ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກເລີກ ຂໍ້ຕົກລົງດ້ານກົດໝາຍ ແລະການເງິນ 3 ສະບັບ ກັບຮົງກົງ


ຢູ່ໃນຮູບນີ້ ຕຳຫຼວດພວມຈັບຜູ້ຊາຍຄົນນຶ່ງ ແລະນຳເອົາຜູ້ກ່ຽວ ໄປຂຶ້ນລົດ ໃນລະຫວ່າງການປະທ້ວງຕໍ່ຕ້ານການນຳໃຊ້ກົດໝາຍຄວາມໝັ້ນຄົງຂອງຈີນ ຢູ່ຮົງກົງ ເມື່ອວັນທີ 28 ມິຖຸນາ ປີ 2020.
ຢູ່ໃນຮູບນີ້ ຕຳຫຼວດພວມຈັບຜູ້ຊາຍຄົນນຶ່ງ ແລະນຳເອົາຜູ້ກ່ຽວ ໄປຂຶ້ນລົດ ໃນລະຫວ່າງການປະທ້ວງຕໍ່ຕ້ານການນຳໃຊ້ກົດໝາຍຄວາມໝັ້ນຄົງຂອງຈີນ ຢູ່ຮົງກົງ ເມື່ອວັນທີ 28 ມິຖຸນາ ປີ 2020.

ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ໄດ້ໂຈະ ຫຼືຢຸດເຊົາຂໍ້ຕົກລົງ 3 ສະບັບກັບຮົງກົງ ໃນການຕອບໂຕ້ຄັ້ງຫຼ້າສຸດ ຕໍ່ການນຳໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ ຢູ່ໃນເຂດເຄິ່ງປົກຄອງຕົນເອງຮົງກົງ ໂດຍຈີນ.

ກະຊວງການຕ່າງປະເທດສະຫະລັດ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນພຸດວານນີ້ ໂດຍກ່າວວ່າ ຂໍ້ຕົກລົງເຫຼົ່ານີ້ ແມ່ນກ່ຽວກັບການສົ່ງຜູ້ຫຼົບລີ້ໜີກົດໝາຍ ແລະບຸກຄົນທີ່ຖືກຕັດສິນໂທດ ພ້ອມທັງການຍົກເວັ້ນພາສີລາຍໄດ້ ໃຫ້ແກ່ບໍລິສັດຂົນສົ່ງລະຫວ່າງປະເທດ.

ລັດຖະບານສະຫະລັດ ໄດ້ເອົາບາດກ້າວຫຼາຍຢ່າງ ເປັນລຳດັບມາຕໍ່ປັກກິ່ງ ນັບຕັ້ງແຕ່ໄດ້ມີການນຳໃຊ້ກົດໝາຍສະບັບໃໝ່ໃນເດືອນມິຖຸນາຜ່ານມາ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງໂທດ ຕໍ່ບຸກຄົນໃດກໍຕາມໃນຮົງກົງ ທີ່ເຊື່ອວ່າໄດ້ດຳເນີນການເພື່ອແບ່ງແຍກດິນແດນ ບ່ອນທຳລາຍ ກໍ່ການຮ້າຍ ແລະສົມຮູ້ຮ່ວມຄິດກັບລັດຖະບານຕ່າງປະເທດ. ກົດໝາຍສະບັບບນີ້ ແມ່ນເພື່ອເປັນການຕອບໂຕ້ຕໍ່ການເດີນເພື່ອປະຊາທິປະໄຕຂະບວນຂະໜາດໃຫຍ່ ໃນປີກາຍ ທີ່ມັກເກີດຄວາມຮຸນແຮງ ຢູ່ໃນຄຸ້ມການເງິນຂອງຮົງກົງນັ້ນ.

ສະຫະລັດແລະປະເທດຕາເວັນຕົກອື່ນໆ ກ່າວວ່າ ການນຳໃຊ້ມາດຕະການດັ່ງກ່າວ ໃນຄວາມເປັນຈິງແລ້ວ ແມ່ນເພື່ອຍຸຕິ ນະໂຍບາຍ “ປະເທດດຽວ ສອງລະບົບ” ຊຶ່ງພາຍໃຕ້ນະໂຍບາຍນີ້ ມີການໃຫ້ຄໍາໝັ້ນສັນຍາວ່າ ຮົງກົງຈະໄດ້ຮັບການປົກຄອງຕົນເອງໃນລະດັບສູງ ຫຼັງຈາກອັງກິດມອບໂອນຮົງກົງໃຫ້ແກ່ຈີນຢູ່ພາຍໃຕ້ການປົກຄອງຈີນ ໃນປີ 1997.

ປະທານາທິບໍດີທຣຳໄດ້ລົງນາມໃນດຳລັດສະບັບນຶ່ງໃນເດືອນແລ້ວນີ້ ເພື່ອຍຸຕິການໃຫ້ຖານະພິເສດທາງດ້ານການຄ້າແລະການທູດສຳລັບຮົງກົງແລະຕິດຕາມດ້ວຍການເອົາບາດກ້າວຕ່າງໆ ເຊັ່ນການລົງໂທດຕໍ່ທ່ານນາງແຄຣີ ແລມ ຜູ້ນຳຮົງກົງຄົນໃນປັດຈຸບັນ ພ້ອມທັງເຈົ້າໜ້າທີ່ຄົນອື່ນໆຂອງຮົງກົງແລະຈີນແຜ່ນດິນໃຫຍ່.

ທ່ານນາງມໍແກນ ອໍເທກັສ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ບາດກ້າວເຫຼົ່ານີ້ ແມ່ນໄດ້ເນັ້ນໃຫ້ເຫັນ ເຖິງຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການຕັດສິນໃຈຂອງປັກກິ່ງ ທີ່ຈະນຳໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ຊຶ່ງໄດ້ທັບມ້າງສິດເສລີພາບຂອງປະຊາຊົນໃນຮົງກົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG