ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ປະກາດວ່າ ຈະໃຫ້ການຄຸ້ມຄອງ ມູນມໍລະດົກ ທາງດ້ານວັດທະນະທຳ ຂອງພວກຊົນເຜົ່າພື້ນເມືອງດັ່ງເດີມ ຫຼັງຈາກໄດ້ມີການທຳລາຍຖ້ຳສັກສິດ


ບໍລິສັດຣິໂອທິນໂຕ ພວມຂົນແຮ່ເຫຼັກ ຢູ່ທີ່ອອສເຕຣເລຍ ເມື່ອເດືອນທັນວາ ປີ 2013 ຊຶ່ງໄດ້ທຳລາຍຖ້ຳ 2 ແຫ່ງ ໃນເຂດພາກຕາເວັນຕົກຂອງອອສເຕຣເລຍ.
ບໍລິສັດຣິໂອທິນໂຕ ພວມຂົນແຮ່ເຫຼັກ ຢູ່ທີ່ອອສເຕຣເລຍ ເມື່ອເດືອນທັນວາ ປີ 2013 ຊຶ່ງໄດ້ທຳລາຍຖ້ຳ 2 ແຫ່ງ ໃນເຂດພາກຕາເວັນຕົກຂອງອອສເຕຣເລຍ.

ການປັບໃໝມູນຄ່າຫຼາຍລ້ານໂດລາແມ່ນສ່ວນນຶ່ງຂອງການປ່ຽນແປງຄັ້ງໃຫຍ່ກ່ຽວກັບກົດໝາຍມູນມໍລະດົກເພື່ອໃຫ້ການປົກປ້ອງຄຸ້ມຄອງແກ່ສະຖານ ທີ່ຕ່າງໆ ຂອງພວກຊົນເຜົ່າພື້ນເມືອງດັ່ງເດີມ ທາງພາກຕາເວັນຕົກ ຂອງອອສເຕຣເລຍ. ການປະກາດດັ່ງກ່າວ ມີຂຶ້ນຫຼັງຈາກມີການທຳລາຍຖ້ຳ 2 ແຫ່ງຂອງພວກຊົນເຜົ່າພື້ນເມືອງ ທີ່ມີອາຍຸ​ 46,000 ປີ ໂດຍບໍລິສັດບໍ່ແຮ່ຍັກໃຫຍ່ ຣິໂອທິນໂຕ ໃນຕົ້ນປີນີ້ ທັງໆທີ່ໄດ້ມີການຄັດຄ້ານຢ່າງແຂງຂັນ ຂອງພວກເຊົນເຜົ່າພື້ນເມືອງ. ຟິລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ຮ່າງນິຕິບັນຍັດໃນພາກຕາເວັນຕົກຂອງອອສເຕຣເລຍ ທີ່ເອີ້ນວ່າ ຮ່າງກົດໝາຍວ່າດ້ວຍມູນມໍລະດົກທາງດ້ານວັດທະນະທຳຂອງພວກຊົນເຜົ່າພື້ນເມືອງ ປີ 2020. ຮ່າງກົດໝາຍສະບັບນີ້ ຈະນຳໄປໃຊ້ແທນກົດໝາຍສະບັບເກົ່າ ທີ່ລ້າສະໄໝອາຍຸ 50 ປີ ແລະລົບລ້າງໝວດທີ່ເປັນບັນຫາຖົກຖຽງຊຶ່ງໄດ້ປ່ອຍໃຫ້ລັດຖະ ບານອະນຸຍາດແບບຕ່າວປີ້ນບໍ່ໄດ້ແກ່ພວກໃຊ້ດິນທຳລາຍສະຖານທີ່ສຳຄັນທາງດ້ານວັດທະນະນຳ.

ພວກຊົນເຜົ່າພື້ນເມືອງດັ່ງເດີມກຸ່ມຕ່າງໆຂອງອອສເຕຣເລຍ ຈະໄດ້ຮັບສິດຫຼາຍຂຶ້ນໃນການອອກຄວາມເຫັນ ກ່ຽວກັບການປົກປ້ອງຄຸ້ມຄອງທີ່ດິນຂອງພວກເຂົາເຈົ້າທີ່ຖືກສະເໜີໃຫ້ມີການນຳໃຊ້. ໃນອະດີດຜ່ານມາ ບາງຄົນໄດ້ເຫັນພ້ອມນຳ ເພື່ອສະຫຼະສະຖານທີ່ສັກສິດຕ່າງໆສຳລັບຊ່ວຍພວກຊຸມຊົນດັ່ງເດີ້ມຂອງປະເທດ ໃຫ້ໄດ້ຮັບສ່ວນແບ່ງຂອງລາຍໄດ້ທີ່ມາຈາກບໍ່ແຮ່.

ໃນເດືອນພຶດສະພາຜ່ານມານີ້ ບໍລິສັດຣິໂອທິນໂຕ (Rio Tinto) ຊຶ່ງເປັນບໍລິ ສັດຂຸດບໍ່ແຮ່ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ທຳລາຍ ຖ້ຳໂບຮານ 2 ແຫ່ງ ທີ່ຈູການ ຈອຣ໌ຈ (Juukan George) ໃນເຂດພິລບາຣາ (Pilbara) ທາງພາກຕາເວັນຕົກຂອງອອສເຕຣເລຍ ອັນເປັນສ່ວນນຶ່ງຂອງການພັດທະນາໃໝ່. ຖໍ້າທັງສອງຂອງພວກຊົນເຜົ່າພື້ນເມືອງແມ່ນຖືກັນວ່າເປັນເຂດການຄົ້ນຄວ້າກ່ຽວກັບໂບຮານຄະດີທີ່ສຳຄັນສຸດຂອງອອສເຕຣເລຍ. ພວກຜູ້ນຳຊົນເຜົ່າພື້ນເມືອງໄດ້ພາກັນຄັດຄ້ານຢ່າງແຂງຂັນຕໍ່ການພັດທະນາສະຖານທີ່ດັ່ງກ່າວ.

ຄວາມບໍ່ພໍໃຈ ທີ່ຮວມທັງການສະແດງຄວາມໂກດແຄ້ນໂດຍພວກຖືຮຸ້ນຂອງທາງບໍລິສັດ ແມ່ນຮ້າຍແຮງຫຼາຍຈົນເຖິງຂັ້ນຫົວໜ້າບໍລິຫານຂອງບໍລິສັດຣິໂອທິນໂຕ ທ່ານຊັງ-ເຊບາສຕຽນ ຊັກ (Jean-Sebastien Jacques) ໄດ້ຖືກບັງຄັບໃຫ້ຕ້ອງລາອອກ.

ນິຕິບັນຍັດສະບັບໃໝ່ນີ້ ຖືກຮ່າງຂຶ້ນມາ ກ່ອນທີ່ຖ້ຳຈູການຈອຣ໌ຈ ໄດ້ຮັບຄວາມເສຍຫາຍ ແລະມີການໃຫ້ຄຳໝັ້ນສັນຍາວ່າ “ວິທີການແບບສະໄໝໃໝ່ນິ້ີ້ຈະໃຫ້ການປົກປ້ອງຄຸ້ມຄອງແກ່ມູນມໍລະດົກທາງດ້ານວັດທະນະທຳຂອງພວກຊົນເຜົ່າພື້ນເມືອງດັ່ງເດີມ.”

ທ່ານເບັນ ວາຍແອັດ (Ben Wyatt) ລັດຖະມົນຕີກິດຈະການຊົນເຜົ່າພື້ນເມືອງຂອງເຂດພາກຕາ ເວັນຕົກອອສເຕຣເລຍກ່າວວ່າ ບໍລິສັດຕ່າງໆ ເຊັ່ນວ່າບໍລິສັດ BHP ຕ່າງກໍໄດ້ໃຫ້ການຕອບຮັບໃນທາງບວກ. ທ່ານກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

“ແມ່ນຫຍັງກໍຕາມ ທີ່ໄດ້ເກີດຂຶ້ນ ອັນເປັນຜົນມາຈາກຖ້ຳຈູການ ກໍຄືວ່າ ພວກຂຸດບໍ່ແຮ່ຕາມສະຖານທີ່ສຳຄັນໆ ໄດ້ຢຸດເຊົາການເຮັດວຽກແລ້ວ ແລະທ່ານໄດ້ເຫັນໂດຍສະເພາະແມ່ນບໍລິສັດ BHP ໄດ້ປະກາດກ່ຽວກັບເລື້ອງນີ້. ດ້ວຍເຫດນີ້ສະຖານທີ່ໆມີຄວາມສຳຄັນເປັນພິເສດເຫຼົ່ານັ້ນ ແມ່ນໄດ້ຮັບການພິຈາລະນາຄືນອີກໂດຍພວກຂຸດບໍ່ແຮ່ຫຼືພວກໃຊ້ດິນແລະກຸ່ມພວກຊົນເຜົ່າພື້ນເມືອງດັ່ງເດີມ. ນອກນັ້ນ ພວກເຮົາຍັງໄດ້ເປີດເຜີຍ ຮ່າງນິຕິບັນຍັດສະບັບໃໝ່ທີ່ໄດ້ມີການສະເໜີໄປຂອງພວກເຮົາ.”

ຖ້າຫາກຮ່າງນິຕິບັດຍັດສະບັບນີ້ໄດ້ຮັບການອະນຸມັດໂດຍສະພາຂອງລັດອອສເຕຣເລຍຕາເວັນຕົກແລ້ວ ການປັບໃໝ ໃນມູນຄ່າ 7 ລ້ານ 2 ແສນໂດລາຈະຖືກນຳມາໃຊ້ຕໍ່ການທຳລາຍແບບບໍ່ໄດ້ຮັບອະນຸຍາດຕໍ່ສະຖານທີ່ຕ່າງໆທາງດ້ານວັດທະນະທຳຂອງພວກເຊົນເຜົ່າພື້ນເມືອງ.

ແຕ່ທ່ານຣໍບິນ ແຊບໂປ ສະມາຊິກສະພາຈາກພັກສີຂຽວ ກ່າວວ່າ ການສະເໜີ “ລະບົບໃໝ່ທີ່ຊັບຊ້ອນ” ຊຶ່ງພວກຊົນເຜົ່າພື້ນເມືອງກຸ່ມຕ່າງໆທີ່ທຸກຍາກນັ້ນ ຈະຕ້ອງໄດ້ດີ້ນຮົນ ເພື່ອທຳການທົບທວນຢ່າງເໝາະສົມ ກ່ອນວັນທີ 9 ຕຸລາເສັ້ນຕາຍ ສຳລັບການຍື່ນສະເໜີ.

ສະພາທີ່ດິນຄິມເບີແລນ ຊຶ່ງເປັນອົງການຈັດຕັ້ງຊົນເຜົ່າພື້ນເມືອງທີ່ໃຫຍ່ທີ່ສຸດກຸ່ມນຶ່ງ ກ່າວວ່າ ກົດໝາຍທີ່ມີການສະເໜີ “ແມ່ນບໍ່ໃຫ້ການນັບຖືຢ່າງສິ້ນເຊີງ ຕໍ່ພວກຊົນເຜົ່າພື້ນເມືອງ ແລະສິດທິຂອງພວກເຂົາເຈົ້າ ສຳລັບປົກປັກຮັກສາມູນມໍລະດົກຂອງພວກເຂົາເຈົ້າ.” ພວກຜູ້ນຳຊົນເຜົ່າອະວຸໂສໄດ້ທວງໃຫ້ມີການປົກປ້ອງທາງດ້ານກົດໝາຍຕື່ມຂຶ້ນຕໍ່ພວກເຈົ້າຂອງດີນທີ່ເປັນຊົນເຜົ່າພື້ນເມືອງດັ່ງເດີມຮວມທັງສິດທິໃນການໃຊ້ສິດຢັບຢັ້ງຕໍ່ການພັດທະນາໃນທີ່ດິນຂອງເຂົາເຈົ້າ.”

ການຮັບຟັງຄຳໃຫ້ການຈະດຳເນີນຕໍ່ໄປໃນວັນຈັນ ກ່ຽວກັບການສືບສວນຂອງລັດຖະບານກາງ ທີ່ນະຄອນຫຼວງແຄນເບີຣາ ກ່ຽວກັບການທຳລາຍຖ້ຳຈູການ ຈອຣ໌ຈ. ມີການກວດສອບເບິ່ງຄວາມລົ້ມແຫຼວ ທັງຂອງລັດຖະບານ ແລະທຸລະກິດ ທີ່ເປີດໃຫ້ມີການລະເບີດຖ້ຳດັ່ງກ່າວ ໂດຍອະນຸຍາດໃຫ້ພວກຂຸດບໍ່ແຮ່ເຂົ້າໄປຂຸດເອົາແຮ່ເຫຼັກທີ່ມີຄຸນນະພາບສູງຢູ່ໃນນັ້ນ.

ດິນ ທີ່ເປັນຫົວໃຈສຳຄັນ ຂອງສູນກາງທາງດ້ານວັດທະນະທຳ ຂອງພວກຊົນເຜົ່າພື້ນເມືອງໂບຮານໃນອອສເຕຣເລຍ ເຊື່ອກັນວ່າມີອາຍຸປະມານ 65,000 ປີ. ດິນດັ່ງກ່າວແມ່ນຖືກັນວ່າເປັນມານດາຂອງຊັບພະສິ່ງທັງປວງຂອງການສ້າງສາ ທີ່ເຊື່ອມໂຍງ ພວກຊົນເຜົ່າພື້ນເມືອງ ກັບອະດີດ ປັດຈຸບັນ ແລະອະນາຄົດ ຂອງພວກເຂົາເຈົ້າ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG