ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເກົາຫຼີໃຕ້ ທີ່ມີກໍລະນີ ຕິດເຊື້ອ ໄວຣັສໂຄໂຣນາ ເພີ້ມຂຶ້ນ ສັ່ງໃຫ້ປິດໂຮງຮຽນ


ນັກຮຽນສອງຄົນໃສ່ໜ້າກາກ ນັ່ງພັກຜ່ອນ ທ່າມກາງການລະບາດລະດັບໂລກ ຂອງໄວຣັສໂຄໂຣນາ ຫຼື COVID-19 ຢູ່ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ Seoul, ວັນທີ 25 ສິງຫາ 2020.
ນັກຮຽນສອງຄົນໃສ່ໜ້າກາກ ນັ່ງພັກຜ່ອນ ທ່າມກາງການລະບາດລະດັບໂລກ ຂອງໄວຣັສໂຄໂຣນາ ຫຼື COVID-19 ຢູ່ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ Seoul, ວັນທີ 25 ສິງຫາ 2020.

ເກົາຫຼີໃຕ້ໄດ້ສັ່ງໃຫ້ປິດໂຮງຮຽນ ໃນເຂດນະຄອນຫຼວງໂຊລ ຂະນະທີ່ປະເທດດັ່ງກ່າວ ຮັບມືກັບກໍລະນີຕິດເຊື້ອເພີ້ມຂຶ້ນ ຂອງໄວຣັສໂຄໂຣນາເປັນເວລາ 2 ອາທິດ.

ລັດຖະມົນຕີກະຊວງສຶກສາ ຂອງເກົາຫຼີໃຕ້ ທ່ານຢູເອິນແຮ (Yoo Eun-hae) ກ່າວໃນວັນອັງຄານວານນີ້ວ່າ ພວກນັກຮຽນສ່ວນໃຫຍ່ ຈະເຂົ້າຮຽນທາງອອນລາຍນ໌ ໄປຈົນຮອດວັນທີ 11 ກັນຍາ ແຕ່ພວກນັກຮຽນມັດທະຍົມປາຍ ປີສຸດທ້າຍ ຈະຕ້ອງໄປເຂົ້າໂຮງຮຽນຕາມປົກກະຕິເພື່ອກະກຽມການສອບເສັງເຂົ້າມະຫາວິທະຍາໄລ.

ການລະບາດຂອງໄວຣັສໂຄໂຣນາຢູ່ ໃນເຂດພາກຕາເວັນອອກສຽງໃຕ້ຂອງປະເທດ ເຮັດໃຫ້ການເຂົ້າໂຮງຮຽນສຳລັບສົກປີການສຶກສາໃໝ່ ມີການຊັກຊ້າເປັນເວລາຫຼາຍອາທິດ ກ່ອນຈະເລີ້ມມີການເປີດໂຮງຮຽນຄືນ ເປັນຂັ້ນໆ ເມື່ອເດືອນພຶດສະພາທີ່ຜ່ານມາ.

ໃນຂະນະທີ່ພວກເດັກນ້ອຍນັກຮຽນ ຫຼາຍໆລ້ານຄົນພວມພາກັນກັບຄືນໄປເຂົ້າໂຮງຮຽນນັ້ນ ອົງການອະນາໄມໂລກໄດ້ອອກຄຳແນະນຳ ກ່ຽວກັບວ່າພວກເຂົາເຈົ້າຕ້ອງໄດ້ໃສ່ໜ້າກາກຫຼືບໍ່.

ອົງການອະນາໄມໂລກ ແລະອົງການກອງທຶນເດັກສະຫະປະຊາຊາດ ໄດ້ອອກຄຳແນະນຳຈັດລະບຽບໃໝ່ ແບ່ງພວກເດັກນ້ອຍອອກເປັນຈຸໆ ແລະກໍກ່າວວ່າພວກເດັກນ້ອຍທີ່ມີອາຍຸຕ່ຳກວ່າ 6 ປີ ບໍ່ຄວນໃສ່ໜ້າກາກ.

ອົງການອະນາໄມໂລກ ແລະກອງທຶນເດັກສະຫະປະຊາຊາດ ກ່າວວ່າ “ອີງຕາມຫຼັກຖານທີ່ມີຢູ່ຢ່າງຈຳກັດນັ້ນ ພວກເດັກນ້ອຍທີ່ຍັງມີອາຍຸນ້ອຍຢູ່ນັ້ນ ອາດຈະມີຄວາມສາມາດໃນການຕິດພະຍາດຕ່ຳ ປຽບທຽບໃສ່ພວກຊາວໜຸ່ມ ແຕ່ແນວໃດກໍຕາມ ຂໍ້ມູນທີ່ມີຢູ່ນັ້ນ ສະເໜີແນະວ່າ ນີ້ອາດຈະຂຶ້ນຢູ່ກັບອາຍຸຂອງພວກເດັກນ້ອຍ.”

ພວກເດັກນ້ອຍທີ່ມີອາຍຸແຕ່ 6 ຫາ 11 ປີ ຄວນໃສ່ໜ້າກາກ ແຕ່ອັນທີ່ພວກນັກຊ່ຽວຊານເອີ້ນວ່າ “ຄວາມສ່ຽງໃນການຄວບຄຸມ” ຄວນຈະມີການພິຈາລະນາ ນຳດ້ວຍ ນີ້ແມ່ນຮວມທັງ ສະພາບແວດລ້ອມທາງດ້ານສັງຄົມ ແລະວັດທະນະທຳ ຄວາມສາມາດໃນການປະຕິບັດຕາມຂອງພວກເດັກນ້ອຍ ແລະຜົນຂອງການໃສ່ ໜ້າກາກທີ່ມີຕໍ່ພະຍາດຕ່າງໆ. ສຳລັບພວກເດັກນ້ອຍທີ່ມີອາຍຸ 12 ປີຂຶ້ນໄປນັ້ນ ໃຫ້ຖືວ່າເປັນຄືກັນກັບພວກຊາວໜຸ່ມເວລາໃສ່ໜ້າກາກ.

ແຕ່ທັງອົງການອະນາໄມໂລກ ແລະອົງການກອງທຶນເດັກ ຕ່າງກໍກ່າວວ່າ ພວກເດັກນ້ອຍບໍ່ຄວນທີ່ຈະຖືກປະຕິເສດບໍ່ໃຫ້ໄດ້ຮັບການສຶກສາຖ້າພວກເຂົາເຈົ້າຫາກບໍ່ມີໜ້າກາກໃສ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG