ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ອາດຈະສົ່ງ ທະຫານ ສຫລ ບາງສ່ວນ ໄປປະຈຳການ ຢູ່ປະເທດໂປແລນ


ປະທານາທິບໍດີດໍໂນລ ທຣຳ ພວມຈະຈັບມື ກັບປະທານາທິບໍດີໂປແລນ ທ່ານແອນເດຣສ ດູດາ ທີ່ສວນກຸຫຼາບ ຢູ່ທຳນຽບຂາວ ເມື່ອວັນທີ 12 ມິຖຸນາ 2019.
ປະທານາທິບໍດີດໍໂນລ ທຣຳ ພວມຈະຈັບມື ກັບປະທານາທິບໍດີໂປແລນ ທ່ານແອນເດຣສ ດູດາ ທີ່ສວນກຸຫຼາບ ຢູ່ທຳນຽບຂາວ ເມື່ອວັນທີ 12 ມິຖຸນາ 2019.

ການສູນເສຍຂອງເຢຍຣະມັນ ອາດຈະເປັນຜົນດີສຳລັບໂປແລນ ນັ້ນແມ່ນເນື້ອໄນຂອງຄຳເວົ້າປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ໄດ້ກ່າວ ໃນວັນພຸດວານນີ້ ໂດຍຢືນຢູ່ຄຽງຂ້າງປະທານາທິບໍດີໂປແລນ ທ່ານແອນເດຣສ ດູດາ (Andrzej Duda) ເມື່ອທ່ານເວົ້າເຖິງການຍ້າຍກຳລັງທະຫານອາເມຣິກັນຫຼາຍພັນຄົນໃນຢູ່ໂຣບ.

ປະທານາທິບໍດີທຣຳ ໃຫ້ການຢືນຢັນດັ່ງກ່າວ ໃນການຕອບຄຳຖາມ ຂອງພວກນັກຂ່າວ ໃນລະຫວ່າງການຖະແຫຼງຂ່າວຮ່ວມກັນ ທີ່ສວນດອກກຸຫຼາບ ຂອງທຳນຽບຂາວ ໂດຍເວົ້າວ່າ ສະຫະລັດ ອາດຈະຍ້າຍທະຫານຈຳນວນນຶ່ງ ຈາກປະເທດເຢຍຣະມັນໄປຍັງໂປແລນ.

ທ່ານທຣຳ ກ່າວວ່າ “ພວກເຮົາພວມຈະຫລຸດ ກຳລັງທະຫານຂອງພວກເຮົາ ໃນ ເຢຍຣະມັນລົງ.”

ລັດຖະບານຂອງທ່ານທຳ ມີແຜນທີ່ຈະຫຼຸດກຳລັງທະຫານສະຫະລັດທີ່ປະຈຳການຢ່າງເປັນການຖາວອນຢູ່ໃນປະເທດເຢຍຣະມັນ ຈາກ 34,500 ຄົນ ລົງມາເປັນ​25,000 ຄົນ ໂດຍຈະສົ່ງສ່ວນນຶ່ງກັບຄືນປະເທດ ແລະອີກຈໍານວນນຶ່ງຍ້າຍໄປປະເທດອື່ນ ເພື່ອເປັນການລົງໂທດ ຕໍ່ນາຍົກລັດຖະມົນຕີແອນເກີລາ ເມີເກີລ (An-gela Merkel) ທີ່ບໍ່ໄດ້ໃຊ້ຈ່າຍເງິນໃນອັນທີ່ປະທານາທິ ບໍດີສະຫະລັດມອງເຫັນວ່າ ເປັນການແບ່ງປັນຄ່າໃຊ້ຈ່າຍທີ່ຍຸຕິທຳສຳລັບອົງການເນໂຕ້.

ສະມາຊິກຂອງອົງການເນໂຕ້ຄວນໃຊ້ຈ່າຍເງິນຢ່າງໜ້ອຍ 2 ເປີເຊັນ ຈາກຍອດຜະລິດຕະພັນລວມພາຍໃນຂອງຕົນສຳລັບການປ້ອງກັນປະເທດໃນແຕ່ລະປີ ແຕ່ກໍບໍ່ແມ່ນຂໍ້ຜູກໝັດທາງດ້ານກົດໝາຍ.

ນອກນັ້ນ ທ່ານທຣຳຍັງໄດ້ຕໍ່ວ່າ ໃນການທີ່ເຢຍຣະມັນຊື້ແກັສທຳມະຊາດຈາກຣັດເຊຍ ໂດຍສົ່ງຜ່ານທໍ່ສົ່ງ Nord Stream.

ທ່ານທຣຳ ກ່າວວ່າ “ຂ້າພະເຈົ້າຄິດວ່າ ປະຊາຊົນເຢຍຣະມັນ ມີຄວາມບໍ່ພໍໃຈ” ກ່ຽວກັບການທີ່ປະເທດດັ່ງກ່າວ ໃຊ້ຈ່າຍເງິນ “ຫຼາຍພັນລ້ານໂດລາ ເພື່ອຊື້ພະລັງ ງານຈາກຣັດເຊຍ.”

ທ່ານດູດາ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນຕອນບ່າຍວັນພຸດວານນີ້ວ່າ ທ່ານໄດ້ຮ້ອງຂໍ ນຳປະທານາທິບໍດີທຣຳ “ບໍ່ໃຫ້ຖອນກຳລັງທະຫານອາເມຣິກັນ ອອກຈາກຢູໂຣບ” ແລະກ່າວຕື່ມວ່າ “ຂ້າພະເຈົ້າພ້ອມແລ້ວ ທີ່ຈະຮັບເອົາກຳລັງທະ ຫານອາເມຣິກັນຕື່ມ ໃນປະເທດໂປແລນ.”

ກອງທັບສະຫະລັດໄດ້ວາງແຜນທີ່ຈະສົ່ງກອງພົນນ້ອຍຍານເກາະໄປຍັງປະເທດໂປແລນ ໂດຍມີການສັບປ່ຽນກັນເປັນໄລຍະໆ.

ໂປແລນໄດ້ສະແດງໃຫ້ເຫັນເຖິງຄວາມຈຳເປັນໃນການສະໜັບສະໜຸນທາງດ້ານທະຫານເພີ້ມຕື່ມ ຫຼັງຈາກຣັດເຊຍໄດ້ປະກາດໂຮມເອົາເຂດໄຄຣເມຍ ທີ່ຕັ້ງຢູ່ໃກ້ຄຽງໃນປະເທດຢູເຄຣນ ເຂົ້າເປັນດິນແດນຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG