ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານພອມພຽວ ກ່າວວ່າ ຮົງກົງ ບໍ່ໄດ້ເປັນເຂດ ເຄິ່ງປົກຄອງຕົນເອງຂອງຈີນ ອີກຕໍ່ໄປແລ້ວ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດ ເມື່ອ ວັນທີ 20 ພຶດສະພາ 2020.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດ ເມື່ອ ວັນທີ 20 ພຶດສະພາ 2020.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານໄດ້ລາຍງານໃຫ້ລັດຖະສະພາສະຫະລັດຊາບວ່າ ຮົງກົງ “ບໍ່ເປັນເຂດປົກຄອງຕົນເອງ ອີກຕໍ່ໄປແລ້ວຈາກຈີນ” ແລະ “ຮົງກົງ ບໍ່ສົມ ຄວນໄດ້ຮັບການປະຕິບັດຕໍ່ພາຍໃຕ້ກົດໝາຍຂອງສະຫະລັດອີກຕໍ່ໄປ” ອີງຕາມຄວາມເປັນຈິງທີ່ກຳລັງເກີດຂຶ້ນຢູ່ທີ່ນັ້ນ.

ຄຳເຫັນຂອງທ່ານລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ສະຫະລັດພວມພິຈາລະນາທີ່ຈະໂຈະຖານະພິເສດທີ່ໄດ້ເຮັດໃຫ້ຮົງກົງເປັນຄູ່ການຄ້າທີ່ສຳຄັນຂອງສະຫະລັດ.

ຄຳເຫັນຂອງທ່ານພອມພຽວ ມີຂຶ້ນຫຼັງຈາກສະພາປະຊາຊົນແຫ່ງຊາດຂອງຈີນ ໄດ້ປະກາດເຈດຕະລົມຂອງຕົນຢ່າງເປັນເອກະພາບ ທີ່ໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຕໍ່ຮົງກົງນັ້ນ ເປັນການເຄື່ອນໄຫວທີ່ຖືກມອງເຫັນວ່າ ເປັນບ່ອນທຳລາຍການປົກຄອງດ້ວຍຕົນເອງຂອງຮົງກົງ ຊຶ່ງລັດຖະບານຂອງປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຮັກສາໄວ້ ພາຍໃຕ້ການປະກາດຮ່ວມກັນລະຫວ່າງຈີນແລະອັງກິດ ໂດຍເປັນສົນທິສັນຍາສາກົນທີ່ຍື່ນຕໍ່ອົງການສະຫະປະຊາຊາດ.

ການສະເໜີກົດໝາຍດັ່ງກ່າວຂອງປັກກິ່ງ ເປັນຂີດໝາຍຂອງການຫັນປ່ຽນຢ່າງໃຫຍ່ຫລວງສຳລັບຮົງກົງ ຊຶ່ງຊາວຮົງກົງໄດ້ຮັບເສລີພາບໃນດ້ານການເມືອງຢ່າງກວ້າງຂວາງມາຍາວນານ ພາຍໃຕ້ການປົກຄອງຕົນເອງເຄິ່ງນຶ່ງ ໂດຍມີລັດຖະ ບານທີ່ເລືອກມາຈາກປະຊາຊົນ ຊຶ່ງໃນຄັ້ງນຶ່ງເຫັນວ່າເປັນແບບຢ່າງສຳລັບຈີນແຜ່ນດິນໃຫຍ່.

ທ່ານພອມພຽວໄດ້ກ່າວໄປວ່າ “ໃນຂະນະທີ່ສະຫະລັດ ເມື່ອຄັ້ງນຶ່ງ ໄດ້ຫວັງວ່າ ຮົງກົງທີ່ເສລີ ແລະຈະເລີນຮຸ່ງເຮືອງ ຈະສະໜອງແບບຢ່າງສຳລັບລະບອບຜະ ເດັດການຂອງຈີນ ບັດນີ້ ມັນເປັນທີ່ຈະແຈ້ງແລ້ວວ່າ ຈີນກຳລັງເອົາຮົງກົງມາເປັນແບບຢ່າງຂອງຕົນເອງ.”

ຄວາມເຄັ່ງຕຶກທາງດ້ານການເມືອງ ໄດ້ທະວີຂຶ້ນຕື່ມຢູ່ໃນຮົງກົງ ເມື່ອສອງສາມອາທິດຜ່ານມາມານີ້ ຫຼັງຈາກທີ່ເຈົ້າໜ້າທີ່ປະຕິບັດກົດໝາຍຂອງຮົງກົງ ໄດ້ຈັບກຸມພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ 15 ຄົນໃນເດືອນເມສາ ທີ່ປະກອບດ້ວຍ ຜູ້ກໍ່ຕັ້ງພັກເດໂມແຄຣັດຂອງຮົງກົງ ທ່ານມາຣຕິນ ລີ ອັນເປັນການເຄື່ອນ ໄຫວທີ່ສະຫະລັດ ໄດ້ກ່າວປະນາມ.

“ກົດໝາຍວ່າດ້ວຍສິດທິມະນຸດ ແລະປະຊາທິປະໄຕ” ທີ່ໄດ້ມີຜົນບັງຄັບໃຊ້ເມື່ອເດືອນພະຈິກປີກາຍນີ້ ບັງຄັບໃຫ້ກະຊວງການຕ່າງປະເທດ ຕ້ອງໄດ້ຢັ້ງຢືນໂດຍຢ່າງນ້ອຍໃນແຕ່ລະປີວ່າ ອະດີດອານານິຄົມຂອງອັງກິດດັ່ງກ່າວນັ້ນ ຍັງຄົງຮັກສາໄວ້ການປົກຄອງດ້ວຍຕົນເອງ ເພື່ອເປັນເຫດຜົນຕໍ່ການໄດ້ຮັບສິດທິພິເສດໃນດ້ານເງື່ອນໄຂການຄ້າກັບສະຫະລັດ ທີ່ໄດ້ຊ່ອຍໃຫ້ຮົງກົງຮັກສາທ່າທີຂອງຕົນ ໃນຖານະເປັນສູນກາງການເງິນຂອງໂລກ.

ຮົງກົງ ໄດ້ຖືກສົ່ງຄືນໃຫ້ປັກກິ່ງ ໃນປີ 1997 ພາຍໃຕ້ໂຄງຮ່າງທີ່ວ່າ “ນຶ່ງປະເທດສອງລະບົບ” ທີ່ໄດ້ອຳນວຍໃຫ້ເມືອງດັ່ງກ່າວ ມີເສລີພາບຢ່າງກວ້າງ ຂວາງ ແບບບໍ່ເຄີຍເຫັນຢູ່ໃນຈີນແຜ່ນດິນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG