ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ຂອງສະຫະລັດ ປາກົດວ່າ ຈະເຫັນພ້ອມ ກັບກົດໝາຍຮັກສາສຸຂະພາບ


ພວກສະໜັບສະໜຸນ ປະກັນໄພສຸຂະພາບລາຄາຖືກ ໂຮມຊຸມນຸມ ທີ່ສານສູງສຸດສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 25 ມິຖຸນາ 2015.
ພວກສະໜັບສະໜຸນ ປະກັນໄພສຸຂະພາບລາຄາຖືກ ໂຮມຊຸມນຸມ ທີ່ສານສູງສຸດສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 25 ມິຖຸນາ 2015.

ສຽງສ່ວນຫຼາຍຂອງສານສູງສຸດສະຫະລັດ ໃຫ້ສັນຍານໃນວັນອັງຄານວານນີ້ວ່າ ຕົນມີທ່າທາງວ່າຈະໃຫ້ການປະຕິເສດຕໍ່ການດຳເນີນຄວາມພະຍາຍາມຂອງພັກຣີພັບບລີກັນ ທີ່ຈະປະກາດໃຫ້ກົດໝາຍປະກັນໄພສຸຂະພາບລາຄາຖືກຂອງປະ ເທດບໍ່ຖືກຕ້ອງຕາມກົດໝາຍທີ່ໃຫ້ປະກັນໄພດ້ານການແພດແກ່ຊາວອາເມຣິກັນຫຼາຍໆລ້ານຄົນນັ້ນ.

ໃນການຮັບຟັງຄຳໃຫ້ການທີ່ນະຄອນຫຼວງວໍຊິງຕັນຕໍ່ໜ້າຜູ້ພິພາກສາ 9 ຄົນ ຊຶ່ງ 2 ຄົນໃນນັ້ນ ແມ່ນນັກກົດໝາຍອະນຸລັກນິຍົມ ຄືຫົວໜ້າຜູ້ພິພາກສາ ຈອນ ໂຣເບີດ ແລະຜູ້ພິພາກສາແບຣັດ ຄາວານໍ ຕ່າງກໍໄດ້ສະແດງໃຫ້ເຫັນວ່າພວກເພິ່ນ ມີທ່າອຽງທີ່ຈະເຂົ້າຮ່ວມກັບຜູ້ພິພາກສາຫົວເສລີ 3 ທ່ານທີ່ຢູ່ໃນສານສູງສຸດເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີຜົນບັງຄັບໃຊ້ຕໍ່ໄປ.

ກົດໝາຍປະກັນໄພສຸຂະພາບລາຄາຖືກ ທີ່ໄດ້ມີການປະກາດໃຊ້ ໃນປີ 2012 ແລະໄດ້ຮັບການຄັດຄ້ານ ຢ່າງແຂງຂັນ ຈາກພັກຣີພັບບລີກັນ ນັບຕັ້ງແຕ່ໄດ້ມີ ການເລີ້ມຕົ້ນມານັ້ນ ພວມຊອກຫາຊ່ອງທາງ ສ້າງແຮງຈູງໃຈໃຫ້ແກ່ຊາວອາເມຣິກັນໄປຊື້ປະກັນໄພສຸຂະພາບເອກກະຊົນ ໃນຂະນະທີ່ຂະຫຍາຍການເຂົ້າເຖິງປະກັນໄພສຸຂະພາບທີ່ໄດ້ຮັບທຶນໜຸນຫຼັງຈາກລັດຖະບານ ສຳລັບພວກຄົນທຸກ.

ພວກເຈົ້າໜ້າທີ່ປະຈຳລັດຂອງພັກຣີພັບບລີກັນ ໂດຍໄດ້ຮັບການໜຸນຫຼັງຈາກລັດຖະບານປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວຢ້ຳໃນລະຫວ່າງການຮັບຟັງຄຳໃຫ້ການວ່າ ກົດໝາຍດັ່ງກ່າວທັງໝົດຄວນຈະຖືກຍົກເລີກ ໃນເມື່ອວ່າລັດຖະສະພາໃນປີ 2017​ ໄດ້ຫຼຸດການປັບໃໝໃນດ້ານພາສີລົງເຫຼືອແຕ່ 0 ທີ່ຊາວອາເມຣິກັນຕ້ອງໄດ້ຈ່າຍ ຖ້າພວກເຂົາເຈົ້າບໍ່ໄດ້ຊື້ປະກັນໄພດັ່ງກ່າວ.

ແຕ່ທ່ານຄາວານໍ ທີ່ທ່ານທຣຳໄດ້ແຕ່ງຕັ້ງໃຫ້ເຂົ້າໄປນັ່ງໃນສານ ກ່າວວ່າ “ເບິ່ງແລ້ວກໍຮູ້ສຶກຂ້ອນຂ້າງເປັນທີ່ຈະແຈ້ງວ່າ ການແກ້ໄຂທາງທີ່ເໝາະສົມກໍອາດຈະແມ່ນໃຫ້ຕັດຂໍ້ບັງຄັບນັ້ນອອກແລະປ່ອຍໃຫ້ສ່ວນທີ່ເຫຼືອທັງໝົດຂອງກົດໝາຍດັ່ງ ກ່າວຍັງຢູ່ຄືເກົ່າ.”

ທ່ານໂຣເບີດ ກໍໃຫ້ຄວາມເຫັນ ທີ່ຄ້າຍຄືກັນນີ້ ຊຶ່ງທ່ານກ່າວວ່າ “ລັດຖະສະພາຈົ່ງປ່ອຍໃຫ້ສ່ວນທີ່ເຫຼືອຂອງກົດໝາຍຍັງຢູ່ຄືເກົ່າ ເວລາໃດທີ່ມັນໄດ້ຫຼຸດການປັບໃໝລົງເຫຼືອ 0 ແລ້ວ.”

ສະມາຊິກຫົວເສລີ 3 ທ່ານໃນສານສູງສຸດ ປະກອບດ້ວຍທ່ານສຕີເວນ ບຣາຍເອີ້ (Stephen Breyer) ເອລີນາ ກາເກິນ (Elena Kagan) ແລະໂຊເນຍ ຊໍຕໍເມຢໍ (Sonia Sotomayor) ຊຶ່ງຕ່າງກໍໃຫ້ການສະໜັບສະໜຸນກົດໝາຍດັ່ງກ່າວ ຊຶ່ງເປັນທີ່ຮູ້ກັນໂດຍປະຊາຊົນໃນຊື່ ໂອບາມາແຄຣ໌ ຕາມຊື່ອະດີດປະທານາທິບໍດີບາຣັກ ໂອບາມາ ຊຶ່ງເປັນຫົວໜ້ານຳພາ ໃນການຊຸກຍູ້ ໃຫ້ມີການຮັບ ຮອງເອົານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG