ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ລາຍງານ ກ່າວວ່າ ຈີນຖືວ່າອຸດສາຫະກຳ ແຮ່ທາດຫາຍາກ ມີຄ່າທາງດ້ານພູມສາດການເມືອງ


ພວກຄົນງານຂົນສົ່ງດິນ ທີ່ມີແຮ່ທາດຫາຍາກ ເພື່ອສົ່ງອອກ ທີ່ທ່າກຳປັ່ນຫລຽນຢຸນກັງ (Lianyungang) ໃນແຂວງຈຽງຊູ ປະເດຈີນ ເມື່ອວັນທີ 31 ຕຸລາ 2010.

ປັກກິ່ງສວຍໃຊ້ການໃຫ້ເງິນຊ່ວຍເຫຼືອຂອງລັດຖະບານເພື່ອສ້າງຕັ້ງອຸດສາຫະກຳຜະລິດວັດຖຸທີ່ຫາຍາກ ແລະມີແຜນການທີ່ຈະສວຍໃຊ້ອຸດສາຫະກຳດັ່ງກ່າວເພື່ອເປັນອາວຸດທາງດ້ານພູມສາດການເມືອງຕໍ່ປະເທດຕາເວັນຕົກ ອີງຕາມລາຍງານ ສະບັບໃໝ່ຂອງພວກນັກຄົ້ນຄວ້າສະຫະລັດ.

ການຄອບງຳຂອງຈີນ ໃນການຂຸດຄົ້ນໂລຫະ ແລະແຮ່ທາດຫາຍາກ ທີ່ມີຄວາມສຳຄັນຕໍ່ການຜະລິດໃນດ້ານຮາຍເທັກ ແມ່ນໄດ້ເປັນຈຸດເພັ່ງເລັງ ມາໄດ້ດົນນານແລ້ວຕໍ່ຄວາມເປັນຫ່ວງກັງວົນຂອງພວກສະມາຊິກສະພາອາເມຣິກັນ ໃນການສະໜອງວັດຖຸທີ່ຫາຍາກ.

ແຕ່ລາຍງານສະບັບໃໝ່ ທີ່ພິມເຜີຍແຜ່ ໃນວັນຈັນວານນີ້ ໂດຍບໍລິສັດທີ່ປຶກສາ Horizon Advisory ຂອງອາເມຣິກັນ ສະຫຼຸບວ່າ ຈີນໄດ້ໃຫ້ຄວາມສຳຄັນຕໍ່ອຸດສາຫະກຳດັ່ງກ່າວໃນການທີ່ຕົນອາດຈະໄດ້ເປັນຜູ້ຄອບງຳທາງດ້ານພູມສາດການ ເມືອງ ຫຼາຍໄປກວ່າຄຸນຄ່າທາງດ້ານການຄ້າ.

ທ່ານແນທັນ ພິກາຊິກ (Nathan Picarsic) ຜູ້ກໍ່ຕັ້ງບໍລິສັດ Horizon ກ່າວຕໍ່ໜັງສືພິມວອລລສຕຣີດ (Wall Street) “ພວກເຂົາເຈົ້າບໍ່ໄດ້ເປັນຫ່ວງກ່ຽວກັບຜົນຕອບແທນທາງດ້ານເສດຖະກິດ ຢູ່ໃນຫຼາຍໆກໍລະນີເຫຼົ່ານີ້. ພວກເຂົາເຈົ້າມອງເຫັນວ່າ ການຄວບຄຸມອຸດສາຫະກຳດັ່ງກ່າວນີ້ ແມ່ນເສັ້ນທາງໄປສູ່ການໄດ້່ຮັບໄຊຊະນະ ໂດຍບໍ່ຕ້ອງມີການຕໍ່ສູ້. ບໍລິສັດທີ່ປຶກສາຂອງທ່ານ ໄດ້້ເພັ່ງເລັງໃສ່ຄວາມຄຸມເຄືອກ່ຽວກັບວິທີການແຂ່ງຂັນຂອງຈີນເພື່ອການຄວບຄຸມທາງດ້ານພູມສາດການເມືອງ ອີງຕາມມູນນິທີເພື່ອປ້ອງກັນປະຊາທິປະໄຕທີ່ທ່ານເປັນເຈົ້າໜ້າທີ່ອະວຸໂສຢູ່ນັ້ນ.

ອີງຕາມບໍລິສັດ Horizon ແລ້ວ ລາຍງານສະບັບປີ 2019 ທີ່ຈີນເປັນຜູ້ໃຫ້ເງິນສະໜັບສະໜຸນ ກ່າວວ່າ “ຈີນຈະບໍ່ປະຕິເສດເຖິງຄວາມເປັນໄປໄດ້ ໃນການນຳໃຊ້ພວກນັກຊ່ຽວຊານດ້ານແຮ່ທາາດທີ່ຫາຍາກ ເພື່ອເປັນເຄື່ອງຕໍ່ລອງ “ເວລາຮັບມືກັບສົງຄາມການຄ້າ ທີ່ພວມທະວີຄວາມຮ້າຍແຮງຂຶ້ນ ລະຫວ່າງ ສະຫະລັດກັບຈີນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG