ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງປະນາມ ການໂຈມຕີ ຂອງພວກມືປືນ ຢູ່ປະເທດນິແຊຣ໌


ເຈົ້າໜ້າທີ່ອົງການທີ່ບໍ່ຂຶ້ນກັບລັດຖະບານ ACTED ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ຂອງອົງການ ຢູ່ນະຄອນຫຼວງປາຣີ ເມື່ອວັນທີ 10 ສິງຫາ 2020.
ເຈົ້າໜ້າທີ່ອົງການທີ່ບໍ່ຂຶ້ນກັບລັດຖະບານ ACTED ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ຂອງອົງການ ຢູ່ນະຄອນຫຼວງປາຣີ ເມື່ອວັນທີ 10 ສິງຫາ 2020.

ປະທານາທິບໍໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ໄດ້ປະນາມການໂຈມຕີຂອງພວກມືປືນໃນປະເທດນີແຊຣ໌ຕໍ່ຊາວຝຣັ່ງ ທີ່ຮວມທັງພະນັກງານໃຫ້ ການຊ່ວຍເຫຼືອ ໂດຍໄດ້ສັງຫານຢ່າງໜ້ອຍ 8 ຄົນ ລວມມືຜູ້ນຳທ່ຽວ ແລະຄົນ ຂັບລົດ. ການໂຈມຕີດັ່ງກ່າວມີຂຶ້ນຢູ່ນອກນະຄອນຫຼວງນີອາເມໃນເຂດຊຶ່ງພວກນັກທ່ອງທ່ຽວມັກໄປເບິ່ງສັດປ່າ. ມັນເປັນຄວາມເສຍຫາຍທີ່ຮ້າຍແຮງ ຕໍ່ນິແຊຣ໌ ຊຶ່ງເປັນພັນທະມິດທີ່ສຳຄັນຂອງສະຫະລັດແລະປະເທດອື່ນໆ ໃນການຕໍ່ສູ້ຕ້ານພວກຫົວຮຸນແຮງຈັດ ຢູ່ໃນເຂດຊາແຮລ. Nicolas Pinault ມີລາຍງານ ກ່ຽວກັບເລື້ອງນີ້ ຈາກປາຣີ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ການໂຈມຕີ ເກີດຂຶ້ນທີ່ເມືອງກູເຣ 64 ກິໂລແມັດຫ່າງຈາກນະຄອນຫຼວງນິອາເມ ຂອງນິແຊຣ໌. ອົງການໃຫ້ຄວາມຊ່ວຍເຫຼືອ ACTED ຂອງຝຣັ່ງກ່າວວ່າ ພະນັກງານຂອງຕົນຫຼາຍຄົນ ແມ່ນຮວມຢູ່ໃນຈຳນວນພວກທີ່ຖືກຂ້າຕາຍ ໃນລະຫວ່າງການໄປທ່ຽວຫຼິ້ນຂອງພວກນັກທ່ອງທ່ຽວ. ຝຣັ່ງກໍໄດ້ໃຫ້ການຢືນຢັນວ່າປະຊາຊົນຂອງຕົນແມ່ນຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ.

ເປັນທີ່ເຊື່ອກັນວ່າ ນີ້ແມ່ນການໂຈມຕີເທື່ອທຳອິດຕໍ່ພວກຊາວຕາເວັນຕົກ ຢູ່ໃນເຂດດັ່ງກ່າວຂອງປະເທດນິແຊຣ໌ ຊຶ່ງເປັນບ່ອນທ່ອງທ່ຽວທີ່ຜູ້ຄົນມັກໄປ ທັງນີ້ກໍຍ້ອນຍັງມີຈີຣາຟອາໄສຢູ່ ໃນປະເທດອາຟຣິກາຕາເວັນຕົກແຫ່ງນີ້.

ໃນການຖະແຫຼງຕໍ່ວີໂອເອ ຈາກນະຄອນດາກາ ທ່ານກິວເລສ ຢາບີ (Gilles Yabi) ຜູ້ກໍ່ຕັ້ງອົງການ WATHI ຊຶ່ງເປັນອົງການຈັດຕັ້ງຂອງກຸ່ມສັງຄົມພົນລະເຮືອນທີ່ເວົ້າເຖິງຕົນເອງວ່າ ເປັນອົງການໃຫ້ຄຳແນະນຳຂອງປະຊາຊົນໃນເຂດອາຟຣິກາຕາເວັນຕົກນັ້ນ ກ່າວວ່າ ການໂຈມຕີນີ້ບໍ່ແມ່ນເປັນສິ່ງທີ່ແປກໃນເຂດຊາແຮລ ຊຶ່ງໃນໄລຍະຫຼາຍປີຜ່ານມານີ້ ໄດ້ກາຍເປັນເຂດທີ່ບໍ່ມີສະຖຽນລະພາບ.

ທ່ານຢາວີກ່າວວ່າ “ນີ້ແນ່ນອນແມ່ນຄວາມເສຍຫາຍ ຕໍ່ການດຳເນີນຄວາມພະຍາຍາມທີ່ໄດ້ເຮັດມາເທົ່າເຖິງປັດຈຸບັນ ເພື່ອນຳເອົາຄວາມໝັ້ນຄົງມາສູ່ປະເທດນິແຊຣ໌ ແຕ່ຢູ່ໃນເຂດຊາແຮລໂດຍທົ່ວໄປແລ້ວ ພວກເຮົາຮູ້ວ່າການໂຈມຕີ ສາມາດເກີດຂຶ້ນໄດ້ ຢູ່ໃນທຸກໆບ່ອນ. ເຂດເຫຼົ່ານີ້ແມ່ນໄດ້ກາຍເປັນເຂດທີ່ຕົກເປັນເປົ້າງ່າຍຂຶ້ນ ສຳລັບກຸ່ມກຳລັງປະກອບອາວຸດຕ່າງໆ. ມັນງ່າຍຫຼາຍທີ່ກຸ່ມກຳລັງປະກອບອາວຸດບາງກຸ່ມ ຈະຍ້າຍຈາກເຂດນຶ່ງໄປຍັງອີກເຂດນຶ່ງ.”

ໃນການໃຫ້ສຳພາດ ກັບວີໂອເອ ເມື່ອໄວໆມານີ້ ທ່ານເຈ ປີເຕີ້ ຟາມ ທູດພິເສດຂັ້ນສູງຂອງສະຫະລັດ ປະຈຳເຂດຊາແຮລ ໃຫ້ຂໍ້ສັງເກດວ່າ ການໂຈມຕີຂອງ ພວກຫົວຮຸນແຮງຈັດ ຢູ່ໃນປະເທດເບີກີນາຟາໂຊ ມາລີ ແລະນິແຊຣ໌ ໄດ້ເພີ້ມຂຶ້ນ 40 ເປີເຊັນ ໃນໄຕມາດທຳອິດຂອງປີນີ້ ພຽງປີດຽວເທົ່ານັ້ນ.

ຍ້ອນມີຕ່າງປະເທດຢູ່ໃນດິນແດນຂອງຕົນ ແລະສະຫະລັດກໍໄດ້ສ້າງຕັ້ງຖານທັບເຮືອບິນບໍ່ມີຄົນຂັບ ຢູ່ໃນເຂດອາກາເດຂອງນິແຊຣ໌ ປະເທດດັ່ງກ່າວແມ່ນໄດ້ນຳເອົາການຮ່ວມມືກັບປະເທດມະຫາອຳນາດຕາເວັນຕົກມາເປັນຈຸດໃຈກາງໃນດ້ານຄວາມປອດໄພຂອງຕົນ.

ແຕ່ແນວໃດກໍຕາມ ທ່ານຣິດາ ຣຽມມູຣີ ເຈົ້າໜ້າທີ່ອະວຸໂສທີ່ສູນກາງນະໂຍບາຍ ຂອງອົງການ New South ກ່າວວ່າ ນິແຊຣ໌ເບິ່ງຄືວ່າ ບໍ່ສາມາດທີ່ຈະປ້ອງກັນການໂຈມຕີເຫຼົ່ານັ້ນໄດ້.

ທ່ານຣຽມມູຣີກ່າວວ່າ “ນີ້ແມ່ນການຖອຍຫຼັງຄັ້ງໃຫຍ່ ສຳລັບປະເທດນິແຊຣ໌ ຊຶ່ງເປັນພັນທະມິດທີ່ສຳຄັນຂອງສະຫະລັດ ຝຣັ່ງ ແລະສະຫະພາບຢູໂຣບ. ທັງສະຫະລັດແລະຝຣັ່ງຕ່າງກໍໃຫ້ການຝຶກແອບ ຄຳແນະນຳແລະສະໜອງອຸບປະກອນໃຫ້ແກ່ກຳລັງຂອງນິແຊຣ໌. ແຕ່ແນວໃດກໍຕາມການມີກຳລັງຮັກສາຄວາມສະຫງົບທີ່ເຂັ້ມແຂງ ບໍ່ສາມາດມີຂຶ້ນໃນເວລາພຽງຂ້າມຄືນຫຼືແມ່ນກະທັງໃນໄລຍະນຶ່ງທົດສະວັດ ຊຶ່ງເປັນກໍລະນີຂອງປະເທດນິແຊຣ໌ນັ້ນ.”

ທຳນຽບຂອງປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ກ່າວວ່າ ທ່ານໄດ້ໂອ້ລົມກັບປະທານາທິບໍດີນິແຊຣ໌ ທ່ານມາຮາມາດູ ອິສຊູຟູູ ໃນວັນອາທິດທີ່ຜ່ານມາ ຊຶ່ງພວກຜູ້ນຳທັງສອງຕ່າງກໍໄດ້ປະນາມໃນອັນທີ່ທ່ານມາກຣົງກ່າວວ່າເປັນການໂຈມຕີທີ່ “ຂີ້ຂາດຕາຂາວ” ແລະມັນອາດສາມາດ ພາໃຫ້ມີການຮື້ຟື້ນການອະພິປາຍທາງດ້ານການເມືອງຄືນໃໝ່ຢູ່ໃນປະເທດນິແຊຣ໌ ອີງຕາມທ່ານເຊດິກ ອັບບາ ນັກຂ່າວນິແຊຣ໌ ທີ່ເຮັດວຽກຢູ່ນະຄອນຫຼວງປາຣີ.

ທ່ານອັບບາ ອະທິບາຍວ່າ ສິ່ງທີ່ໄດ້ເກີດຂຶ້ນຢູ່ເມືອງກູເຣ ຈະເຮັດໃຫ້ກຳລັງຮັກສາຄວາມສະຫງົບເພັ່ງເລັງໃສ່ ການອະພິບາຍທາງດ້ານການເມືອງຢູ່ປະເທດນິແຊຣ໌ ກ່ຽວກັບການປະຕິບັດງານຂອງປະທານາທິບໍດີອິສຊູຟູ ແລະຄຸນຄ່າຂອງກຳລັງທະຫານຕ່າງປະເທດໃນດິນແດນຂອງນິແຊຣ໌. ທ່ານໄດ້ກ່າວເຖິງປະເທດຝຣັ່ງ ສະຫະລັດ ແລະແມ່ນກະທັງ ເຢຍຣະມັນ ທີ່ກຳລັງປະຈຳ ການຢູ່ໃນປະເທດນິແຊຣ໌.

ເຂດຊາແຮລໄດ້ກາຍເປັນບ່ອນຫລົບລີ້ ສຳລັບກຸ່ມຈີຮາດຕ່າງໆ ເຊັ່ນວ່າລັດອິສລາມ ຢູ່ໃນທະເລ ຊາຍຊາຮາຣາ ຫຼືເອີ້ນຫຍໍ້ວ່າ ISGS ນັ້ນ.

ມີຊາວຢູໂຣບ ຫຼາຍໆຄົນໄດ້ຖືກລັກພາໂຕ ແລະໃນບາງກໍລະນີ ກໍຖືກສັງຫານ ຢູ່ໃນເຂດທີ່ມີ ຄວາມສຳຄັນດັ່ງກ່າວ.

ຄົນສັນຊາດຝຣັ່ງ 2 ຄົນຄືທ່ານອັງຕວນ ເດິ ລຽວເກີ ແລະແວັງຊັງ ເດິລໍຣີ ໄດ້ຖືກຂ້າຕາຍຫຼັງຈາກໄດ້ຖືກລັກພາໂຕໄປໂດຍພວກຈີຮາດຈາກຮ້ານອາຫານແຫ່ງນຶ່ງໃນນະຄອນຫຼວງນີອາເມ ເມື່ອປີ 2011.

French President Emmanuel Macron has condemned an attack by gunmen in Niger on a group that included French aid workers, killing at least eight people including their guide and a driver. The attack happened outside the capital, Niamey, in an area popular with tourists for its wildlife. It is a major blow to Niger, a key ally for the U.S. and others in the fight against extremism in the Sahel. Nicolas Pinault reports for VOA from Paris.

The attack took place in Koure, only 40 miles from Niger’s capital Niamey. French aid group ACTED said several of its workers were among those killed during a tourist outing. France confirmed its nationals were among the dead.

It is believed to be the first such attack on Westerners in this area of Niger, a popular tourist attraction thanks to its unique population of West African or Niger giraffes.

Speaking to VOA from Dakar, Gilles Yabi, the founder of WATHI, acivil society organization that describes itself as a citizen think tank in West Africa, said this attack is not a surprise in this unstable region that Sahel has become over the years.

“This is definitely a blow to the effort that has been made so far to bring security in Niger. But, in the entire Sahel region, we do know that attacks can happen basically anywhere. The areas more exposed are areas where you have a proliferation of armed groups. It is very easy for some of these groups to move from one area to another.”

In a recent interview with VOA, J. Peter Pham, the top U.S. envoy to the Sahel region, noted extremist attacks in Burkina Faso, Mali and Niger had increased 40 percent in the first quarter of this year alone.

With foreign troops on its soil and a U.S. drones base set up in the northern Nigerien region of Agadez, Niger put security at the core of its cooperation with Western powers.

Yet, the country seems unable to prevent those attacks, says Rida Lyammouri, a senior fellow at the Policy Center for the New South.

This is a major setback for Niger, a major ally to the United States, France and the European Union. Both the U.S. and France have been training, advising and providing equipment to Niger forces. However, having strong security forces does not happen overnight or even a decade, which is the case for Niger.

The office of French President Emmanuel Macron said he spoke on the phone with his Niger counterpart Mahamadou Issoufou. Both leaders condemned what Mr. Macron described as a "cowardly" attack and one that could renew a political debate in Niger according to Seidik Abba, a Nigerien journalist based in Paris.

He explains that what happened in Koure will make security the focus of the political debate in Niger, even over president’s Issoufou track record and the value of foreign troops on Niger’s soil. He mentions that French, U.S. and even German troops are stationed in Niger.

Sahel has become a haven for Sahel jihadist groups such as the Islamic State in the Greater Sahara, ISGS.

A number of Europeans have been abducted – and in some cases killed – in the volatile region.

Two Frenchmen, Antoine De Leocour and Vincent Delory, were killed after being kidnapped by jihadists from a restaurant in Niamey in 2011.

XS
SM
MD
LG