ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ສາມັກຄີຊາດ ຊຸດໃໝ່ ຂອງອິສຣາແອລ ສາບານຕົວ ເຂົ້າຮັບຕຳແໜ່ງ


ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (ທີ 2 ຈາກຂວາ) ໃສ່ໜ້າກາກ ຂະນະທີ່ທ່ານໄປຮ່ວມ ພິທີສາບານໂຕ ເຂົ້າຮັບຕຳແໜ່ງຂອງລັດຖະບານ ທີ່ສະພາຄະແນັດເຊັດ ເມື່ອວັນອາທິດ ທີ 17 ພຶດສະພາ 2020.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (ທີ 2 ຈາກຂວາ) ໃສ່ໜ້າກາກ ຂະນະທີ່ທ່ານໄປຮ່ວມ ພິທີສາບານໂຕ ເຂົ້າຮັບຕຳແໜ່ງຂອງລັດຖະບານ ທີ່ສະພາຄະແນັດເຊັດ ເມື່ອວັນອາທິດ ທີ 17 ພຶດສະພາ 2020.

ອິສຣາແອລໃນທີ່ສຸດກໍມີລັດຖະບານຊຸດໃໝ່ ຫຼັງຈາກໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ເປັນເວລາເກືອບນຶ່ງປີ ແຕ່ລັດຖະບານທີ່ຄອງອຳນາດຮ່ວມກັນຊຸດໃໝ່ ລະຫວ່າງຝ່າຍຂວາ ແລະເປັນກາງ ກໍບໍ່ໄດ້ປະປ່ອຍໃຫ້ຂ່າວນອງນັນທາງດ້ານການເມືອງຢຸດເຊົາລົງແຕ່ປະການໃດ.

ສະພາແຫ່ງຊາດຂອງອິສຣາແອລໄດ້ໃຫ້ການອະນຸມັດຕໍ່ລັດຖະບານສາມັກຄີຊາດ ໃນວັນອາທິດວານນີ້ ດ້ວຍຄະແນນສຽງ 73 ຕໍ່ 46.

ທ່ານເບັນຈາມິນ ເນຕັນຢາຮູ ຈະໄດ້ເປັນນາຍົກລັດຖະບານມົນຕີປີເຄິ່ງ ແລະຫົວໜ້າພັກສີຟ້າແລະຂາວທີ່ເປັນກາງ ທ່ານເບັນນີ ແກນສ໌ ຈະໄດ້ເປັນ “ນາຍົກລັດຖະມົນຕີວຽນ” ຫຼັງຈາກນັ້ນກໍຈະປ່ຽນວຽກກັນ.

ທ່ານເນຕັນຢາຮູ ກ່າວໃນວັນອາທິດວານນີ້ວ່າ “ປະຊາຊົນຢາກໃຫ້ມີລັດຖະບານສາມັກຄີຊາດ ແລະນີ້ແມ່ນສິ່ງທີ່ປະຊາຊົນໄດ້ຮັບໃນມື້ນີ້. ພວກເຮົາໄດ້ເລືອກທີ່ຈະຮັບໃຊ້ປະເທດຊາດນຳກັນ.”

ໃນການຖະແຫຼງຫຼັງຈາກທ່ານເນຕັນຢາຮູນັ້ນ ທ່ານແກນສ໌ ກ່າວວ່າ ທ່ານເລືອກເອົາລັດຖະບານສາມັກຄີຊາດ ຫຼາຍກວ່າຈະເຮັດສົງຄາມກາງເມືອງ ຊຶ່ງທ່ານກ່າວຕື່ມວ່າ “ວິກິດການທາງດ້ານການເມືອງທີ່ຮ້າຍແຮງສຸດ ທີ່ອິສຣາແອລເຄີຍປະສົບພົບພໍ້ມາໄດ້ສິ້ນສຸດລົງແລ້ວ.”

ທ່ານເນຕັນຢາຮູໃຫ້ຄຳໝັ້ນສັນຍາວ່າ ຈະຮັບຜ່ານງົບປະມານທີ່ທ່ານກ່າວວ່າ “ຈະປ້ອງກັນບໍ່ໃຫ້ເສດຖະກິດລົ້ມລະລາຍ ຊຶ່ງຈະໃຫ້ການຄ້ຳປະກັນຕໍ່ສະຖຽນລະພາບ

ທີ່ຈະຟື້ນຟູການຂະຫຍາຍໂຕຂອງເສດຖະກິດ ອັນເປັນງົບປະມານທີ່ຈະອຳນວຍໃຫ້ພວກເຮົາ ປະຊາຊົນອິສຣາແອລ ມີຄວາມຫວັງ ແລະວິໄສທັດ ໂດຍຟື້ນຟຸູ 3 ຢ່າງດ້ວຍກັນ: ວຽກ ວຽກ ແລະກໍວຽກ.”

ນອກນັ້ນທ່ານຍັງກ່າວວ່າ ອິສຣາແອລຈະບໍ່ຖອຍກັບຈາກແຜນການທີ່ຈະປະກາດໂຮມເອົາບາງສ່ວນຂອງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດັນຫຼືເວັສແບັງຄ໌ ເຂົ້າເປັນດິນແດນຂອງຕົນ.

ທ່ານກ່າວວ່າ “ເວລາໄດ້ມາເຖິງແລ້ວທີ່ຈະນຳໃຊ້ອະທິປະໄຕຂອງປະຊາຄົມຊາວຢິວໃນເຂດຢູເດອາ ແລະຊາມາເຣຍ. ນີ້ຈະບໍ່ແມ່ນສັນຕິພາບທີ່ຍັງຢູ່ຫ່າງໄກ ມັນຈະຫຍັບໃກ້ເຂົ້າມາ. ເຂດຕັ້ງຖິ່ນຖານຕ່າງໆຂອງຊາວຢິວ ຈະເປັນດິນແດນສ່ວນນຶ່ງຂອງອິສຣາແອລ ບໍ່ວ່າຢູ່ໃນສະພາບໃດໆກໍຕາມ. ດິນແດນເຫຼົ່ານີ້ຂອງປະເທດແມ່ນບ່ອນໃຫ້ກຳເນິດແລະເຕີບໂຕຂອງປະເທດ ແລະມັນເຖິງເວລາແລ້ວທີ່ຈະນຳໃຊ້ກົດໝາຍອິສຣາແອລແລະຂຽນປະຫວັດສາດບົດຕອນໃໝ່ທີ່ຮຸ່ງເຮືອງທີ່ສຸດຂອງລັດທິໄຊອອນ.”

ສະມາຊິກສະພາບາງທ່ານທີ່ຄັດຄ້ານຕໍ່ການປະກາດຮວມເອົາເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດັນເຂົ້າເປັນດິນແດນສ່ວນນຶ່ງຂອງອິສຣາແອລຮ້ອງຂຶ້ນວ່າ “ອາພາເທ” ໃນລະຫວ່າງທີ່ທ່ານເນຕັນຢາຮູກ່າວວ່າປາໄສຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG