ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈິມມີ ຄາເຕີ ແລະ ທ່ານບິລ ເກດສ໌ ເປັນຫ່ວງ ຕໍ່ການຕັດທຶນ ອົງການອະນາໄມໂລກ


ພະນັກງານເທດສະບານ ສີດຢາຂ້າເຊື້ອ ຂະນະທີ່ຜູ້ຊາຍຄົນນຶ່ງ ນອນຢູ່ເທິງຕັ່ງມ້າ ທີ່ປລາຊາ ເດິ ອາມາສ ໃນນະຄອນຊັງຕີອາໂກ ປະເທດຊີເລ ເມື່ອວັນພຸດ ທີ 15 ເມສາປີ 2020.
ພະນັກງານເທດສະບານ ສີດຢາຂ້າເຊື້ອ ຂະນະທີ່ຜູ້ຊາຍຄົນນຶ່ງ ນອນຢູ່ເທິງຕັ່ງມ້າ ທີ່ປລາຊາ ເດິ ອາມາສ ໃນນະຄອນຊັງຕີອາໂກ ປະເທດຊີເລ ເມື່ອວັນພຸດ ທີ 15 ເມສາປີ 2020.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ຈິມມີ ຄາເຕີ ແລະ ເສດຖີພັນລ້ານໂດລາຂອງ ສະຫະລັດ ທ່ານ ບິລ ເກດສ໌ ໄດ້ຮ່ວມກັນອອກມາສະແດງຄວາມເປັນຫ່ວງ ກ່ຽວກັບ ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເພື່ອຢຸດການໃຫ້ທຶນຊ່ວຍເຫຼືອອົງການອະນາໄມໂລກ.

ທ່ານ ຄາເຕີ, ສັງກັດພັກເດໂມແຄຣັດ, ໄດ້ອອກຖະແຫຼງການສະບັບນຶ່ງໃນວັນ ພຸດວານນີ້ວ່າ ອົງການສະຫະປະຊາຊາດ “ແມ່ນອົງການສາກົນພຽງອົງການ ດຽວ ທີ່ມີຄວາມສາມາດໃນການນຳໜ້າຄວາມພະຍາຍາມເພື່ອຄວບຄຸມໄວຣັສ ນີ້.” ທ່ານໄດ້ເວົ້າກ່າວວ່າ ທ່ານ “ກັງວົນໃຈ” ກັບການຕັດສິນໃຈທີ່ຈະຢຸດທຶນ ຊ່ວຍເຫຼືອ ສະຫະລັດ ທີ່ມີຄວາມຈຳເປັນຢ່າງຍິ່ງ ໃນລະຫວ່າງວິກິດການໂຣກ ລະບາດສາກົນ.

ທ່ານ ເກດສ໌, ເຊິ່ງແມ່ນຜູ້ໃຫ້ທຶນລາຍໃຫຍ່ຂອງອົງການອະນາໄມໂລກ, ໄດ້ ກ່າວວ່າ ການຕັດສິນໃຈດັ່ງກ່າວ “ແມ່ນອັນຕະລາຍຄືກັບທີ່ມັນຟັງ.”

ອົງການສະຫະປະຊາຊາດ ແລະ ຜູ້ນຳຫຼາຍຄົນໄດ້ກ່າວວິຈານ ກ່ຽວກັບ ການ ກະເວລາທີ່ຈະຕັດເງິນທຶນດັ່ງກ່າວຂອງທ່ານ ທຣຳ ເມື່ອເຂົາເຈົ້າຕ້ອງການມັນ ທີ່ສຸດ.

ສະຫະລັດ ແມ່ນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດຂອງໂລກຕໍ່ອົງການອະນາໄມໂລກ, ດ້ວຍການປະກອບສ່ວນຂອງເຂົາເຈົ້າຫຼາຍກວ່າ 400 ລ້ານໂດລາໃນປີ 2019, ຫຼືປະມານ 15 ເປີເຊັນຂອງງົບປະມານຂອງອົງການດັ່ງກ່າວ.

ທ່ານ ທຣຳ ໄດ້ກ່າວຫາອົງການທີ່ຕັ້ງຢູ່ນະຄອນ ເຈນີວາ ໃນວັນອັງຄານທີ່ຜ່ານ ມາວ່າ ບໍ່ສາມາດທີ່ຈະເຮັດລາຍງານອິດສະຫຼະ ກ່ຽວກັບ ໄວຣັສໂຄໂຣນາທີ່ກຳ ເນີດມາຈາກເມືອງ ວູຮານ ໃນພາກກາງຂອງ ຈີນ ແລະ ໃນກົງກັນຂ້າມອາໄສ ການລາຍງານຢ່າງເປັນທາງການຂອງ ຈີນ. ບັນດາເຈົ້າໜ້າທີ່ ປັກກິ່ງ ໃນເບື້ອງ ຕົ້ນໄດ້ພະຍາຍາມທີ່ຈະບໍ່ໃຫ້ຄວາມສຳຄັນກັບອັນຕະລາຍ ຂອງການແຜ່ລະບາດ ຄັ້ງໃໝ່ຂອງໄວຣັສໂຄໂຣນາ. ທ່ານ ທຣຳ ໄດ້ກ່າວວ່າ ເງິນທຶນຈະຖືກໂຈະໄວ້ ໃນລະຫວ່າງການສືບສວນສອບສວນ ກ່ຽວກັບ ການຮັບມືກັບໂຣກລະບາດຂອງ ອົງການອະນາໄມໂລກ.

ສະຫະລັດ ຕອນນີ້ໄດ້ເປັນປະເທດທີ່ຖືກກົບໜັກສຸດ ໂດຍມີການຢືນຢັນ COVID-19 ຫຼາຍກວ່າ 644,000 ກໍລະນີໃນວັນພຸດວານນີ້, ຈາກປະຊາຊົນຜູ້ ທີ່ຕິດເຊື້ອຫຼາຍກວ່າ 2​ ລ້ານຄົນ ໃນທົ່ວໂລກ. ບັນດານັກວິຈານໄດ້ຖິ້ມໂທດ ໃສ່ທ່ານ ທຣຳ ສຳລັບການລໍຖ້າດົນໂພດທີ່ຈະດຳເນີນການ ແລະ ບາງຄົນເວົ້າ ວ່າ ຕອນນີ້ທ່ານກຳລັງພະຍາຍາມທີ່ຈະຫັນການຖິ້ມໂທດນັ້ນໄປໃສ່ ຈີນ ກັບອົງ ການອະນາໄມໂລກ.

ໃນຂະນະດຽວກັນ, ທຸກໆສາຍຕາແມ່ນກຳລັງເພັ່ງເລັງໃສ່ປະລິມານຄວາມເສຍ ຫາຍສູງສຸດຂອງໄວຣັສໂຄໂຣນາ ໃນຂະນະທີ່ບັນດາຜູ້ນຳທັງຫຼາຍ ພະຍາຍາມ ທີ່ຈະພິຈາລະນາວ່າ ປະຊາຊົນຈະສາມາດກັບຄືນໄປສູ່ຊີວິດທີ່ປົກກະຕິໄດ້ໄວຊໍ່າ ໃດ. ປະເທດ ເດັນມາກ ແມ່ນປະເທດທຳອິດໃນ ຢູໂຣບ ທີ່ໄດ້ເປີດຄືນໂຮງຮຽນ ຂອງເຂົາເຈົ້າ, ແຕ່ພວກນັກຮຽນໄດ້ນັ່ງຢູ່ຫ່າງຈາກກັນແລະກັນ, ແລະຕ້ອງໄດ້ ປະຕິບັດຕາມກົດລະບຽບຫຼັກອະນາໄມທີ່ເຄັ່ງຄັດ. ຫຼາຍປະເທດອື່ນໆໃນ ຢູໂຣບ ແມ່ນກຳລັງວາງແຜນທີ່ຈະເປີດຄືນໂຮງຮຽນ ແລະ ທຸລະກິດຕ່າງໆໃນບໍ່ເທົ່າໃດ ອາທິດຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG