ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດ ຂອງໄວຣັສ ພາໃຫ້ມີການເພັ່ງເລັງ ໃສ່ຄວາມສ່ຽງ ໃນການທຳລາຍປ່າ ທີ່ເປັນໄພຕໍ່ສຸຂະພາບຂອງຜູ້ຄົນ ຢູ່ໃນອາຊຽນ


ເຂດນຶ່ງໃນນະຄອນໂຮ່ຈິມິນ ຊຶ່ງເປັນເຂດດິນຕ່ຳ ຖືກຫັນປ່ຽນ ໃຫ້ກາຍເປັນສູນກາງການເງິນ. (VOA News)
ເຂດນຶ່ງໃນນະຄອນໂຮ່ຈິມິນ ຊຶ່ງເປັນເຂດດິນຕ່ຳ ຖືກຫັນປ່ຽນ ໃຫ້ກາຍເປັນສູນກາງການເງິນ. (VOA News)

ຢູ່ຟາກແມ່ນ້ຳໄປບໍ່ໄກ ຈາກເຂດໃຈກາງ ນະຄອນໂຮ່ຈິມິນ ມີດິນຕອນນຶ່ງໄດ້ຖືກຫັນປ່ຽນໃຫ້ກາຍເປັນສູນກາງການເງິນ. ສ່ວນໃຫຍ່ແລ້ວສູນກາງດັ່ງກ່າວຍັງເຕັມໄປດ້ວຍຂີ້ຕົມແລະຊີມັງ ແຕ່ເມື່ອບໍ່ຮອດສິບປີກ່ອນ ດິນຕອນນີ້ແມ່ນເປັນດິນຕ່ຳແລະເຮົາກໍມີແຕ່ໝູ່ແບ້ ແລະໝູຫາກິນຢູ່ແຖວນັ້ນ.

ການພັດທະນາເຂດຕ່າງໆຢ່າງວ່ອງໄວໃຫ້ກາຍເປັນເທດສະບາຍຢູ່ໃນທົ່ວພາກພື້ນເອເຊຍຕາເວັນອອກສຽງໃຕ້ ພວມປ່ຽນແປງຄວາມສຳພັນຂອງມະນຸດ ກັບສັດປ່າ
ແລະໃນປັດຈຸບັນນີ້ ໂຄວິດ-19 ສະແດງໃຫ້ເຫັນວ່າຂັ້ນຕອນດັ່ງກ່າວສາມາດເປັນ
ໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດໄດ້ແບບໃດ​ ນັ້ນຄືຄໍາເວົ້າຂອງພວກນັກອະນຸລັກສິ່ງແວດລ້ອມ. ເຂົາເຈົ້າໂຕ້ແຍ້ງ ໃນຂະນະທີ່ດິນຟ້າອາກາດ ໄດ້ສ້າງຄວາມເສຍ
ໃຫ້ແກ່ປ່າດົງພົງໄພ ແມ່ນເປັນທີ່ຮູ້ກັນວ່າ ໄດ້ເປັນບັນຫາ ສຳລັບພວກສັດຕ່າງໆ
ແຕ່ພະຍາດຕິດແປດທີ່ພວມລະບາດຢູ່ໃນເວລານີ້ ແມ່ນໄດ້ເນັ້ນໃຫ້ເຫັນ ກວ່າໃນ
ເວລາອື່ນໃດທັງໝົດວ່າ ມັນສາມາດເປັນໄພອັນຕະລາຍຕໍ່ມະນຸດໄດ້ຄືກັນ.

ພວກນັກວິທະຍາສາດ ໃນເວລານີ້ເຊື່ອວ່າ ມະນຸດໄດ້ຕິດເຊື້ອໄວຣັສ ມາຈາກສັດ
ຊຶ່ງເບິ່ງຊົງແລ້ວແມ່ນມາຈາກເຈຍ ຕິດຕໍ່ໃສ່ລິ່ນ ຊຶ່ງໄດ້ມີການຈັບບາຍໂດຍມະນຸດ
ຢູ່ທີ່ປະເທດຈີນ. ມີຫຼາຍໆທາງທີ່ໂຄວິດ-19 ສົ່ງຜົນກະທົບ ຕໍ່ການອະພິປາຍກ່ຽວກັບເລື້ອງດິນຟ້າອາກາດ. ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ນີ້ແມ່ນຮວມທັງ
ການຕັດໄມ້ທຳລາຍປ່າໃນຂະນະທີ່ມະນຸດພັດທະນາຂົງເຂດໃຫ້ເປັນບ່ອນຢູ່ບ່ອນ
ອາໄສ ຊຶ່ງເຂດເຫຼົ່ານັ້ນເມື່ອບໍ່ດົນມານີ້ຍັງເປັນທີ່ຢູ່ຂອງພວກສັດຕ່າງໆ.

ທ່ານນາງຊາຣາ ອີລາໂກ (Sarah Elago) ສະມາຊິກສະພາຂອງຟີລິບປິນທີ່ໄດ້ກ່າວ ໃນລະຫວ່າງການນຳສະເໜີຮ່າງກົດໝາຍທີ່ເຄັ່ງຄັດ ເພື່ອປົກປ້ອງການລັກ ລອບຄ້າສັດປ່າ ໂດຍເວົ້າວ່າ “ຫຼັກຖານສະແດງໃຫ້ເຫັນວ່າ ການຕັດໄມ້ທຳລາຍປ່າ ແລະການຂະຫຍາຍເຂດເທດສະບານອອກໄປຕື່ມນັ້ນ ແມ່ນເຮັດໃຫ້ພວກເຮົາມີຄວາມສ່ຽງເພີ້ມຂຶ້ນຕໍ່ການຕິດພະຍາດຕ່າງໆ ເຊັ່ນໄວຣັສໂຄໂຣນາ.”

ທ່ານນາງໄດ້ຊີ້ໃຫ້ເຫັນວ່າ ເຂດເອເຊຍຕາເວັນອອກສຽງໃຕ້ແມ່ນມີອັດຕາການຕັດໄມ້ທຳລາຍປ່າສູງເປັນພິເສດ ຊຶ່ງໄດ້ສູນເສຍປ່າດົງ 32 ລ້ານເຮັກຕາ ນັບແຕ່ຊຸມປີ 1990 ເປັນຕົ້ນມາ.

ການຕັດໄມ້ທຳລາຍປ່າ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ແມ່ນຄຽງຄູ່ໄປກັບການຂະຫຍາຍເຂດເທດສະບານເພື່ອຮອງຮັບການຂະຫຍາຍໂຕຂອງເສດຖະກິດ. ອິນໂດເນເຊຍ ຊຶ່ງມີປະຊາກອນຫຼາຍເປັນອັນດັບ 4 ຂອງໂລກ ປັດຈຸບັນນີ້ພວມຍ້າຍເມືອງຫຼວງຈາກຈາກາຕ້າໄປຍັງເກາະບໍນຽວຊຶ່ງໃນທີ່ສຸດກະກຽມພື້ນທີ່ສຳລັບການສ້າງສາພັດທະນາ. ກຳປູເຈຍໄດ້ສູນເສຍປ່າໄມ້ຕໍ່ເຮັກຕາຫຼາຍກວ່າປະເທດອື່ນໃດທັງໝົດ ໃນໂລກມະນຸດເຮົາ ອີງຕາມການສຳຫຼວດໂລກ ຂອງອົງການນາຊາ. ສິງກະໂປໄດ້ກາຍເປັນຫົວເມືອງທີ່ທັນສະໄໝທີ່ສຸດຢູ່ໃນຂົງເຂດຫຼັງຈາກໄດ້ຖົມດິນທີ່ເປັນບຶງເປັນທາມ.

ຫົວເມືອງໃຫຍ່ໆຢູ່ໃນຂົງເຂດ ໄດ້ຍັງປະເຊີນກັບລະດັບນ້ຳທະເລ ທີ່ສູງຂຶ້ນແລະດິນທີ່ພວມຫລຸບລົງອີງຕາມອົງການຄົ້ນຄວ້າ JLL Global Cities Research ຊຶ່ງເປັນບໍລິສັດຊັບສິນທີ່ດິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG