ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພວກນັກວິເຄາະ ທຳນາຍວ່າ ທ່ານໄບເດັນ ຈະສືບສານຕໍ່ ນະໂຍບາຍຂອງທ່ານທຣຳ ໃນພາກຕາເວັນອອກກາງ


ຜູ້ສະໝັກປະທານາທິບໍດີສະຫະລັດປີ 2020 ທ່ານໂຈ ໄບເດັນ ກ່າວຕໍ່ພວກສະໜັບສະໜຸນ ທີ່ບ່ອນໂຄສະນາຫາສຽງ ຫຼັງຈາກສື່ມວນຊົນປະກາດວ່າ ທ່ານໄບເດັນ ຊະນະການເລືອກຕັ້ງ ປະທານາທິບໍດີ ໃນປີ 2020 ທີ່ເມືອງແວລມິງຕັນ ລັດເດລາແວ.
ຜູ້ສະໝັກປະທານາທິບໍດີສະຫະລັດປີ 2020 ທ່ານໂຈ ໄບເດັນ ກ່າວຕໍ່ພວກສະໜັບສະໜຸນ ທີ່ບ່ອນໂຄສະນາຫາສຽງ ຫຼັງຈາກສື່ມວນຊົນປະກາດວ່າ ທ່ານໄບເດັນ ຊະນະການເລືອກຕັ້ງ ປະທານາທິບໍດີ ໃນປີ 2020 ທີ່ເມືອງແວລມິງຕັນ ລັດເດລາແວ.

ພວກນັກວິເຄາະກ່ຽວກັບພາກຕາເວັນອອກກາງ ກ່າວເຖິງການໄດ້ຮັບໄຊຊະນະຂອງຜູ້ທີ່ຄາດກັນວ່າ ຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ຂອງສະ ຫະລັດທ່ານໂຈ ໄບເດັນ ໂດຍໃຫ້ຂໍ້ສັງເກດວ່າ ປະທານາທິບໍດີດໍໂນລ ທຣຳໄດ້ປະຄວາມສຳເລັດ ທາງດ້ານການທູດຈຳນວນນຶ່ງໄວ້ ທີ່ທ່ານໄບເດັນຈະຕ້ອງສືບສານຕໍ່ ໂດຍສະເພາະແມ່ນເລື້ອງສັນຕິພາບ ລະຫວ່າງອາຣັບ ກັບອິສຣາແອລ. Dale Gavlak ມີລາຍງານຈາກນະຄອນຫຼວງອຳມານ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ພວກນັກວິເຄາະຄາດວ່າ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ໂຈ ໄບເດັນ ຈະເອົາທ່າທີທີ່ແຂງກວ່າເກົ່າກ່ຽວກັບບັນຫາສິດທິມະນຸດ ໂດຍສະເພາະໃນເຂດອ່າວເປີເຊຍ ທົບທວນການຂາຍອາວຸດໃຫ້ແກ່ຊາອຸດີ ອາຣາເບຍ ແລະອາດຈະຊຸກຍູ້ຫຼາຍຂຶ້ນ ໃຫ້ຍຸຕິສົງຄາມຢູ່ໃນປະເທດເຢເມນ.

ນັກວິເຄາະການເມືອງຊາວຈໍແດນ ທ່ານແອມເມີ ອາລ ຊາບາຍເລ (Amer Al Sabaileh) ກ່າວວ່າ ບັນຫາສໍາຄັນສຸດສໍາລັບພາກຕາເວັນອອກກາງກໍແມ່ນຂັ້ນຕອນການສ້າງຕັ້ງຄວາມສຳພັນແບບປົກກະຕິທີ່ວໍຊິງຕັນລິເລີ້ມ ລະຫວ່າງອິສຣາແອລກັບສະຫະລັດອາຣັບເອເມີເຣັສ ບາຫ໌ເຣນ ແລະຊູດານ. ແຕ່ທ່ານກໍກ່າວວ່າທ່ານໄບເດັນສາມາດເຮັດໄດ້ຫຼາຍກວ່ານັ້ນເພື່ອນຳເອົາປາແລສໄຕນ໌ເຂົ້າມາຮ່ວມ. ທ່ານຊາບາຍເລ ກ່າວວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ຈະມີປະທານາທິບໍດີຄົນໃດສາມາດທີ່ຈະສ່ຽງຕໍ່ການສູນເສຍຄວາມໄດ້ປຽບຈາກຄວາມສຳເລັດຜົນດັ່ງກ່າວໃຫ້ເປັນປະໂຫຍດ. ທ່ານຈະພະຍາຍາມພົວພັນຫຼາຍຂຶ້ນກັບຊາວປາແລສໄຕນ໌ ເພື່ອຫາທາງຫຼໍ່ຫຼອມໃໝ່ຕໍ່ອັນທີ່ເອີ້ນວ່າ “ຂໍ້ຕົກລົງແຫ່ງສັດຕະວັດ” ຢ່າງໜ້ອຍທີ່ສຸດກໍໃນວິທີທີ່ມີຄວາມໝັ້ນໃຈ ເນັ້ນໜັກຫຼາຍຂຶ້ນໃນດ້ານການທູດ ກ່ຽວກັບວ່າ ຈະນຳເອົາອິສຣາແອລແລະປາແລສໄຕນ໌ ມາເຂົ້າກັນໄດ້ແບບໃດ.”

ການສ້າງຕັ້ງຄວາມສຳພັນແບບປົກກະຕິ ແມ່ນໄດ້ຮັບການຢືນຢັນຈາກຝ່າຍອິສຣາແອລ ແລະຍັງມີຄວາມເປັນຫ່ວງໃນໝູ່ບັນດາປະເທດເຂດອ່າວເປີເຊຍກ່ຽວກັບການມີອຳນາດທາງທະຫານເພີ້ມຂຶ້ນ ຂອງອີຣ່ານ ຢູ່ໃນຂົງເຂດ. ສາສະດາຈານເດວິດ ໂຣມາໂນ (David Romano) ຈາກມະຫາວິທະຍາໄລລັດມິສຊູຣີ ຍັງກ່າວຕໍ່ໜັງສືພິມອາຣັບໃນຊາອຸດີ ອາຣາເບຍ ວ່າ “ອີຣ່ານແມ່ນບັນຫາສຳຄັນໃນການເຂົ້າອົກເຂົ້າໃຈ ຂອງໂລກອາຣັບສ່ວນໃຫຍ່ ທີ່ບໍ່ພໍໃຈຕໍ່ລັດຖະບານທ່ານໂອບາມາ.”

ບັນດາປະເທດໃນເຂດອ່າວເປີເຊຍຮູ້ສຶກບໍ່ພໍໃຈທີ່ພວກຕົນບໍ່ໄດ້ມີສ່ວນຮ່ວມໃນການພິຈາລະນາ ກ່ຽວກັບຂໍ້ຕົກລົງນິວເຄລຍ ປີ 2015 ເພື່ອຄວບຄຸມປະເທດອີຣ່ານຊຶ່ງເປັນເພື່ອນບ້ານ ທີ່ຮຸກຮານຂອງພວກຕົນນັ້ນ. ລັດຖະບານທ່ານທຣຳໄດ້ຖອນຕົວອອກຈາກຂໍ້ຕົກລົງຫຼາຍຝ່າຍດັ່ງກ່າວໃນປີ 2018 ແລະທຳການລົງໂທດຢ່າງໜັກຕໍ່ເຕຫະຣ່ານ. ທ່ານຊາບາຍເລ ກ່າວວ່າ:​

“ດັ່ງນັ້ນ ບັນດາປະເທດໃນເຂດອ່າວເປີເຊຍແລະອິສຣາແອລ ປະຊຸມກັນ ຍ້ອນພວກເຂົາເຈົ້າມີຄວາມເປັນຫ່ວງຫຼັກແລະສັດຕູຕົວດຽວກັນ ນັ້ນກໍຄືອີຣ່ານ. ທ່ານໄບເດັນອາດຈະ ແຕ່ກໍບໍ່ຈຳເປັນໃນທັນທີ ທີີຈະຄິດນຳໃຊ້ສະຖານະການໃນປັດຈຸບັນຢູ່ອີຣ່ານ ເພື່ອໃຫ້ໄດ້ຮັບຄວາມສະໜັບສະໜຸນຕື່ມຂຶ້ນທາງດ້ານການທູດກ່ຽວກັບຂໍ້ຕົກລົງທາງດ້ານນິວເຄລຍນັ້ນ.”

ສ່ວນທ່ານນາງອາຣຽນ ຕາລາຕາໄບ (Ariane Talatabai) ນັກຊ່ຽວຊານກ່ຽວ ກັບພາກຕາເວັນອອກກາງຂອງກອງທຶນມາເຊີລ (Marshall) ກ່າວຕໍ່ໜັງສືພິມແຫ່ງຊາດ ຫຼື National ຂອງດູໄບວ່າ ທ່ານໄບເດັນ “ອາດຈະຊອກຫາຊ່ອງທາງເພື່ອເສີມສ້າງຄວາມເປັນເອກກະພາບຂອງສາກົນຄືນໃໝ່ ກ່ຽວກັບເລື້ອງອີ ຣ່ານ ແລະເຮັດວຽກຮ່ວມກັບພັນທະມິດ ຂອງສະຫະລັດ.” ແຕ່ແນວໃດກໍຕາມ ທ່ານນາງກ່າວວ່າ ອີຣ່ານ ອາດຈະບໍ່ເຕັມໃຈ ທີ່ຈະແກ້ໄຂການປະພຶດຂອງຕົນ ຢູ່ໃນຂົງເຂດ ໃນຖານະທີ່ເປັນສ່ວນນຶ່ງ ຂອງຂໍ້ຕົກລົງທາງດ້ານນິວເຄລຍນັ້ນ.

ສ່ວນພວກນັກວິເຄາະອື່ນໆມອງເຫັນວ່າ ຊາອຸດີ ອາຣາເບຍ ຍັງບໍ່ທັນເຂົ້າຮ່ວມປະເທດອາຣັບອື່ນໆ ໃນການຮັບຮູ້ອິສຣາແອລເທື່ອ ດັ່ງນັ້ນ ເພື່ອເປັນການສະໜອງແຮງຖ່ວງບາງຢ່າງໃຫ້ກັບລັດຖະບານໃໝ່ຂອງທ່ານໄບເດັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG