແລະນັບບັດ Gwinnett ໃນເມືອງ Lawrenceville, ໃກ້ໆນະຄອນແອັດແລນຕາ ເມື່ອວັນທີ 6 ພະຈິກ 2020.

ເຈົ້າໜ້າທີ່ເລືອກຕັ້ງຂັ້ນສູງໃນລັດຈໍເຈຍທາງພາກໃຕ້ຂອງສະຫະລັດ ໃນວັນພຸດວານນີ້ ໄດ້ສັ່ງໃຫ້ກວດບັດເລືອກຕັ້ງດ້ວຍມືຍ້ອນຄະແນນສຽງສູສີກັນ ລະຫວ່າງປະທານາທິບໍດີ ດໍໂນລ ທຣຳ ແລະຜູ້ທີ່ຄາດວ່າ ຖືກເລືອກໃຫ້ເປັນປະທານາທິ ບໍດີ ໂຈ ໄບເດັນ.

ໂດຍທີ່ບັດເລືອກຕັ້ງໄດ້ຖືກນັບເກືອບທັງໝົດ ຢູ່ໃນລັດຈໍເຈຍ ຜູ້ທ້າຊີງເອົາຕຳແໜ່ງໃນທຳນຽບຂາວໄລຍະສີ່ປີຈາກພັກເດໂມແຄຣັດຂອງທ່ານທຣຳ ແມ່ນມີຄະແນນນຳໜ້າ 14,112 ຄະແນນ ຈາກເກືອບ 5 ລ້ານຄະແນນສຽງ ທີ່ໄດ້ປ່ອນໄປໃນລັດດັ່ງກ່າວ.

ຜູ້ຮັບຜິດຊອບການເລືອກຕັ້ງຂອງລັດ ທ່ານແບຣດ ລາຟເຟັນສເປີເກີ ສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ ທ່ານຢາກໃຫ້ທ່ານທຣຳ ຊະນະການເລືອກຕັ້ງ ແຕ່ໄດ້ໂຕ້ແຍ້ງຕໍ່ການກ່າວອ້າງຂອງພັກຣີພັບບລີກັນ ທີ່ວ່າ ການນັບຄະແນນສຽງຂອງລັດຈໍເຈຍ ໄດ້ປະສົບກັບບັນຫາຍ້ອນຄວາມຜິດປົກກະຕິຕ່າງໆ. ລັດຈໍເຈຍບໍ່ໄດ້ລົງຄະແນນສຽງໃຫ້ຜູ້ສະໝັກເປັນປະທານາທິບໍດີຈາກພັກເດໂມແຄຣັດ ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ.

ໃນຂະນະທີ່ທ່ານໄດ້ປະກາດການກວດສອບຄະແນນສຽງຂອງລັດຈໍເຈຍຢ່າງໃກ້ຊິດ ທ່ານລາຟເຟັນສເປີເກີ ໄດ້ນຳເອົາບັນດາເຈົ້າໜ້າທີ່ເລືອກຕັ້ງຂອງທ້ອງຖິ່ນເຂົ້າມາຮ່ວມນຳທ່ານດ້ວຍ ແລະໄດ້ກ່າວໃຫ້ການສະໜັບສະໜຸນ ແລະຊື່ນຊົມວຽກງານຂອງພວກເຂົ້າເຈົ້າ.

ທ່ານລາຟເຟັນສເປີເກີ ໄດ້ກ່າວວ່າ “ວຽກຂອງພວກເຂົາເຈົ້າແມ່ນຍາກ. ພວກເຂົາເຈົ້າໄດ້ປະຕິບັດຄວາມຮັບຜິດຊອບທຸກຢ່າງ ແລະພວກເຂົາເຈົ້າເຮັດໜ້າທີ່ຂອງພວກເຂົາເຈົ້າ.”

ທ່ານໄດ້ກ່າວອີກວ່າ ທ່ານຈະເຊື້ອເຊີນທັງຜູ້ສັງເກດການຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນ ໃຫ້ເຂົ້າມາເບິ່ງການນັບຄະແນນຄືນໃໝ່ ຍ້ອນວ່າ “ມັນເປັນການເດີມພັນທີ່ສູງ.”

ບັດເລືອກຕັ້ງທັງຫຼາຍ ຈະຖືກສະແກນຄືນໃໝ່ດ້ວຍຄອມພິວເຕີຢູ່ໃນລັດ ນອກ ຈາກການກວດເບິ່ງຄືນໃໝ່ໂດຍມະນຸດບັດເລືອກຕັ້ງທີ່ພິມອອກມານັ້ນ ຊຶ່ງເປັນຂັ້ນຕອນທີ່ບັນດາເຈົ້າໜ້າທີ່ຫວັງວ່າ ຈະແລ້ວສຳເລັດພາຍໃນວັນທີ 20 ພະຈິກ.

“ອັນນີ້ຈະຊ່ອຍສ້າງຄວາມໝັ້ນໃຈໄດ້” ທ່ານລາຟເຟັນສເປີເກີ ໄດ້ກ່າວອອກໄປ ແລະກ່າວຕື່ມອີກວ່າ “ມັນຈະເປັນການກວດກາ ການນັບຄືນໃໝ່ ແລະ ການ ກວດເບິ່ງຄືນຢ່າງລະອຽດ ທັງໝົດພ້ອມກັນບາດດຽວ.”

ອີງຕາມການນັບຄະແນນທີ່ບໍ່ເປັນທາງການໃນທົ່ວສະຫະລັດນັ້ນ ທ່ານໄບເດັນ ກໍໄດ້ເປັນຜູ້ຊະນະຄະແນນປະຊາຊົນໄປແລ້ວ ໂດຍໄດ້ຄະແນນຈາກຜູ້ແທນຈາກລັດຕ່າງໆພຽງພໍ ຫຼາຍກວ່າ 270 ຄະແນນສຽງສ່ວນຫຼາຍ ທີ່ຕ້ອງການ ໃນຈຳ ນວນຄະແນນ ຂອງບັນດາສະມາຊິກຜູ້ແທນລັດທັງໝົດ 538 ຄົນ ທີ່ເອີ້ນວ່າ Electoral College ເພື່ອທີ່ຈະກ່າວອ້າງໄດ້ວ່າ ເປັນຜູ້ຊະນະເລີດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG