ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳ ຢາກເຫັນ ສັນຕິພາບ ໃນຂອບເຂດກວ້າງຂວາງ ຢູ່ໃນພາກຕາເວັນອອກກາງ ທີ່ກອງປະຊຸມສະມັດຊາໃຫຍ່


ໃນຮູບທີ່ນຳອອກແຈກຢາຍ ສະແດງໃຫ້ເຫັນວ່າ Sheikh Abdullah bin Zayed Al Nahyan ທີ່ຢູ່ໃນຈໍໂທລະພາບ ລັດຖະມົນຕີຕ່າງປະເທດ ແລະການຮ່ວມມືສາກົນ ຂອງສະຫະລັດອາຣັບເອເມີເຣັສ ພວມກ່າວຄຳປາໄສ ທາງອິນເຕີແນັດ ຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ເມື່ອວັນທີ 29 ກັນຍາ 2020.
ໃນຮູບທີ່ນຳອອກແຈກຢາຍ ສະແດງໃຫ້ເຫັນວ່າ Sheikh Abdullah bin Zayed Al Nahyan ທີ່ຢູ່ໃນຈໍໂທລະພາບ ລັດຖະມົນຕີຕ່າງປະເທດ ແລະການຮ່ວມມືສາກົນ ຂອງສະຫະລັດອາຣັບເອເມີເຣັສ ພວມກ່າວຄຳປາໄສ ທາງອິນເຕີແນັດ ຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ເມື່ອວັນທີ 29 ກັນຍາ 2020.

ອິສຣາແອລ ແລະສະຫະລັດອາຣັບເອເມີເຣັສ ໄດ້ກ່າວຊົມເຊີຍ ຂໍ້ຕົກລົງສັນຕິພາບ ສະບັບໃໝ່ຂອງພວກເຂົາເຈົ້າ ໃນວັນອັງຄານວານນີ້ ລະຫວ່າງການກ່າວຄຳປາໄສໃນມື້ສຸດທ້າຍຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໂດຍເວົ້າວ່າ ມັນຈະເຮັດໃຫ້ມີໂອກາດຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຂັດແຍ້ງລະຫວ່າງອິສຣາແອລ ແລະປາແລັສໄຕນ໌.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາຣັບເອເມີເຣັສຫຼື EAU ທ່ານອັບດູລລາ ບິນ ຊາເຢັດ ອາລ ນາຢານ (Abdullah bin Zayed Al Nahyan) ກ່າວໃນຄຳປາໄສ ທີ່ອັດໄວ້ລ່ວງໜ້າວ່າ “ດ້ວຍການລົງນາມ ໃນຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດກັບອິສຣາແອລເພື່ອສະໜັບສະໜຸນຕໍ່ການດຳເນີນຄວາມພະຍາຍາມຂອງອາເມຣິກັນ ປະເທດຂອງຂ້າພະເຈົ້າຈຶ່ງສາມາດຢັບຢັ້ງໃນການປະກາດຕັດສິນໃຈເພື່ອຮວມເອົາເຂດຕ່າງໆ ແລະເປີດກວ້າງໂອກາດ ທີ່ຈະບັນລຸສັນຕິພາບ ໃນຂອບເຂດອັນກວ້າງຂວາງຢູ່ໃນພູມີພາກ. ພວກເຮົາຫວັງວ່າ ຂໍ້ຕົກລົງສັນຕິພາບນີ້ ຈະໃຫ້ໂອກາດແກ່ປາແລັສໄຕນ໌ແລະອິສຣາແອລ ພົວພັນກັນຄືນໃໝ່ ໃນການເຈລະຈາເພື່ອໃຫ້ບັນລຸສັນຕິພາບ.”

ທ່ານອາລ ນາຢານ ໄດ້ກ່າວຢ້ຳເຖິງຄວາມໝາຍໝັ້ນ ຂອງລັດຖະບານທ່ານ ຕໍ່ການມີສອງລັດສອງປະເທດ ສຳລັບແກ້ໄຂບັນຫາຂັດແຍ້ງ ທີ່ມີມາຫຼາຍທົດສະວັດແລ້ວນັ້ນ.

ສ່ວນນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ກ່າວຫາຄະນະນຳພາຂອງປາແລັສໄຕນ໌ ສວຍໃຊ້ຢ່າງມີປະສິດທິຜົນ “ສິດຢັບຢັ້ງຕໍ່ສັນຕິພາບ” ມາເປັນເວລາຫຼາຍໆປີ ລະຫວ່າງປະເທດຂອງທ່ານແລະປະເທດອາຣັບອື່ນໆ ໃນອັນທີ່ທ່ານເວົ້າວ່າ ເປັນການຮຽກຮ້ອງ “ທີ່ບໍ່ສົມເຫດສົມຜົນ” ຮວມທັງໃຫ້ອິສຣາແອລ ຖອນອອກໄປສູ່ເຂດຊາຍແດນກ່ອນປີ 1967 ຫຼືອະນຸຍາດໃຫ້ອົບພະຍົບທີ່ມີເຊື້ອສາຍເປັນປາແລັສໄຕນ໌ ກັບຄືນໄປຕັ້ງຖານຢູ່ອິສຣາແອລ.

ທ່ານເນຕັນຢາຮູກ່າວຢູ່ໃນຄຳປາໄສທີ່ອັດໄວ້ລ່ວງໜ້າວ່າ “ແນ່ນອນ ຄວາມຮຽກຮ້ອງເຫຼົ່ານີ້ພ້ອມກັບຄຳຮຽກຮ້ອງອື່ນໆ ແມ່ນເປັນຄຳຮຽກຮ້ອງທີ່ບໍ່ໜ້າຈະປະສົບກັບຄວາມສຳເລັດ ສຳລັບລັດຖະບານທີ່ມີຄວາມຮັບຜິດຊອບ ແບບອິສຣາແອລ. ແນວໃດກໍຕາມ ນັບເປັນເວລາຫຼາຍປີມາແລ້ວ ຫຼາຍປະເທດທີ່ຢູ່ໃນປະຊາຄົມສາກົນ ໄດ້ພະຍາຍາມທີ່ຈະຍອມຕາມໃນຄຳຮຽກຮ້ອງອັນພິດສະດານຂອງຝ່າຍປາແລັສໄຕນ໌ແລະດັ່ງທີ່ໄດ້ເຫັນ ພວກເຂົາເຈົ້າໄດ້ສູນເສຍເວລາໃນການພະຍາຍາມທີ່ຈະສ້າງຄວາມກ້າວໜ້າໃຫ້ແກ່ພາບລວງຕາທີ່ບໍ່ສາມາດເກີດຂຶ້ນໄດ້ ແທນທີ່ຈະ
ດຳເນີນງານເພື່ອການແກ້ໄຂໂຕຈິງທີ່ອາດຈະມີຂຶ້ນນັ້ນ.”

ທ່ານໄດ້ກ່າວຊົມເຊີຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ໄດ້ເລືອກ “ເສັ້ນທາງທີ່ຍຶດໝັ້ນກັບສະພາບການໂຕຈິງ” ແລະກ່າວວ່າ ເວລານີ້ ປະເທດອາຣັບ 2 ປະເທດ ຄືສະຫະລັດອາຣັບເອເມີເຣັສແລະບາຫ໌ເຣນ ໄດ້ເຮັດສັນຕິພາບກັບອິສຣາແອລ ປະເທດອື່ນໆຈະຕາມມາທີຫຼັງ.

ຂໍ້ຕົກລົງແອບຣາແຮມ ຊຶ່ງເປັນຊື່ຂອງຂໍ້ຕົກລົງສັນຕິພາບນັ້ນ ໄດ້ລົງນາມກັນໃນພິທີຈັດຂຶ້ນເມື່ອວັນທີ 15 ກັນຍາ ຢູ່ທີ່ທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG