ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສາມປະເທດ ສົ່ງຍານໄປສຳຫຼວດ ດາວພະອັງຄານ ເພື່ອຄົ້ນຄວ້າ ຫາສິ່ງທີ່ມີຊີວິດ


ໃນວັນທີ 1 ມິຖຸນາຜ່ານມາ ຮູບພາບທີ່ສະໜອງໂດຍ ສູນກາງອະວະກາດ Mohammed Bin ສະແດງໃຫ້ເຫັນ ຍານອະວະກາດ ແຫ່ງຄວາມຫວັງ. ຈີນ ແລະ ສະຫະລັດອາຣັບເອເມຣີເຣສ ຕ່າງກໍສົ່ງຍານອະວະກາດ ໄປຍັງດາວພະອັງຄານ ໃນອາທິດນີ້.
ໃນວັນທີ 1 ມິຖຸນາຜ່ານມາ ຮູບພາບທີ່ສະໜອງໂດຍ ສູນກາງອະວະກາດ Mohammed Bin ສະແດງໃຫ້ເຫັນ ຍານອະວະກາດ ແຫ່ງຄວາມຫວັງ. ຈີນ ແລະ ສະຫະລັດອາຣັບເອເມຣີເຣສ ຕ່າງກໍສົ່ງຍານອະວະກາດ ໄປຍັງດາວພະອັງຄານ ໃນອາທິດນີ້.

ໃນຄວາມພະຍາຍາມຄັ້ງໃໝ່ເພື່ອຊອກຫາຮ່ອງຮອຍຂອງສິ່ງທີ່ມີຊີວິດຜ່ານມາຢູ່ເທິງດາວພະອັງຄານນັ້ນ ສະຫະລັດ ຈີນ ແລະສະຫະລັດອາຣັບເອເມີເຣັສພວມພາກັນສົ່ງຍານອະວະກາດ ໄປຍັງດາວພະອັງຄານ ໃນອາທິດນີ້.

ຍານອະວະກາດທີ່ບໍ່ມີຄົນຂັບ ຍັງຈະວິເຄາະເບິ່ງບໍລິເວນທີ່ກະກຽມໃຫ້ພວກນັກບິນອະວະກາດໄປລົງ ໃນອະນາຄົດ.

ສະຫະລັດພວມສົ່ງລົດສຳຫຼວດ ທີ່ມີຊື່ວ່າ Perseverance ໄປເກັບກຳເອົາຫີນຕົວຢ່າງ ແລະເບິ່ງຊົງແລ້ວຈະບໍ່ໄດ້ກັບຄືນມາໂລກ ພາຍໃນເວລາ 10 ປີ.

ຍານອະວະກາດແຕ່ລະລຳ ຈະເດີນທາງໃນໄລຍະ 482 ລ້ານກິໂລແມັດ ເພື່ອໄປຍັງດາວພະອັງຄານຫຼັງຈາກທີ່ຍານເຫຼົ່ານີ້ຕ້ອງໄດ້ອອກຈາກວົງໂຄຈອນຂອງໂລກ ແລະເຂົ້າໄປໃນວົງໂຄຈອນຂອງດາວພະອັງຄານ. ຂັ້ນຕອນໃນການເດີນທາງໄປເຖິງພຽງຢ່າງດຽວ ຕ້ອງໃຊ້ເວລາຢ່າງໜ້ອຍ 6 ຫາ 7 ເດືອນ.

ຈຸດປະສົງຂອງປະເທດເຫຼົ່ານີ້ ແມ່ນເພື່ອສຳຫຼວດເບິ່ງວ່າດາວພະອັງຄານເຄີຍມີສິ່ງທີ່ມີຊີິວິດຂະໜາດນ້ອຍອາໄສຢູ່ມາກ່ອນຫຼືບໍ່. ດັ່ງທີ່ໄດ້ມີການລົງຄວາມເຫັນໃນເມື່ອກ່ອນວ່າດາວພະອັງຄານເຄີຍມີນ້ຳມາກ່ອນ ດັ່ງນັ້ນມັນຈຶ່ງເປັນໄປໄດ້ທີ່ດາວເຄາະດັ່ງກ່າວມີສິ່ງທີ່ມີຊີວິດຊະນິດໃດຊະນິດນຶ່ງອາໄສຢູ່.

ສາສະດາຈານເຣ ອາວິດສັນ (Ray Arvidson) ຈາກມະຫາວິທະຍາໄລວໍຊິງຕັນ ທີ່ນະຄອນເຊນຫຼຸຍ ກ່າວວ່າ “ການປະຕິບັດງານຂອງຫຸ່ນຍົນໃນຮອບທົດສະວັດທີ່ຜ່ານມາ ຫຼືປະມານນັ້ນ ໄດ້ສະແດງໃຫ້ເຫັນວ່າ ດາວພະອັງຄານ ຍັງບໍ່ທັນເປັນບ່ອນທີ່ຕາຍແລ້ວ ສຳລັບພວກມະນຸດຕ່າງດາວ ດັ່ງທີ່ພວກເຮົາໄດ້ສະຫຼຸບໄປໃນທ້າຍສັດຕະວັດທີ 20. ຄວາມຈິງແລ້ວແມ່ນເປັນໂລກທີ່ເຕັມໄປດ້ວຍພື້ນທະເລສາບ ທາງໄຫຼຂອງແມ່ນ້ຳທີ່ແຫ້ງແລ້ວ ແລະວັດສະດຸອິນຊີ.”

ປະເທດທັງສາມ ພວມສົ່ງຍານອະວະກາດໄປຍັງດາວພະອັງຄານ ພ້ອມກັນໃນອາທິດດຽວ ເພາະມັນເປັນຊ່ວງເວລາພຽງນຶ່ງເດືອນເທົ່ານັ້ນ ໃນຮອບທຸກໆ 26 ເດືອນ ທີ່ດາວພະອັງຄານແລະໂລກ ຢູ່ໃນຂ້າງດຽວກັນຂອງດວງອາທິດ. ເວລາທີ່ໂລກແລະດາວພະອັງຄານຢູ່ໃນຂ້າງດຽວກັນຂອງດວງອາທິດນັ້ນ ໄລຍະເວລາສຳລັບການເດີນທາງຈະຖືກຕັດລົງໃຫ້ເຫຼືອໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້.

ກ່ອນໜ້ານີ້ ມີແຕ່ສະຫະລັດພຽງປະເທດຽວເທົ່ານັ້ນ ທີ່ໄດ້ສົ່ງຍານອະວະກາດໄປຍັງດາວພະອັງຄານມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG