ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ກາຕ້າ ປະຈຳ ສຫລ ກ່າວວ່າ ການສ້າງຕັ້ງຄວາມສຳພັນແບບປົກກະຕິ ກັບອິສຣາແອລ ຕ້ອງມີການແກ້ໄຂ ແບບສອງລັດ


ຮູບຊິກເມຊອລ ບິນ ຮາໝັດ ອາລ-ທານີ (Sheikh Meshal Bin Hamad Al-Thani ຢູ່ໃນເວັບໄຊຂອງສະຖານທູດກາຕ້າ ທີ່ນະຄອນຫຼວງວໍຊິງຕັນ.
ຮູບຊິກເມຊອລ ບິນ ຮາໝັດ ອາລ-ທານີ (Sheikh Meshal Bin Hamad Al-Thani ຢູ່ໃນເວັບໄຊຂອງສະຖານທູດກາຕ້າ ທີ່ນະຄອນຫຼວງວໍຊິງຕັນ.

ປະເທດກາຕ້າບໍ່ມີການຄັດຄ້ານໃດໆ ໃນການສ້າງຕັ້ງສາຍພົວພັນແບບປົກກະຕິກັບອິສຣາແອລ ຖ້າ “ເງື່ອນໄຂຕ່າງໆຫາກຖືກຕ້ອງເໝາະສົມ” ແລະຍັງມີຄວາມໝັ້ນໝາຍຕໍ່ການແກ້ໄຂແບບມີສອງລັດ ລະຫວ່າງອິສຣາແອລແລະປາແລສໄຕນ໌ ນັ້ນຄືຄຳເວົ້າຂອງເອກອັກຄະລັດຖະທູດກາຕ້າປະຈຳນະຄອນຫຼວງວໍຊິງຕັນ ຊິກເມຊອລ ບິນ ຮາໝັດ ອາລ-ທານີ (Sheikh Meshal Bin Hamad Al-Thani ທີ່ໄດ້ກ່າວຕໍ່ວີໂອເອ.

ຊິກອາລ-ທານີເວົ້າວ່າ “ກາຕ້າແມ່ນພາກສ່ວນນຶ່ງຂອງຂໍ້ລິເລີ້ມສັນຕິພາບອາຣັບ. ພວກເຮົາເຊື່ອວ່າ ການແກ້ໄຂແບບມີສອງລັດ ສຳລັບຊາວປາແລສໄຕນ໌ ແລະຄວາມໝັ້ນຄົງດ້ານຊາຍແດນຂອງອິສຣາແອລ ແລະຖ້າຫາກວ່າເງື່ອນໄຂເຫຼົ່ານີ້ມີການປະຕິບັດຕາມແລ້ວ ພວກເຮົາຈຶ່ງບໍ່ເຫັນວ່າມີເຫດຜົນອັນໃດສຳລັບກາຕ້າທີ່ຈະບໍ່ສ້າງຕັ້ງສາຍພົວພັນແບບປົກກະຕິກັບອິສຣາແອລ.”

ຂໍ້ລິເລີ້ມສັນຕິພາບອາຣັບ ແມ່ນແຜນການທີ່ໄດ້ຮັບການໄກ່ເກ່ຍໂດຍຊາອຸດີ ອາ ຣາເບຍທີ່ໄດ້ຮັບການສະໜັບສະໜຸນໂດຍສັນນິບາດອາຣັບໃນປີ 2002 ເພື່ອຍຸຕິບັນຫາຂັດແຍ້ງລະຫວ່າງອິສຣາແອລແລະປາແລສໄຕນ໌. ຂໍ້ລິເລີ້ມນີ້ໄດ້ສະເໜີໃຫ້ມີການສ້າງຕັ້ງສາຍພົວພັນແບບປົກກະຕິກັບອິສຣາແອລແລະສະໜອງຄວາມໝັ້ນຄົງໃຫ້ແກ່ທຸກໆປະເທດຢູ່ໃນຂົງເຂດ ເພື່ອເປັນການແລກປ່ຽນກັບການຖອນຕົວໂດຍເຕັມຂອງອິສຣາແອລ ອອກຈາກດິນແດນທີ່ອິສຣາແອລຍຶດເອົານັບແຕ່ປີ 1976 ເປັນຕົ້ນມາ ແລະການຕົກລົງສ້າງຕັ້ງອຳນາດອະທິປະໄຕກັບຊາວປາ
ແລສໄຕນ໌.

ການໃຫ້ຄວາມຂອງເອກອັກຄະລັດຖະທູດກາຕ້າ ມີຂຶ້ນຫຼັງຈາກ ສະຫະລັດອາຣັບເອເມີເຣສ ແລະບາຫ໌ເຣນ ໄດ້ສ້າງຕັ້ງຄວາມສຳພັນແບບປົກກະຕິຢ່າງເປັນທາງການກັບອິສຣາແອລ ໃນລະຫວ່າງພິທີເຊັນເມື່ອວັນອັງຄານຜ່ານມາ ທີ່ເປັນເຈົ້າພາບໂດຍປະທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ທຳນຽບຂາວ. ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ເອີ້ນ “ຂໍ້ຕົກລົງແອບຣາແຮມ” ວ່າ ແມ່ນການເປີດກວ້າງໃຫ້ມີການຕົກລົງແບບນີ້ຕື່ມຂຶ້ນອີກ.

ທ່ານເນຕັນຢາຮູກ່າວວ່າ “ສັນຕິພາບດັ່ງກ່າວນີ້ ໃນທີ່ສຸດກໍຈະຂະຫຍາຍຕົວກວມເອົາປະເທດອາຣັບອື່ນໆແລະສຸດທ້າຍກໍສາມາດຍຸຕິບັນຫາຂັດແຍ້ງລະຫວ່າງອາຣັບກັບອິສຣາແອລ ເປັນຄັ້ງສຸດທ້າຍ.”

ລັດຖະມົນຕີການຕ່າງປະເທດກາຕ້າ ທ່ານນາງໂລລວາ ອາລ-ຄາເຕີ (Lolwah al-Khater) ກ່າວຕໍ່ອົງການຂ່າວບລູມເບີກ ໃນວັນຈັນແລ້ວນີ້ວ່າ ປະເທດຂອງທ່ານນາງບໍ່ໄດ້ເຂົ້າຮ່ວມກັບປະເທດອາຣັບທັງສອງ ໃນການສ້າງຕັ້ງສາຍພົວພັນທາງດ້ານການທູດ ກັບອິສຣາແອລ ຍ້ອນ “ພວກເຮົາບໍ່ຄິດວ່າ ການສ້າງຕັ້ງສາຍພົວ ພັນແບບປົກກະຕິ ແມ່ນຈຸດໃຈກາງຂອງບັນຫາຂັດແຍ້ງ ແລະດັ່ງນັ້ນ ມັນຈຶ່ງບໍ່ສາມາດທີ່ຈະໃຫ້ຄຳຕອບໄດ້.”

ເຖິງແມ່ນວ່າໄດ້ມີການປະຕິເສດ ກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງສາຍພົວພັນກັບອິສຣາແອລກໍຕາມ ແຕ່ທ່ານອາລ-ທານີ ກ່າວຕໍ່ວີໂອເອວ່າ ກາຕ້າຍັງສືບຕໍ່ເປັນຜູ້ໄກ່ເກ່ຍໃຫ້ມີການເຈລະຈາລະຫວ່າງອິສຣາແອລ ແລະປາແລສໄຕນ໌ ແລະຕົນຍັງໄດ້ສົ່ງເຄື່ອງບັນເທົາທຸກທາງດ້ານມະນຸດສະທຳໄປຍັງເຂດກາຊາໃນການປະສານງານກັບອິສຣາແອລ ແລະອົງການສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG