ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດເທັກຊັສ ມີຜູ້ຕິດພະຍາດ ໂຄວິດ-19 ກາຍ 1 ລ້ານກໍລະນີແລ້ວ


ເຈົ້າໜ້າທີ່ພວມກຽມເຂົ້າໄປເຮັດວຽກ ຢູ່ໜ່ວຍປິ່ນປົວໂຄວິດ-19 ທີ່ໂຮງໝໍ Starr County Memorial Hospital ໃນເມືອງ Rio Grande ລັດເທັກຊັສ.
ເຈົ້າໜ້າທີ່ພວມກຽມເຂົ້າໄປເຮັດວຽກ ຢູ່ໜ່ວຍປິ່ນປົວໂຄວິດ-19 ທີ່ໂຮງໝໍ Starr County Memorial Hospital ໃນເມືອງ Rio Grande ລັດເທັກຊັສ.

ເທັກຊັສ ໃນວັນພຸດວານນີ້ ໄດ້ກາຍເປັນລັດທຳອິດ ໃນສະຫະລັດ ມີກໍລະນີຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການຢືນຢັນ ກາຍ 1 ລ້ານກໍລະນີ ໂດຍມີລັດຄາລີຟໍເນຍຕິດຕາມມາຢ່າງໃກ້ຊິດ.

ເຈົ້າໜ້າທີ່ສາທາລະນະສຸກຢູ່ໃນລັດເທັກຊັສ ຊຶ່ງມີພົນລະເມືອງຫຼາຍເປັນອັນດັບ 2 ຂອງປະເທດ ໄດ້ບັນທຶກກໍລະນີຕິດເຊື້ອໃໝ່ 10,800 ກໍລະນີໃນວັນອັງຄານຜ່ານມາ​ ຊຶ່ງເປັນກໍລະນີຕິດເຊື້ອປະຈໍາວັນ ສູງເປັນປະຫວັດການໃໝ່. ເຖິງແມ່ນພວກເຈົ້າໜ້າທີ່ຍັງບໍ່ມີແຜນການຈຳກັດຮັດແຄບໃນທັນທີເພື່ອເຮັດໃຫ້ການແຜ່ລະຊ້າລົງກໍຕາມ ອົງການຂ່າວເອພີລາຍງານວ່າ ຫົວໜ້າສາທາ ລະນະສຸກ ໃນເຂດເມືອງຟອດເວີດ (Fort Worth) ຊຶ່ງເປັນຫົວເມືອງໃຫຍ່ອັນດັບ 5 ຢູ່ໃນລັດດັ່ງກ່າວ ເລີ້ມຊຸກຍູ້ໃຫ້ຢຸດເຊົາການແຂ່ງຂັນກິລາ ລະຫວ່າງພວກຊາວໜຸ່ມແລະໂຮງຮຽນຕ່າງໆ. ໂຮງພະຍາບານໃນເຂດຊົນນະບົດບາງແຫ່ງ ໄດ້ປຸກຕູບຜ້າຕັ້ງ ຢູ່ນອກຕຶກອາຄານ.

ໃນວັນພຸດວານນີ້ ເຈົ້າໜ້າທີ່ສາທາລະນະສຸກຂອງລັດ ລາຍງານວ່າ ມີ 6,779 ຄົນ ເຂົ້າຮັບການປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆແລະມີຄົນປ່ວຍໃໝ່ 609 ຄົນຫາກໍເຂົ້າໂຮງໝໍ ຊຶ່ງເປັນຈຳນວນທີ່ສູງທີ່ສຸດພາຍໃນເວລານຶ່ງມື້ ນັບຕັ້ງແຕ່ໄດ້ມີການຈົດບັນທຶກມາ.

ຈຳນວນຜູ້ຕິດເຊື້ອທີ່ແທ້ຈິງ ມີທ່າທາງວ່າອາດຈະສູງກວ່ານັ້ນ ຍ້ອນວ່າມີຫຼາຍໆຄົນບໍ່ໄດ້ຖືກກວດ ແລະການສຶກສາແນະນຳວ່າ ຜູ້ຄົນສາມາດຕິດເຊື້ອໄດ້ ໂດຍທີ່ບໍ່ຮູ້ສຶກວ່າຕົນປ່ວຍ.

ຢູ່ໃນສະຫະລັດໂດຍລວມ ມີຜູ້ເຂົ້າຮັບການປິ່ນປົວຢູ່ຕາມໂຮງໝໍຕ່າງໆ 61,964 ຄົນໃນວັນອັງຄານທີ່ຜ່ານມາ ຊຶ່ງໄດ້ທຳລາຍສະຖິຕິບັນທຶກການໃນເຂົ້າຮັບການປິ່ນປົວຢູ່ໂຮງໝໍຫຼາຍສຸດ ໃນໄລຍະນຶ່ງວັນໃນກາງເດືອນເມສາທີ່ມີ 2,000 ກວ່າຄົນ.

ໃນຂະນະທີ່ການລະບາດຂອງໂຄວິດ-19 ຢູ່ໃນທົ່ວສະຫະລັດພວມຮ້າຍແຮງຂຶ້ນຢູ່ນີ້ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດຫຼື CDC ກໍໄດ້ປ່ຽນ ແປງຄຳແນະນຳຂອງຕົນກ່ຽວກັບການໃສ່ໜ້າກາກ. ອົງການ CDC ຊຶ່ງເປັນອົງການຈັດຕັ້ງຂອງລັດຖະບານກາງ ກ່າວໃນວັນອັງຄານຜ່ານມານີ້ວ່າ ການໃສ່ໜ້າກາກບໍ່ພຽງແຕ່ຈະປົກປ້ອງຜູ້ອື່ນເທົ່ານັ້ນ ແຕ່ຍັງໃຫ້ການຄຸ້ມຄອງສ່ວນບຸກຄົນ ທີ່ໃສ່ໜ້າກາກນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG