ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຂອງອາເມເນຍ ແລະ ອາເຈີບາຍຈານ ຍັງສືບຕໍ່ ປະທະກັນ ມາໄດ້ຫຼາຍມື້ແລ້ວ


ຮູບຈາກວີດີໂອ ທີ່ນຳອອກເຜີຍແຜ່ໂດຍກະຊວງປ້ອງກັນປະເທດອາເຈີບາຍຈານ ທີ່ສະແດງໃຫ້ເຫັນວ່າ ກຳລັງຂອງຕົນ ພວມຍິງຈະຫຼວດໂຈມຕີເຂດນາກໍໂນ-ກາຣາບາກ ເມື່ອວັນທີ 30 ກັນຍາ 2020.
ຮູບຈາກວີດີໂອ ທີ່ນຳອອກເຜີຍແຜ່ໂດຍກະຊວງປ້ອງກັນປະເທດອາເຈີບາຍຈານ ທີ່ສະແດງໃຫ້ເຫັນວ່າ ກຳລັງຂອງຕົນ ພວມຍິງຈະຫຼວດໂຈມຕີເຂດນາກໍໂນ-ກາຣາບາກ ເມື່ອວັນທີ 30 ກັນຍາ 2020.

ກຳລັງຂອງອາເມເນຍ ແລະອາເຈີບາຍຈານ ໄດ້ປະທະກັນເປັນມື້ທີ 4 ລຽນຕິດໃນວັນພຸດວານນີ້ ຢູ່ໃນເຂດນາກໍໂນ-ກາຣາບາກ ໃນບັນຫາຂັດແຍ້ງ ທີ່ພວມດຳເນີນຢູ່ ແລະຂົ່ມຂູ່ວ່າຈະກາຍເປັນສົງຄາມໃຫຍ່.

ກະຊວງປ້ອງກັນປະເທດອາເຈີບາຍຈານໄດ້ກ່າວຫາກຳລັງອາເມເນຍວ່າ ຍິງປືນໃຫຍ່ໂຈມຕີເມືອງຕາຕາ ໃນຂະນະທີ່ເຈົ້າໜ້າທີ່ກອງທັບອາເມເນຍ ກ່າວວ່າ ກຳລັງຂອງອາເຈີບາຍຈານຍິງຖະຫຼົ່ມໃສ່ພາກເໜືອຂອງເຂດທີ່ປະກາດແຍກໂຕເອງບ່ອນທີ່ກອງທັບຂອງເຂດນາກໍໂນ-ກາຣາບາກ ຕັ້ງຢູ່ນັ້ນ.

ມີຜູ້ເສຍຊີວິດແລ້ວຫຼາຍສິບຄົນ ແລະອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ນັບແຕ່ການສູ້ລົບກັນຢ່າງດຸເດືອດໄດ້ເລີ້ມຂຶ້ນ ໃນມື້ວັນອາທິດຜ່ານມາ ລະຫວ່າງຊາວອາເມເນຍທີ່ເປັນຊົນກຸ່ມນ້ອຍ ແລະກຳລັງຂອງອາເຈີບາຍຈານ. ນັບແຕ່ນັ້ນມາຄວາມຮຸນແຮງ ໄດ້ແຜ່ລາມອອກໄປໃສ່ຂ້າງນອກ ບໍລິເວນທີ່ຢູ່ອ້ອມແອ້ມ ເຂດນາກໍໂນ-ກາຣາບາກ ໂດຍຂົ່ມຂູ່ວ່າຈະເພີ້ມຄວາມຮ້າຍແຮງຂຶ້ນກາຍເປັນສົງຄາມເຕັມອັດຕາ.

ບັນຫາຮຸນແຮງນີ້ໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນໃນມື້ວັນອັງຄານຜ່ານມາ ໃນຂະນະທີ່ອາເມເນຍກ່າວອ້າງວ່າ ເຮືອບິນລົບ F-16 ຂອງເທີກີ ໄດ້ຍິງເຮືອບິນລົບ SU-25 ຢູ່ໃນເຂດນ່ານຟ້າ ຂອງອາເມເນຍຕົກ ເຮັດໃຫ້ນັກບິນເສຍຊີວິດ. ທັງເທີກີແລະອາເມເນຍໄດ້ປະຕິເສດຕໍ່ການກ່່່າວອ້າງນີ້.

ໃນການຖະແຫຼງຕໍ່ໂທລະພາບລັດຖະບານຣັດເຊຍໃນວັນອັງຄານຜ່ານມານີ້ ປະ ທານາທິບໍດີອາເຈີບາຍຈານ ທ່ານອີລາມ ອາລີເຢັຍ ແລະນາຍົກລັດຖະມົນຕີອາເມເນຍ ທ່ານນິິໂກລ ປາຊິນຢານ ຕ່າງກໍໄດ້ປະຕິເສດເຖິງຄວາມເປັນໄປໄດ້ໃນການທີ່ຈະເປີດການເຈະລຈາ ທັງໆທີ່ໄດ້ມີການຮຽກຮ້ອງຢ່າງຮີບດ່ວນຈາກຣັດເຊຍແລະສະຫະລັດ ຂໍໃຫ້ຍຸຕິຄວາມຮຸນແຮງດັ່ງກ່າວ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນອັງຄານຜ່ານມາຮຽກຮ້ອງໃຫ້ຢຸດເຊົາການເປັນປໍລະປັກກັນໃນທັນທີ.

ນອກນັ້ນແລ້ວ ໃນວັນອັງຄານຜ່ານມາ ໂຄສົກຂອງທ່ານເລຂາທິການໃຫຍ່ອົງ ການສະຫະປະຊາຊາດ ທ່ານແອນໂທນີ ກິວເຕເຣັສ ໄດ້ໂອ້ລົມກັບທັງທ່ານອາລີເຢັບ ແລະທ່ານປາຊິນຢານ ແລະຮຽກຮ້ອງໃຫ້ “ຢຸດຍິງໃນທັນທີ ຫລຸດຜ່ອນ ຄວາມເຄັ່ງຕຶງ ແລະກັບຄືນໄປສູ່ການເຈລະຈາທີ່ມີຄວາມໝາຍ ໂດຍບໍ່ມີການວາງເງື່ອນໄຂລ່ວງໜ້າ.”

ສະຫະລັດໃນວັນອາທິດທີ່ຜ່ານມາ ໄດ້ຮຽກຮ້ອງໃຫ້ຢຸດເຊົາການສູ້ລົບກັນ. ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງມໍແກນ ອໍເຕກັສ ໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າ ສະຫະລັດ “ຂໍປະນາມຢ່າງແຮງສຸດຕໍ່ການເພີ້ມຄວາມຮຸນແຮງ.” ທ່ານນາງໄດ້ຮຽກຮ້ອງໃຫ້ທັງສອງຝ່າຍ ເຮັດວຽກຮ່ວມກັບປະ ທານຮ່ວມຂອງກຸ່ມມິງສ໌ ຈາກອົງການ OSCE “ເພື່ອກັບຄືນໄປສູ່ການເຈລະຈາທີ່ເປັນລ້ຳເປັນສັນ ໂດຍໄວເທົ່າທີ່ຈະໄວໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG