ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ເສຍໄຊ ໃນການຍາດບ່ອນນັ່ງ ຢູ່ສະພາສິດທິມະນຸດ ສະຫະປະຊາຊາດ


ກະສັດຊາລແມນ ແຫ່ງຊາອຸດີ ອາຣາເບຍ ທີ່ເຫັນຢູ່ໃນໂທລະພາບ ຂະນະທີ່ພະອົງຊົງກ່າວຄຳປາໄສທາງວີດີໂອ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເມື່ອວັນທີ 23 ກັນຍາ 2020.
ກະສັດຊາລແມນ ແຫ່ງຊາອຸດີ ອາຣາເບຍ ທີ່ເຫັນຢູ່ໃນໂທລະພາບ ຂະນະທີ່ພະອົງຊົງກ່າວຄຳປາໄສທາງວີດີໂອ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເມື່ອວັນທີ 23 ກັນຍາ 2020.

ຊາອຸດີ ອາຣາເບຍໄດ້ປະສົບກັບຄວາມລົ້ມແຫຼວ ໃນຄວາມພະຍາຍາມເພື່ອໃຫ້ໄດ້ເຂົ້າໄປນັ່ງຢູ່ສະພາສິດທິມະນຸດສະຫະປະຊາຊາດໃນວັນອັງຄານວານນີ້ ແຕ່ປະເທດອື່ນໆທີ່ມີປະຫວັດການເຄົາລົບນັບຖືສິດທິມະນຸດຂີ້ຮ້າຍຫຼາຍຮວມທັງຈີນແລະຣັດເຊຍ ຕ່າງກໍໄດ້ເຂົ້າໄປນັ່ງຢູ່ໃນສະພາດັ່ງກ່າວທີ່ມີສະມາຊິກທັງໝົດ 47 ປະເທດ.

ທ່ານຮິລແລລ ນິວເອີ (Hillel Neuer) ຜູ້ອຳນວຍການບໍລິຫານ ຂອງອົງການສິ້ງຊອມການປະຕິບັດງານຂອງສະຫະປະຊາຊາດຫຼື UN Watch ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຕັ້ງຢູ່ນະຄອນເຈນີວາ ກ່າວກ່ອນການລົງຄະ ແນນສຽງວ່າ “ມື້ນີ້ ເປັນມື້ທີ່ມືດມົນທີ່ສຸດສຳລັບສິດທິມະນຸດ.”

ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ເລືອກເອົາປະເທດໂບລີເວຍ, ອັງກິດ, ຈີນ, ຄິວບາ, ຝຣັ່ງ, ກາບົງ, ກົດດີວົວ, ມາລາວີ, ເມັກຊິໂກ, ເນປາລ, ປາກິສຖານ, ຣັດເຊຍ, ເຊເນການ, ຢູເຄຣນ ແລະ ອຸສເບັກກິສຖານ ດ້ວຍການປ່ອນບັດແບບປິດລັບ. ປະເທດເຫຼົ່ານີ້ ຈະຮັບໜ້າທີ່ ເປັນເວລາ 3 ປີເລີ້ມແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ.

ຜົນການລົງຄະແນນສຽງດັ່ງກ່າວ ສ່ວນໃຫຍ່ແລ້ວ ແມ່ນເປັນໄປ ຕາມທີ່ໄດ້ຄາດການໄວ້ລ່ວງໜ້າ ໂດຍບັນດາປະເທດທີ່ສະໝັກ ຊຶ່ງໄດ້ມີການນຳສະເໜີໂດຍກຸ່ມປະເທດຢູ່ໃນຂົງເຂດ ເພື່ອໃຫ້ມີຈຳນວນປະເທດຄົບຕາມຈຳນວນບ່ອນນັ່ງທີ່ໄດ້ມີຢູ່. ກຸ່ມທີ່ມີການແຂ່ງຂັນກໍໄດ້ແກ່ຂົງເຂດເອເຊຍ-ປາຊີຟິກ ຊຶ່ງຊາອຸດີອາຣາເບຍໄດ້ເສຍໄຊໃຫ້ແກ່ຈີນ, ປາກິສຖານ, ເນປາລ ແລະ ອຸສເບັກກິສຖານ ສຳລັບສີ່ບ່ອນນັ່ງທີ່ມີຢູ່ນັ້ນ.

ປະເທດຕ່າງໆທີ່ຖືກເລືອກເຂົ້າໄປນັ່ງຢູ່ໃນສະພາສິດທິມະນຸດ ຄາດວ່າ “ຈະຍຶດໝັ້ນ ໃນມາດຕະຖານທີ່ສູງສຸດ ໃນການສົ່ງເສີມແລະປົກປ້ອງຄຸ້ມຄອງສິດທິມະ ນຸດ” ທັງຢູ່ພາຍໃນແລະຕ່າງປະເທດ. ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຕ້ອງຕິຢ່າງແຂງຂັນຕໍ່ຫຼາຍໆປະເທດທີ່ເຂົ້າເປັນສະມາຊິກໃໝ່ຂອງສະພາສິດທິມະນຸດທີ່ມີປະຫວັດການເຄົາລົບນັບຖືສິດທິມະນຸດ ບໍ່ດີ ຫຼືໜ້າຕື່ນຕົກໃຈ.

ທ່ານຫຼຸຍ ຊາບອນໂນ (Louis Charbonneau) ຜູ້ອຳນວຍການ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນນິວຢອກ ກ່າວວ່າ “ພວກທີ່ມີການລ່ວງລະເມີດສິດທິມະນຸດມາໂດຍຕະຫຼອດບໍ່ຄວນທີ່ຈະໄດ້ຮັບບຳເໜັດລາງວັນດ້ວຍບ່ອນນັ່ງຢູ່ໃນສະພາສິດທິມະນຸດສະຫະປະຊາຊາດ.”

ທ່ານໄດ້ຊີ້ໃສ່ການລ່ວງລະເມີດສິດທິມະນຸດ “ເປັນຈຳນວນຫຼວງຫຼາຍນັບບໍ່ຖ້ວນ” ຂອງຈີນຢູ່ພາຍໃນປະເທດ ແລະຄວາມພະຍາຍາມທີ່ຈະບ່ອນທຳລາຍ “ລະບົບສິດທິມະນຸດຂອງສາກົນທີ່ພວກເຂົາຮຽກຮ້ອງຂໍເປັນສ່ວນນຶ່ງນັ້ນ.”

ຈີນໄດ້ຄຸມຂັງພວກຊົນກຸ່ມນ້ອຍ ຊາວມຸສລິມວີິເກີ້ ຫຼາຍເຖິງນຶ່ງລ້ານຄົນ ຢູ່ໃນ “ສູນສຳມະນະຕ່າງໆ” ໃນແຂວງຊິນຈຽງ ພ້ອມທັງໄດ້ປາບປາມ ສິດເສລີພາບ ຂອງປະຊົນຢູ່ໃນຮົງກົງ ແລະທິເບດນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG