ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈອນສັນແລະຈອນສັນ ເລີ້ມການທົດລອງ ຢາວັກຊີນກັນໂຄວິດ-19 ຂັ້ນສຸດທ້າຍ


ຮູບຫຼອດທົດລອງຖືກວາງໄວ້ເທິງໂຕະ ໃນລະຫວ່າງການຄົ້ນຄວ້າກ່ຽວກັບໄວຣັສໂຄໂຣນາ ທີ່ບໍລິສັດ Janssen Pharmaceutical ຊຶ່ງເປັນສາຂາຂອງຈອນສັນແລະຈອນສັນ
ໃນເມືອງ Beerse ປະເທດແບລຈ້ຽມ ເມື່ອວັນທີ 17 ມິຖຸນາ 2020.
ຮູບຫຼອດທົດລອງຖືກວາງໄວ້ເທິງໂຕະ ໃນລະຫວ່າງການຄົ້ນຄວ້າກ່ຽວກັບໄວຣັສໂຄໂຣນາ ທີ່ບໍລິສັດ Janssen Pharmaceutical ຊຶ່ງເປັນສາຂາຂອງຈອນສັນແລະຈອນສັນ ໃນເມືອງ Beerse ປະເທດແບລຈ້ຽມ ເມື່ອວັນທີ 17 ມິຖຸນາ 2020.

ບໍລິສັດຈອນສັນ ແລະຈອນສັນ ກ່າວໃນວັນພຸດວານນີ້ວ່າ ຕົນໄດ້ເລີ້ມການທົດລອງຂັ້ນສຸດທ້າຍ ຢາວັກຊີນກັນໂຄວິດ-19 ທີ່ສັກເທື່ອດຽວຊຶ່ງທາງບໍລິສັດຫວັງວ່າ ຈະສະແດງໃຫ້ເຫັນໄດ້ວ່າ ຢາວັກຊີນນີ້ ປອດໄພແລະມີປະສິດທິຜົນຫຼືບໍ່ ພາຍໃນທ້າຍປີນີ້ ຫຼືຕົ້ນປີໜ້າ.

ທາງບໍລິສັດກ່າວວ່າ ມີອາສາສະໝັກ 60,000 ຄົນ ເຂົ້າຮ່ວມໃນການທົດລອງຢາວັກຊີນດັ່ງກ່າວ ທີ່ມີຂຶ້ນໃນສະຫະລັດ ອາເຈັນຕິນາ ບຣາຊີລ ຊີເລ ໂຄລຳເບຍ ເມັກຊິໂກ ເປຣູ ແລະອາຟຣິກາໃຕ້.

ນອກນັ້ນ ຍັງມີຢາວັກຊີນກັນໄວຣັສໂຄໂຣນາອີກຈຳນວນນຶ່ງຢູ່ໃນສະຫະລັດແລະປະເທດອື່ນໆ ໄດ້ເລີ້ມການທົດລອງຂັ້ນສຸດທ້າຍ ຮວມທັງຢາວັກຊີນຂອງບໍລິສັດໂມເດີນາ (Moderna) ແລະໄຟເຊີ (Pfizer) ນໍາດ້ວຍ.

ພວກນັກຊ່ຽວຊານດ້ານຢາວັກຊີນຫຼາຍໆຄົນ ໄດ້ຕັ້ງຄຳຖາມວ່າ ອົງການອາຫານແລະຢາຂອງສະຫະລັດຫຼື FDA ໄດ້ເລັ່ງລັດຂ້າມຂັ້ນຕອນຫຼືບໍ່ເພື່ອໃຫ້ມີການອະ ນຸມັດຂັ້ນສຸດທ້າຍ ຈາກປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ກ່າວຢືນຢັດຕະຫຼອດມາວ່າ ໄລຍະເວລາໃນການທົດລອງທີ່ສັ້ນກວ່າ ພວກນັກຊ່ຽວຊານກ່າວວ່າເປັນທີ່ຮັບເອົາໄດ້ສຳລັບການທົດລອງໂດຍເຕັມຂອງຢາວັກຊີນຕ່າງໆ.

ປະທານາທິບໍດີທຣຳ ຊຶ່ງໄດ້ທຳນາຍວ່າ ຈະມີຢາວັກຊີນໃຊ້ພາຍໃນວັນເລືອກຕັ້ງປະທານາທິບໍດີສະຫະລັດໃນວັນທີ 3 ພະຈິກນັ້ນ ໄດ້ຊຸກຍູ້ອີກຄັ້ງນຶ່ງໃນວັນພຸດວານນີ້ ເພື່ອໃຫ້ເລັ່ງລັດ ການອະນຸມັດຢາວັກຊີິນ ໂດຍສົ່ງຂໍ້ຄວາມທາງທວີດເຕີ້ວ່າ ອົງການ FDA “ຕ້ອງດຳເນີນການຢ່າງວ່ອງໄວ.”

ຜູ້ອຳນວຍການສະຖາບັນສຸຂະພາບແຫ່ງຊາດຂອງສະຫະລັດ ດຣ. ແຟຣນຊິສ ຄອລລິນສ໌ ແນວໃດກໍຕາມ ກ່າວຕໍ່ພວກນັກຂ່າວໃນອາທິດນີ້ວ່າ “ພວກເຮົາຢາກຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາເຮັດໄດ້ ໂດຍບໍ່ຕ້ອງສະຫຼະຄວາມປອດໄພ ຫຼືການມີປະສິດທິພາບໃດໆ.”

ໜັງສືພິມວໍຊິງຕັນໂພສທ໌ ລາຍງານໃນວັນພຸດວານນີ້ວ່າ ອົງການ FDA ໃນຄວາມພະຍາຍາມເພື່ອຊຸກຍູ້ໃຫ້ມີຄວາມໂປ່ງໃສ ຈະເປີດເຜີຍໃຫ້ຊາບກ່ຽວກັບມາດຕະຖານທີ່ເຄັ່ງຄັດເພີ້ມຕື່ມ ສຳລັບຢາວັກຊີນທີ່ຈະໄດ້ຮັບການອຸນມັດແບບສຸກເສີນ ຈຶ່ງຈະເຮັດໃຫ້ໂອກາດທີ່ຢາວັກຊີນ ຈະໄດ້ຮັບການອະນຸມັດກ່ອນວັນເລືອກຕັ້ງນັ້ນຫລຸດນ້ອຍລົງ.

ເຖິງແມ່ນວ່າ ອົງາກນ FDA ອະນຸຍາດໃຫ້ມີການນໍາໃຊ້ຢາວັກກຊີນແບບສຸກເສີນພາຍໃນທ້າຍປີນີ້ ປະລິມານທີ່ມີຈຳກັດຂອງຢາວັກຊີນ ຊຶ່ງກ່ອນອື່ນໝົດກໍຈະມີການນຳໃຊ້ສຳລັບກຸ່ມທີ່ມີຄວາມສ່ຽງຕ່າງໆ ເຊັ່ນພະນັກງານສາທາລະນະສຸກເປັນຕົ້ນ.

Johnson & Johnson said Wednesday it has launched the final stage of a single-shot COVID-19 vaccine trial the company hopes will determine if the vaccine is safe and effective by the end of the year or early next year.

The company said 60,000 volunteers are participating in the trial in the U.S., Argentina, Brazil, Chile, Colombia, Mexico, Peru and South Africa.

A number of other coronavirus vaccines in the U.S. and other countries already are in final-stage testing, including those developed by Moderna Inc. and Pfizer Inc.

Many vaccine specialists question whether the U.S. Food and Drug Administration will cut corners to get final approval from President Donald Trump, who has consistently presented a testing timeline that is shorter than experts say is acceptable to fully test the candidates.

President Trump, who has predicted a vaccine will be available by the November 3 presidential election, pushed again Wednesday for accelerated approval of a vaccine, tweeting the FDA “must move quickly!”

U.S. National Institutes of Health Director Dr. Francis Collins told reporters this week, however, that “We want to do everything we can without sacrificing safety or efficacy.”

The Washington Post reported Wednesday the FDA, in an effort to promote transparency, will disclose details of a more stringent standard for a vaccine to receive emergency authorization, diminishing the chances of a vaccine approval before election day.

Even if the FDA allowed the emergency use of a vaccine by the end of the year, limited supplies of the vaccine would first be administered to vulnerable groups such as health care workers.

Unlike other experimental coronavirus vaccines in late-stage testing in the U.S., which require two shots, J&J’s requires only one. Approval of a single-shot vaccine would simplify distribution of millions of doses compared with leading rivals.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG