ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳຄົນສຳຄັນ ຂອງພັກຣີພັບບລີກັນ ສະໜັບສະໜຸນ ປ. ທຣຳ ໃນການທ້າທາຍ ຕໍ່ການໄດ້ຮັບໄຊຊະນະ ຂອງທ່ານໄບເດັນ


ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິຈ ແມັກຄອນແນລ ຈາກລັດເຄັນຕັກກີ ກ່າວຕໍ່ພວກນັກຂ່າວຫຼັງຈາກກອງປະຊຸມແບບປິດລັບຂອງພວກຜູ້ນຳພັກຣີພັບບລີກັນ ທີ່ຕຶກລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 10 ພະຈິກ 2020.
ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິຈ ແມັກຄອນແນລ ຈາກລັດເຄັນຕັກກີ ກ່າວຕໍ່ພວກນັກຂ່າວຫຼັງຈາກກອງປະຊຸມແບບປິດລັບຂອງພວກຜູ້ນຳພັກຣີພັບບລີກັນ ທີ່ຕຶກລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 10 ພະຈິກ 2020.

ພວກຜູ້ນຳຄົນສຳຄັນໆຂອງພັກຣີພັບບລີກັນຢູ່ໃນນະຄອນຫຼວງວໍຊິງຕັນພວມເຂົ້າຂ້າງປະທານາທິບໍດີດໍໂນລ ທຣຳໃນການຕໍ່ສູ້ທີ່ຫຍຸ້ງຍາກທາງດ້ານກົດໝາຍເພື່ອສະແດງໃຫ້ເຫັນວ່າ ມີການສໍ້ໂກງຢ່າງແຜ່ກວ້າງໃນການນັບບັດຄະແນນສຽງພໍທີ່ຈະຕ່າວປີ້ນ ການຄາດຄະເນ ໃນການໄດ້ຮັບໄຊຊະນະ ຂອງຜູ້ສະໝັກພັກເດໂມແຄຣັດ ທ່ານໂຈ ໄບເດັນ.

ທ່ານໄບເດັນ ກ່າວໃນວັນອັງຄານວານນີ້ວ່າ ຄວາມລົ້ມແຫຼວຂອງທ່ານທຣຳ ທີ່ບໍ່ຍອມຮັບຮູ້ຜົນຂອງການເລືອກຕັ້ງແມ່ນເປັນ “ຄວາມໜ້າອັບອາຍ.” ທ່ານກ່າວຕື່ມວ່າ ທ່ານຍັງບໍ່ທັນໄດ້ໂອ້ລົມ ກັບຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານມິຈ ແມັກຄອນແນລ ທີ່ຍັງບໍ່ທັນໄດ້ຮັບຮູ້ການໄດ້ຮັບໄຊຊະນະຂອງທ່ານໄບເດັນເທື່ອ.

ທ່ານໄບເດັນ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນວິລມິງຕັນ ໃນລັດເດລາແວ ວ່າ “ຂ້າພະເຈົ້າຄິດວ່າ ພັກຣີພັບບລີກັນທັງໝົດແມ່ນພວມຕົກຢູ່ໃນທ່າທີ ທີ່ສັງເກດໄດ້ມີການຍົກເວັ້ນພຽງບໍ່ເທົ່າໃດຄົນ ແມ່ນພວມໄດ້ຮັບການຂົ່ມຂູ່ ແບບນຸ້ມນວນຈາກປະທານາທິບໍດີທີ່ພວມກຳຕຳແໜ່ງ. ແຕ່ກໍມີປະທານາທິບໍດີພຽງຄົນດຽວໃນແຕ່ລະຊ່ວງເວລາ. ທ່ານແມ່ນປະທານາທິບໍດີ. ພວກເຮົາຈະຕ້ອງມີຄະແນນສຽງຂອງຜູ້ແທນລັດ ພວກເຂົາເຈົ້າຈະທຳການຕັດສິນໃນເດືອນທັນວານີ້.”

ມີສະມາຊິກສະພາສັງກັດພັກຣີພັບບລີກັນທີ່ກຳຕຳແໜ່ງໃນປັດຈຸບັນພຽງບໍ່ເທົ່າໃດຄົນ ແລະອະດີດເຈົ້າໜ້າທີ່ພັກຣີພັບບລີກັນໃນຂອບເຂດທີ່ກວ້າງຂວາງຫຼາຍຂຶ້ນ ຮັບຮູ້ການໄດ້ຮັບໄຊຊະນະຂອງທ່ານໄບເດັນໃນການເລືອກຕັ້ງແຫ່ງຊາດ ເມື່ອອາທິດແລ້ວນີ້.

ແຕ່ທ່ານແມັກຄອນແນລ ພ້ອມດ້ວຍຜູ້ນຳສຽງສ່ວນນ້ອຍໃນສະພາຕ່ຳ ທ່ານແຄວິນ ແມັກຄາທີ (Kevin McCarthy) ກ່າວວ່າ ທ່ານທຣຳບໍ່ຈຳເປັນຕ້ອງຍອມຮັບວ່າຝ່າຍກົງກັນຂ້າມຊະນະການເລືອກຕັ້ງໃນເວລາທີ່ຄະນະໂຄສະນາຫາສຽງຂອງທ່ານຍື່ນຟ້ອງ ໂດຍກ່າວຫາວ່າມີການນັບບັດຄະແນນສຽງແບບຜິດປົກກະຕິເກີດຂຶ້ນ.

ທ່ານແມັກຄອນແນລ ກ່າວຕໍ່ພວກນັກຂ່າວວ່າ “ຈົນກວ່າພວກຜູ້ແທນລັດລົງຄະແນນສຽງ ຜູ້ໃດກໍຕາມທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງສາມາດໃຊ້ຈົນໝົດທຸກວິທີເພື່ອກຳຈັດຄວາມເປັນຫ່ວງ ກ່ຽວກັບການນັບຄະແນນສຽງຢູ່ໃນສານແຫ່ງໃດກໍໄດ້ທີ່ເໝາະສົມສຳລັບເຂດດັ່ງກ່າວ. ມັນບໍ່ແມ່ນເລື້ອງທີ່ຜິດປົກກະຕິຫຍັງແລະກໍບໍ່ຄວນຕື່ນຕົກໃຈ.”

ທ່ານແມັກຄອນແນລກ່າວວ່າ “ໃນຈຸດໃດຈຸດນຶ່ງນີ້ ພວກເຮົາກໍຈະຮູ້ໃນທີ່ສຸດວ່າ ຜູ້ໃດໄດ້ຮັບການຢັ້ງຢືນຢູ່ໃນແຕ່ລະລັດເຫຼົ່ານີ້ ແລະພວກຜູ້ແທນລັດກໍຈະຕັດສິນວ່າໃຜຊະນະ ແລະບຸກຄົນຜູ້ນັ້ນ ກໍຈະສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG