ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໑ ທັນວາ ໒໐໒໓

ສະພາສະຫະລັດ ສະເໜີ ໃຫ້ໄວ້ອາໄລ ແກ່ພວກເຄາະຮ້າຍໂຄວິດ-19 ຫຼາຍແບບ


ແມ່ຍິງຄົນນຶ່ງ ຍ່າງຜ່ານຮົ້ວ ຢູ່ນອກສຸສານກຣີິນວູດ ທີ່ເຕັມໄປດ້ວຍກາກໄວ້ທຸກໃຫ້ພວກເຄາະຮ້າຍຍ້ອນໂຄວິດ-19 ເມື່ອວັນພະຫັດ ທີ 28 ພຶດສະພາ 2020.
ແມ່ຍິງຄົນນຶ່ງ ຍ່າງຜ່ານຮົ້ວ ຢູ່ນອກສຸສານກຣີິນວູດ ທີ່ເຕັມໄປດ້ວຍກາກໄວ້ທຸກໃຫ້ພວກເຄາະຮ້າຍຍ້ອນໂຄວິດ-19 ເມື່ອວັນພະຫັດ ທີ 28 ພຶດສະພາ 2020.

ສະມາຊິກສະພາສະຫະລັດຈຳນວນນຶ່ງ ຮຽກຮ້ອງໃຫ້ມີການໄວ້ອາໄລໃນທົ່ວປະເທດໃຫ້ແກ່ພວກທີ່ເສຍຊີວິດຍ້ອນໄວຣັສໂຄໂຣນາຫຼາຍກວ່າ 100,000 ຄົນຢູ່ໃນສະຫະລັດ ຊຶ່ງເປັນປະເທດທີ່ມີຜູ້ເສຍຊີິວິດຫຼາຍທີ່ສຸດໃນໂລກ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສັ່ງໃຫ້ຊັກທຸງຊາດລົງເຄິ່ງເສົາ ຢູ່ຕາມຕຶກຫ້ອງການ ຂອງລັດຖະບານກາງເປັນເວລາ 3 ມື້ ຮວມທັງວັນລະນຶກເຖິງພວກທີ່ສະຫຼະຊີວິດເພື່ອປະເທດຊາດຫຼື Memorial Day ໃນວັນຈັນທີ່ຜ່ານມານີ້.

ປະທານາທິບໍດີທຣຳ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ເມື່ອວັນພະຫັດວານນີ້ ນຶ່ງມື້ຫຼັງຈາກສະຫະລັດໄວ້ອາໄລຄົບຕາມກຳນົດແລ້ວ ໂດຍກ່າວວ່າ “ເຖິງທຸກໆຄອບຄົວແລະເພື່ອນມິດຂອງພວກທີ່ເສຍຊີວິດ ຂ້າພະເຈົ້າຂໍສະແດງຄວາມເສົ້າເສຍໃຈເປັນທີ່ສຸດ ແລະຄວາມຮັກຕໍ່ທຸກສິ່ງຢ່າງທີ່ຜູ້ຄົນອັນຍິ່ງໃຫຍ່ເຫຼົ່ານີ້ ໄດ້ສູ້ຊົນແລະຕາງໜ້າໃຫ້.”

ສະມາຊິກສະພາສູງກຸ່ມນຶ່ງຈາກທັງສອງພັກການເມືອງ ໃນວັນພະຫັດວານນີ້ຮຽກຮ້ອງໃຫ້ມີການຢືນສະຫງົບສະຕິອາລົມຊົ່ວຂະນະນຶ່ງເພື່ອໄວ້ອາໄລໃນທົ່ວປະເທດໃຫ້ແກ່ພວກເຄາະຮ້າຍທີ່ເສຍຊີວິດຫຼາຍກວ່າ 100,000 ຄົນ.

ສະມາຊິກສະພາສູງບຣາຍອັນ ຊວາດສ໌ (Brian Schatz) ທີ່ສັງກັດພັກເດໂມແຄຣັດຈາກລັດຮາວາຍກ່າວວ່າ “ປະເທດຊາດຕ້ອງລະນຶກເຖິງຂີດໝາຍອັນມືດມົນນີ້ດ້ວຍຄວາມສາມັກຄີແລະຢ່າງໂຈ່ງແຈ້ງ. ໃນຊ່ວງເວລາອັນເຈັບປວດແສນສາຫັດທີ່ພັນລະນາບໍ່ໄດ້ນີ້ ມັນຈຳເປັນທີ່ພວກເຮົາຄວນຢຸດ ເພື່ອໃຫ້ກຽດແກ່ທຸກ ຊີວິດທີ່ສູນເສຍໄປ ແລະພວກເຮົາໂສກເສົ້ານໍາກັນ.”

ຂໍ້ສະເໜີນຶ່ງອີກຕ່າງຫາກຢູ່ໃນສະພາຕ່ຳນັ້ນແມ່ນຮຽກຮ້ອງໃຫ້ມີການໄວ້ທຸກດ້ວຍການຢືນສະຫງົບສະຕິອາລົມ ຊົ່ວຂະນະນຶ່ງໃນແຕ່ລະວັນ ເວລາສະພາຕ່ຳເລີ້ມການປະຊຸມ ແລະກໍຈັດການໄວ້ທຸກແຫ່ງຊາດ ຫຼັງຈາກການລະບາດຂອງໄວຣັສໂຄໂຣນາສິ້ນສຸດລົງແລ້ວ ແລະການສ້າງອະນຸສອນສະຖານ ໃຫ້ແກ່ພວກເຄາະຮ້າຍ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ເຕືອນວ່າ ໂຣກລະບາດດັ່ງ ກ່າວນີ້ອາດຈະສ້າງ “ຄວາມເສຍຫາຍແລະຄວາມທຸກທໍລະມານແບບທີ່ບໍ່ຄາດຄິດ ຢູ່ໃນທົ່ວໂລກ” ຮວມທັງໄພອຶດຢາກ ແລະການຫວ່າງງານເປັນຈຳນວນຫຼວງຫຼາຍ ນອກຈາກວ່າລັດຖະບານຂອງປະເທດຕ່າງໆ ເລີ້ມເອົາມາດຕະການປ້ອງກັນໄວ້ແຕ່ດຽວນີ້. ມາດຕະການປ້ອງກັນດັ່ງກ່າວ ແມ່ນຮວມທັງບາດກ້າວອັນຈຳເປັນເຊັ່ນການບັນເທົາໜີ້ສິນ ສຳລັບປະເທດທີ່ດ້ອຍພັດທະນາ ແລະໃຊ້ຊ່ວງເວລາໃນການຟື້ນໂຕ ແກ້ໄຂວິກິດການອື່ນໆ ເຊັ່ນພາວະໂລກຮ້ອນ ແລະຄວາມບໍ່ສະເໝີພາບທາງດ້ານສັງຄົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

XS
SM
MD
LG