ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວໄທ ສະແດງຄວາມເປັນຫ່ວງ ກ່ຽວກັບ ການສ້າງເຂື່ອນແຫ່ງໃໝ່ ໃສ່ລຳນ້ຳຂອງ


ເຮືອຂ້າມຟາກລຳນຶ່ງ ພວມຂົນຜູ້ຄົນຂ້າມແມ່ນ້ຳຂອງ ໃນເຂດ Arey Ksat ຢູ່ນອກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເມື່ອວັນອັງຄານທີ 28 ມັງກອນ 2020. (AP Photo/Heng Sinith)
ເຮືອຂ້າມຟາກລຳນຶ່ງ ພວມຂົນຜູ້ຄົນຂ້າມແມ່ນ້ຳຂອງ ໃນເຂດ Arey Ksat ຢູ່ນອກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເມື່ອວັນອັງຄານທີ 28 ມັງກອນ 2020. (AP Photo/Heng Sinith)

ພວກນັກເຄື່ອນໄຫວຊາວໄທແລະອົງການຈັດຕັ້ງຕ່າງໆໄດ້ພາກັນອອກມາສະແດງຄວາມເປັນຫ່ວງ ຫຼັງຈາກການປະກາດໃນເດືອນແລ້ວນີ້ວ່າອົງການແມ່ນ້ຳຂອງສາກົນຫຼື MRC ຈະເລີ້ມຂັ້ນຕອນການປຶກສາຫາລືກ່ຽວກັບໂຄງການເຂື່ອນໄຟຟ້າຊະນະຄາມ ຊຶ່ງເປັນເຂື່ອນທີ່ສ້າງໃສ່ແມ່ນ້ຳຂອງແຫ່ງໃໝ່ ຢູ່ໃນພາກເໜືອຂອງລາວ.

ເຂື່ອນດັ່ງກ່າວຈະເປັນເຂື່ອນແຫ່ງທີ 6 ທີ່ສ້າງໃສ່ແມ່ນ້ຳຂອງຢູ່ລາວ ຊຶ່ງຈະໃຊ້ທຶນກໍ່ສ້າງຫຼາຍກວ່າ 2 ຕື້ໂດລາແລະຈະຢູ່ທາງໃຕ້ຂອງເຂື່ອນໄຊຍະບູລີ ທີ່ຈະເລີ້ມແລ່ນເຄື່ອງປັ່ນໄຟໃນເດືອນພະຈິກນີ້.

ຂັ້ນຕອນການປຶກສາຫາລືຂອງອົງການແມ່ນ້ຳຂອງສາກົນ ຕາມປົກກະຕິແລ້ວຈະໃຊ້ເວລາ 6 ເດືອນ ຊຶ່ງໃນໄລຍະດັ່ງກ່າວ ປະເທດສະມາຊິກອື່ນໆຂອງອົງການແມ່ນໍ້າຂອງສາກົນ ຮວມທັງປະເທດໄທ ກຳປູເຈຍ ແລະຫວຽດນາມ ສາມາດທົບທວນເບິ່ງໂຄງການແລະຊັ່ງຊາເບິ່ງຜົນກະທົບຂ້າມຊາຍແດນໄດ້.

ໃນຂະນະທີ່ບັນດາປະເທດສະມາຊິກ ສາມາດສະເໜີໃຫ້ມີການປ່ຽນແປງ ແຕ່ຂັ້ນຕອນການປຶກສາຫາລືຂອງອົງການແມ່ນ້ຳຂອງສາກົນສາມາດໃຊ້ສິດຢັບຢັ້ງຕໍ່ໂຄງ ການຕ່າງໆໄດ້ ຊຶ່ງໝາຍຄວາມວ່າ ໂຄງການສ້າງເຂື່ອນຊະນະຄາມ ຈະດຳເນີນການໄປໜ້າ.

ກຸ່ມ Save the Mekong ຊຶ່ງເປັນແນວໂຮມອົງການຈັດຕັ້ງແລະພວກນັກວິຊາການ ກ່າວໃນວັນອັງຄານທີ 2 ມິຖຸນາຜ່ານມານີ້ວ່າ ໂຄງການສ້າງເຂື່ອນ ທີ່ໄດ້ສະເໜີໄປນັ້ນ ມີລາຄາແພງເກີນໄປ ບໍ່ຈຳເປັນ ແລະມີຄວາມສ່ຽງ ແລະຄວນຈະຖືກຍົກເລີກ.

ກຸ່ມດັ່ງກ່າວເວົ້າວ່າ “ເຖິງເວລາແລ້ວທີ່ຈະຍົກເລີກໂຄງການສ້າງເຂື່ອນຕ່າງໆໃສ່ລຳແມ່ນ້ຳຂອງຢ່າງເປັນການຖາວອນ ແລະຊອກຫາພະລັງງານທາງເລືອກແບບຍືນຍົງທີ່ເປັນບູລິມະສິດແລະຖືກຕ້ອງ ແລະເສັ້ນທາງໄປສູ່ການໃຫ້ຄວາມເຄົາລົບຕໍ່ສິດທິຂອງປະຊາຄົມຕ່າງໆ.”

ຄືກັນກັບເຂື່ອນໄຊຍະບູລີ ໄຟຟ້າທີ່ຜະລິດໂດຍ ໂຄງການສ້າງເຂື່ອນຊະນະຄາມ ສ່ວນໃຫຍ່ຈະຖືກສົ່ງໄປຂາຍໃຫ້ໄທ ຊຶ່ງອີງຕາມພວກນັກຊ່ຽວຊານຫຼາຍໆຄົນກ່ຽວກັບປະເທດດັ່ງກ່າວເວົ້າວ່າ ທີ່ມີໄຟຟ້າໃຊ້ເກີນຄວາມຕ້ອງການຢູ່ແລ້ວ.

ອີງຕາມທ່ານ Ormbun Thipsuna ໂຄສົກຂອງເຄືອຂ່າຍປະຊາຊົນໄທໃນ 8 ຈັງຫວັດທີ່ຕັ້ງຢູ່ຕິດແມ່ນ້ຳຂອງ ກ່າວວ່າ “ປະຫວັດສະແດງໃຫ້ເຫັນວ່າ ໂຮງໄຟຟ້າຢູ່ໃນຂົງເຂດຜະລິດໄຟຟ້າພຽງພໍຢູ່ແລ້ວ ແລະເຂື່ອນຊະນະຄາມມີແຕ່ຈະສ້າງບັນຫາໃຫ້ແກ່ປະຊາຊົນທີ່ອາໄສແລະຫາຢູ່ຫາກິນເລາະຕາມແຄມແມ່ນ້ຳຂອງ.”

ກຸ່ມດັ່ງກ່າວມີໂຄງການທີ່ຈະພົບປະກັບ ເຈົ້າໜ້າທີ່ລັດຖະບານໄທໃນເດືອນມີນາຜ່ານມາ ເພື່ອປຶກສາຫາລືກ່ຽວກັບຜົນກະທົບທີ່ອາດມີຂຶ້ນໃນທາງທີ່ບໍ່ດີ ກ່ຽວກັບໂຄງການເຂື່ອນໄຊຍະບູລີພ້ອມທັງຄວາມເປັນຫ່ວງກ່ຽວກັບໂຄງການສ້າງເຂື່ອນຊະນະຄາມ. ແຕ່ການພົບປະດັ່ງກ່າວ ໄດ້ຖືກຍົກເລີກຍ້ອນຄວາມກັງວົນກ່ຽວກັບພະຍາດໂຄວິດ-19.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG