ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ແອັບໂປ ເດລີ ຕ້ອງສູ້ຕໍ່ໄປ' ນັ້ນຄື ຫົວຂໍ້ຂ່າວ ທີ່ພາດໜ້າທຳອິດ ຂອງໜັງສືພິມຮົງກົງ


ທ່ານຈິມມີ ໄລ ນັກທຸລະກິດສື່ມວນຊົນທີ່ລ້ຳລວຍຂອງຮົງກົງ (ກາງ) ທີ່ກໍ່ຕັ້ງໜັງສືພິມແອັບໂປ ເດລີ (Apple Daily) ຖືກຈັບ ພາຍໃຕ້ກົດໝາຍຄວາມໝັ້ນຄົງສະບັບໃໝ່.
ທ່ານຈິມມີ ໄລ ນັກທຸລະກິດສື່ມວນຊົນທີ່ລ້ຳລວຍຂອງຮົງກົງ (ກາງ) ທີ່ກໍ່ຕັ້ງໜັງສືພິມແອັບໂປ ເດລີ (Apple Daily) ຖືກຈັບ ພາຍໃຕ້ກົດໝາຍຄວາມໝັ້ນຄົງສະບັບໃໝ່.

ຊາວຮົງກົງ ໄດ້ພາກັນຢືນເຂົ້າແຖວຍາວຢຽດ ຢູ່ບ່ອນຂາຍໜັງສືພິມ ໃນຕອນເຊົ້າ ວັນອັງຄານ ມື້ນີ້ ເພື່ອຊື້ໜັງສືພິມແອັບໂປ ເດລີ (Apple Daily) ທີ່ສະເໜີຂ່າວຕື່ນເຕັ້ນ ນິຍົມປະຊາທິປະໄຕ ນຶ່ງມື້ຫຼັງຈາກເຈົ້າຂອງໜັງສືພິມດັ່ງກ່າວ ຖືກຈັບ ຍ້ອນລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ ທີ່ຖືກກຳນົດໂດຍຈີນ.

ໜັງສືພິມນີ້ ໄດ້ພິມຈຳໜ່າຍ 500,000 ສະບັບ ສຳລັບວັນອັງຄານມື້ນີ້ ຄືຫຼາຍກວ່າປົກກະຕິສີ່ເທົ່າ ໂດຍທີ່ໜ້າທຳອິດພາດຫົວຂໍ້ຂ່າວວ່າ “ແອັບໂປ ເດລີ ຈະສູ້ຕໍ່ໄປ.” ເຖິງແມ່ນໄດ້ມີການພິມ ເປັນຈຳນວນຫຼາຍພິເສດ ແຕ່ຮ້ານຂາຍໜັງສືພິມສ່ວນໃຫຍ່ກໍໄດ້ຂາຍຈົດໝົດ ແລະຫຼາຍຮ້ານໄດ້ຂາຍໜັງສືພິມທີ່ເຂົາເຈົ້າໄດ້ຮັບມາ ໝົດໄປພາຍໃນບໍ່ເທົ່າໃດຊົ່ວໂມງ.

ຫົວຂໍຂ່າວທີ່ທ້າທາຍດັ່ງກ່າວ ມີການພິມເຜີຍແຜ່ຫຼັງຈາກການຈັບກຸມທ່ານ ຈິມມີ ໄລ ເຈົ້າຂອງບໍລິສັດ Next Digital ຊຶ່ງເປັນບໍລິສັດແມ່ຂອງໜັງສືພິມ Apple Daily. ໜັງສືພິມສະບັບນີ້ ລາຍງານວ່າ ທ່ານ ຈິມມີ ໄລ ທີ່ມີອາຍຸ 72 ປີ ໄດ້ ຖືກນຳພາຕົວອອກຈາກບ້ານຂອງລາວ ໃນການສົງໄສວ່າສົມຮູ້ຮ່ວມຄິດກັບຕ່າງ ປະເທດ. ທ່ານແມ່ນນຶ່ງໃນຈຳນວນ 7 ຄົນທີ່ຖືກຈັບໃນວັນອາທິດແລ້ວ ຮວມທັງລູກຊາຍຂອງທ່ານໄລ 2 ຄົນ ແລະພວກຜູ້ບໍລິຫານຂອງບໍລິສັດ Next Digital ຈໍານວນນຶ່ງ. ມີຕຳຫຼວດຫຼາຍກວ່າ 200 ຄົນ ໄດ້ເຂົ້າໄປກວດຄົ້ນສໍານັກງານໃຫຍ່ ຂອງບໍລິສັດ Next Digital ບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານໄລໄດ້ຖືກຈັບແລະ ກໍມີການຄົ້ນປະຫວັດພວກນັກຂ່າວ ໃນການບຸກ ທີ່ຖືກຖ່າຍທອດສົດ ໂດຍກ້ອງຂອງໜັງສືພິມ ທີ່ອອກໂດຍເວັບໄຊຂອງຕົນ.

ມາຮອດຄືນວັນຈັນວານນີ້ມີຕື່ມອີກ 3 ຄົນໄດ້ຖືກຈັບ ຮວມທັງ Agnes Chow ນັກເຄື່ອນໄຫວເພື່ອປະຊາທິປະໄຕອາຍຸ 23 ປີ ແລະອະດີດຜູ້ນຳຂອງພັກ Demosisto ທີ່ກໍຕັ້ງໂດຍນັກເຄື່ອນໄຫວໂຈຊົວ ວອງ (Joshua Wong). ພັກດັ່ງກ່າວໄດ້ຖືກຍຸບ ບໍ່ດົນຫຼັງຈາກກົດໝາຍຄວາມໝັ້ນຄົງສະບັບໃໝ່ເລີ້ມມີຜົນບັງຄັບໃຊ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG