ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຈະຍຸບ ໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ທຣຳ ຕອບຄຳຖາມຂອງສື່ມວນຊົນ ໃນລະຫວ່າງການຖະແຫຼງຂ່າວຮ່ວມກັບໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 16 ມີນາ 2020.
ປະທານາທິບໍດີ ດໍໂນລ ທຣຳ ຕອບຄຳຖາມຂອງສື່ມວນຊົນ ໃນລະຫວ່າງການຖະແຫຼງຂ່າວຮ່ວມກັບໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 16 ມີນາ 2020.

ທຳນຽບຂາວ ມີແຜນທີ່ຈະຍຸບໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາ ເຖິງແມ່ນຍັງມີ ການສືບຕໍ່ມີການຕິດແປດຂອງ COVID-19 ຢ່າງກວ້າງຂວາງຢູ່ໃນ ສະຫະລັດ ແລະ ມີຜູ້ເສຍຊີວິດຍ້ອນໂຣກດັ່ງກ່າວເພີ່ມຂຶ້ນກໍຕາມ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັນໃນວັນອັງຄານວານນີ້ວ່າ ໜ່ວຍປະຕິບັດການພິເສດເຊິ່ງນຳພາໂດຍຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຈະຫຼຸດການດຳເນີນງານລົງຈົນກວ່າຈະຢຸດເຊົາຢ່າງສິ້ນເຊີງ.

ໃນລະຫວ່າງການຢ້ຽມຢາມໂຮງງານແຫ່ງນຶ່ງ ໃນນະຄອນ ຟີນິກສ໌ ລັດ ອາຣິໂຊນາ ທີ່ຜະລິດໜ້າກາກອະນາໄມນັ້ນ, ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ທ່ານ ໄມຄ໌ ເພັນສ໌ ແລະ ໜ່ວຍປະຕິບັດການພິເສດໄດ້ເຮັດວຽກທີ່ດີຫຼາຍ, ແຕ່ພວກເຮົາກຳລັງເບິ່ງໃນຮູບແບບອື່ນ ທີ່ແຕກຕ່າງໜ້ອຍນຶ່ງ, ແລະ ຮູບແບບນັ້ນແມ່ນຄວາມປອດໄພ ແລະ ການເປີດປະເທດ.”

ສະຫະລັດ ປັດຈຸບັນນີ້ມີການຢືນຢັນຜູ້ຕິດເຊື້ອໄວຣັສໂຄໂຣນານຶ່ງລ້ານສອງແສນ ຄົນ, ເຊິ່ງຫຼາຍກວ່າປະເທດອື່ນໆໃນໂລກ, ແລະ ມີຜູ້ເສຍຊີິວິດຍ້ອນ COVID-19 ຫຼາຍກວ່າ 70,000 ຄົນ.

ທ່ານ ທຣຳ ໄດ້ຍອມຮັບວ່າ ວິກິດການດ້ານສຸຂະພາບນີ້ ແມ່ນຈະບໍ່ຈົບລົງງ່າຍ ແຕ່ໄດ້ກ່າວວ່າ “ພວກເຮົາສາມາດປິດປະເທດຂອງພວກເຮົາ ອີກຫ້າປີຕໍ່ໄປ.”

ເສດຖະກິດ ສະຫະລັດ ໄດ້ຮັບຜົນກະທົບຢ່າງໜັກໂດຍໂຣກລະບາດໄວຣັສໂຄໂຣນາ. ປະຊາຊົນ ອາເມຣິກັນ ຫຼາຍກວ່າ 30 ລ້ານຄົນ ໄດ້ຍື່ນເອກະສານຂໍເງິນຫວ່າງງານ.

ທີ່ປຶກສາດ້ານເສດຖະກິດທຳນຽບຂາວ ທ່ານ ເຄວິນ ແຮສເຊັດ ໄດ້ກ່າວໃນວັນ ອັງຄານວານນີ້ວ່າ ທ່ານຄາດວ່າອັດຕາການຫວ່າງງານສຳລັບເດືອນເມສາ ຈະ ສູງກວ່າ 16 ເປີເຊັນ, “ບາງເທື່ອສູງເຖິງ 20 ເປີເຊັນ.” ທ່ານໄດ້ຂ່າວຕໍ່ເຄືອ ຂ່າຍໂທລະພາບ CNN ວ່າ “ພວກເຮົາກຳລັງເບິ່ງອັດຕາການຫວ່າງງານທີ່ຄົງ ຈະຮ້າຍແຮງທີ່ສຸດ ນັບຕັ້ງແຕ່ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່.”

ໂຣກລະບາດໄວຣັສໂຄໂຣນາ ໄດ້ເຮັດໃຫ້ເສດຖະກິດໂລກ ເກືອບເສຍຫາຍຢ່າງ ສິ້ນເຊີງ ແລະ ປະເທດຕ່າງໆໃນທົ່ວໂລກແມ່ນກະຕືລືລົ້ນ ທີ່ຈະເປີດເສດຖະກິດ ຄືນ. ບັນດາຜູ້ນຳ ຢູໂຣບ ໂດຍທົ່ວໄປໄດ້ລໍຖ້າໃຫ້ຕົວເລກການຕິດເຊື້ອຫຼຸດລົງ ກ່ອນທີ່ຈະຜ່ອນຄາຍມາດຕະການກັກບໍລິເວນທີ່ເຄັ່ງຄັດ. ບັນດາປະເທດ ສະຫະ ພາບ ຢູໂຣບ ສ່ວນຫຼາຍ ແມ່ນກຳລັງເປີດປະເທດຄືນໃນອາທິດນີ້, ດ້ວຍການ ປະກາດໃຊ້ກົດລະບຽບ ກ່ຽວກັບ ການປະພຶດຕ່າງໆ. ການໃສ່ໜ້າກາກອະນາ ໄມ ແລະ ການຢູ່ຫ່າງກັນໃນສັງຄົມ ແມ່ນໄດ້ຖືກບັງຄັບໃຊ້ໃນສະຖານທີ່ສາທາ ລະນະສ່ວນຫຼາຍ. ປະເທດ ສວີເດັນ ແມ່ນພຽງປະເທດດຽວໃນ ຢູໂຣບ ທີ່ໄດ້ ຍົກເວັ້ນ ຄຳສັ່ງກັກບໍລິເວນ, ແຕ່ຕົວເລກຂອງກໍລະນີ COVID ໃໝ່ຂອງເຂົາ ເຈົ້າ ກໍໄດ້ຫຼຸດລົງເຊັ່ນກັນ.

ຈີນ, ເກົາຫຼີໃຕ້ ແລະ ຫວຽດນາມ ໄດ້ລາຍງານສອງສາມກໍລະນີໃໝ່ຫຼືບໍ່ມີເລີຍ, ສ່ວນໃຫຍ່ ແມ່ນຜົນມາຈາກມາດຕະການກັກບໍລິເວນທີ່ເຄັ່ງຄັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG