ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາຄັ້ງໃໝ່ ພົບວ່າ ການປ່ອນບັດ ທາງໄປສະນີ ພາໃຫ້ມີຜູ້ປ່ອນບັດເພີ້ມຂຶ້ນ ແລະກໍບໍ່ມີພັກໃດ ໄດ້ປຽບ


ຮູບທີ່ເຫັນນີ້ ແມ່ນການໃຈ້ແຍກ ການປ່ອນບັດທາງໄປສະນີ ເມື່ອວັນພຸດທີ 5 ສິງຫາ 2020 ທີ່ຫ້ອງການ ໜ່ວຍປ່ອນບັດປະຈຳເຂດ ໃນເມືອງເຣັນຕັນ ລັດວໍຊິງຕັນ. (AP Photo/Ted S. Warren)
ຮູບທີ່ເຫັນນີ້ ແມ່ນການໃຈ້ແຍກ ການປ່ອນບັດທາງໄປສະນີ ເມື່ອວັນພຸດທີ 5 ສິງຫາ 2020 ທີ່ຫ້ອງການ ໜ່ວຍປ່ອນບັດປະຈຳເຂດ ໃນເມືອງເຣັນຕັນ ລັດວໍຊິງຕັນ. (AP Photo/Ted S. Warren)

ການສຶກສາຄັ້ງໃໝ່ທີ່ພິມເຜີຍແຜ່ໃນອາທິດນີ້ ສະເນີແນະວ່າ ການລົງຄະແນນສຽງສົ່ງທາງໄປສະນີ ຈະບໍ່ພາໃຫ້ເກີດຄວາມວຸ້ນວາຍ ໃນຂັ້ນຕອນການເລືອກຕັ້ງແຕ່ປະການໃດ ແລະຄວາມຈິງແລ້ວ ອາດຈະເຮັດໃຫ້ມີ ຜູ້ປ່ອນບັດ ລົງຄະແນນສຽງເພີ້ມຂຶ້ນອີກ.

ການລົງຄະແນນສຽງທາງໄປສະນີ ໄດ້ກາຍເປັນບັນຫາໂຕ້ແຍ້ງ ໃນໄລຍະສອງສາມເດືອນທີ່ຜ່ານມານີ້ ຊຶ່ງການລະບາດ ຂອງພະຍາດໂຄວິດ-19 ໄດ້ພາໃຫ້ມີຄວາມເປັນຫ່ວງ ເລື້ອງຄວາມປອດໄພ ໃນການໄປປ່ອນບັດ ແລະປະທານາທິບໍ ດີສະຫະລັດ ທ່ານດໍໂນລ ທຣຳ ຢືນຢັດວ່າການປ່ອນບັດໂດຍທາງໄປສະນີອາດຈະເຕັມໄປດ້ວຍການສໍ້ໂກງຄະແນນ ແລະບໍ່ມີຄວາມຍຸຕິທຳ ສຳລັບພັກຣີພັບບລີກັນຂອງທ່ານ.

ພວກນັກວິທະຍາສາດການເມືອງ 2 ຄົນ ຜູ້ນຶ່ງຈາກມະຫາວິທະຍາໄລເວີຈີເນຍ ແລະອີກຜູ້ນຶ່ງຈາກມະຫາວິທະຍາໄລ ໄບຣແຮມຢັງ (Brigham Young) ໄດ້ສຶກສາເບິ່ງບັນຫາດັ່ງກ່າວ ແລະພິມເຜີຍແຜ່ການຄົ້ນພົບຂອງພວກທ່ານ ໃນວັນພຸດຜ່ານມາ ຢູ່ໃນວາລະສານ ຄວາມກ້າວໜ້າທາງວິທະຍາສາດ ຫຼື (Science Advances.)

ພວກນັກຄົ້ນຄວ້າໄດ້ປຽບທຽບຂໍ້ມູນລະດັບເຂດເມືອງຕ່າງໆ ແຕ່ປີ 1992 ຫາປີ 2018 ທີ່ໄດ້ຈົດບັນທຶກໄວ້ ຢູ່ໃນທົ່ວປະເທດ ຊຶ່ງມີປະຫວັດຜູ້ປ່ອນບັດຫຼາຍກວ່າ 40 ລ້ານຄົນຢູ່ທີ່ລັດຢູທາ ແລະລັດວໍຊິງຕັນ. ພວກທ່ານຢາກກວດສອບເບິ່ງວ່າ ການປ່ອນບັດຂອງພັກໃດພັກນຶ່ງມີການປ່ຽນແປງຫຼືບໍ່ ຖ້າການປ່ອນບັດຫາກຖືກປ່ຽນເປັນການປ່ອນບັດແບບບັງຄັບທາງໄປສະນີ.

ຂໍ້ມູນສະແດງໃຫ້ເຫັນວ່າ ໂດຍທົ່ວໄປແລ້ວ ການປ່ອນບັດທາງໄປສະນີ “ມີຜົນໃນທາງບວກທີ່ສຸດຕໍ່ການປ່ອນບັດ” ແຕ່ “ບໍ່ມີຜົນທີ່ສາມາດວັດແທກໄດ້” ກ່ຽວກັບວ່າ ພັກໃດພັກນຶ່ງໄດ້ຮັບຄະແນນສຽງດີປານໃດລື່ນອີກພັກນຶ່ງ ໃນການປ່ອນບັດ.

ພວກນັກຄົ້ນຄວ້າກ່າວວ່າ ນັບເປັນເວລາຫຼາຍປີມາແລ້ວ ການປ່ອນບັດທາງໄປສະນີ ແມ່ນພົວພັນກັບພວກທີ່ສູງອາຍຸ ແລະພວກທີ່ຢູ່ໃນເຂດຊົນນະບົດທີ່ມີທ່າອຽງໄປທາງພັກຣີພັບບລີກັນ. 6 ລັດມີການປ່ອນບັດໃນຮູບໃດຮູບນຶ່ງໂດຍທາງໄປສະນີ ກ່ອນທີ່ຈະເກີດໂຣກລະບາດໄວຣັສໂຄໂຮນາ. ລັດເທັກຊັສ ມີໃນອັນທີ່ຮ້ອງວ່າ “ການປ່ອນບັດໂດຍທາງໄປສະນີທີ່ບໍ່ຄວນພາດ” ສຳລັບພວກຜູ້ທີ່ມີອາຍຸແຕ່ 65 ປີຫຼືສູງກວ່ານັ້ນ. ຢູ່ລັດເນບຣາສກາ ເມືອງຕ່າງໆ ທີ່ມີໜ້ອຍກວ່າ 10,000 ຄົນ ໄດ້ຮັບອະນຸຍາດໃຫ້ປ່ອນບັດທາງໄປສະນີໄດ້.

ພວກນັກຄົ້ນຄວ້າກ່າວວ່າ “ເຖິງແມ່ນລະບົບການປ່ອນບັດໂດຍທາງໄປສະນີເຫຼົ່ານີ້ ມີການຄຸ້ມຄອງທີິ່ແຕກຕ່າງກັນ ແຕ່ມັນກໍສອດຄ່ອງກັນ” ພາຍໃຕ້ຫຼັກການໃຫຍ່ສຸດ ນັ້ນກໍຄືທຸກໆເຂດເລືອກຕັ້ງໄດ້ຮັບບັດ ກ່ອນວັນເລືອກຕັ້ງແລະທັງໝົດແມ່ນຈຳກັດ (ຊຶ່ງໃນບາງກໍລະນີ ແມ່ນໃຊ້ແທນ) ການໄປປ່ອນບັດດ້ວຍຕົນເອງ.

ພວກນັກຄົ້ນຄວ້າຂຽນວ່າ “ການປ່ອນບັດໂດຍທາງໄປສະນີ ອາດເປີດໂອກາດໃຫ້ ຖ້າຂີ້ຮ້າຍສຸດ ກໍແມ່ນເພື່ອຮັກສາລະດັບປະຫວັດສາດໃນການໄປປ່ອນບັດຫຼື ດີສຸດ ແມ່ນເພີ້ມການປ່ອນບັດໃຫ້ຫຼາຍຂຶ້ນໜ້ອຍນຶ່ງຈາກລະດັບການໄປປ່ອນບັດຕ່ຳ ໃນຂະນະດຽວກັນ ກໍບໍ່ໄດ້ເຮັດໃຫ້ພັກການເມືອງໃດນຶ່ງໄດ້ປຽບຕໍ່ອີກພັກການເມືອງນຶ່ງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG