ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ກ່າວວ່າ ການຕັດທຶນ ຂອງ ສຫລ ໃຫ້ແກ່ອົງການອະນາໄມໂລກ ຈະມີຜົນກະທົບ ຕໍ່ທຸກປະເທດ


ຮູບພວກນັກຂ່າວ ປະຕິບັດຕາມລະບຽບໃຫ້ຢູ່ຫ່າງກັນ ຂະນະທີ່ ປ. ດໍໂນລ ທຣຳ ຖະແຫຼງຂ່າວ ກ່ຽວກັບເລື້ອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 13 ເມສາ 2020.
April 1
ຮູບພວກນັກຂ່າວ ປະຕິບັດຕາມລະບຽບໃຫ້ຢູ່ຫ່າງກັນ ຂະນະທີ່ ປ. ດໍໂນລ ທຣຳ ຖະແຫຼງຂ່າວ ກ່ຽວກັບເລື້ອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 13 ເມສາ 2020. April 1

ຈີນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເພື່ອລະງັບທຶນສຳລັບອົງການອະນາໄມໂລກ ຈະສົ່ງຜົນກະ ທົບໃຫ້ທຸກປະເທດ ໃນຂະນະທີ່ໂລກປະເຊີນກັບຂັ້ນຕອນທີ່ສຳຄັນ ໃນການຕໍ່ສູ້ ກັບໂຣກລະບາດໄວຣັສໂຄໂຣນາ.

ຄຳເຫັນຕ່າງໆຈາກກະຊວງການຕ່າງປະເທດໄດ້ມີອອກມາຫຼັງຈາກການປະກາດ ຂອງທ່ານ ທຣຳ ໃນວັນອັງຄານວານນີ້ ເຊິ່ງທ່ານໄດ້ກ່າວວ່າ ອົງການອະນາໄມ ໂລກ ບໍ່ໄດ້ສືບສວນສອບສວນລາຍງານກ່ອນໜ້ານີ້ ກ່ຽວກັບ ໄວຣັສໃນ ຈີນ ຢ່າງພຽງພໍ.

ເຢຍຣະມັນ ກໍໄດ້ເຂົ້າຮ່ວມໃນການປົກປ້ອງອົງການດັ່ງກ່າວ, ໂດຍລັດຖະມົນຕີ ການຕ່າງປະເທດທ່ານ ຮາຍໂກ ມາສ ເວົ້າໃນວັນພຸດມື້ນີ້ວ່າ ການຖິ້ມໂທດ “ບໍ່ໄດ້ຊ່ວຍຫຍັງ.”

ທ່ານມາສ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ພວກເຮົາຕ້ອງເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຕໍ່ສູ້ #COVID19. ການລົງທຶນທີ່ດີທີ່ສຸດແມ່ນເພື່ອເສີມຄວາມ ແຂງແກ່ນໃຫ້ອົງການສະຫະປະຊາຊາດ, ໂດຍສະເພາະອົງການອະນາໄມໂລກ ທີ່ຂາດທຶນຊ່ວຍເຫຼືອ, ຍົກຕົວຢ່າງສຳລັບການພັດທະນາ ແລະ ແຈກຢາຍການທົດລອງ ແລະ ຢາວັກຊີນຕ່າງໆ.”

ທົ່ວໂລກມີການຢືນຢັນປະມານ 2 ລ້ານກໍລະນີ, ແຕ່ດ້ວຍຄວາມຫຍຸ້ງຍາກໃນ ການປະເມີນຜົນທົດສອບໃນຫຼາຍຂົງເຂດນັ້ນ, ຕົວເລກທີ່ແທ້ຈິງແມ່ນສູງກວ່າ ຢ່າງແນ່ນອນ. ສະຖິຕິຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໃນວັນພຸດມື້ ນີ້ ໄດ້ກຳນົດການເສຍຊີວິດສູງສຸດທົ່ວໂລກຫຼາຍວກ່າ 126,000 ຄົນ.

ຝຣັ່ງໄດ້ກ່າວວ່າ ຕົວເລກສູງສຸດຂອງເຂົາເຈົ້າເອງແມ່ນກາຍ 15,000​ ຄົນ, ເຮັດໃຫ້ເຂົາເຈົ້າເປັນປະເທດທີສີ່ທີ່ໄດ້ບອກຕົວເລກນັ້ນ, ພ້ອມກັບ ສະຫະລັດ, ອິຕາລີ ແລະ ສເປນ.

ອິຕາລີ ແລະ ສເປນ ແມ່ນລວມຢູ່ໃນຫຼາຍປະເທດ ຢູໂຣບ ທີ່ໄດ້ເລີ່ມຜ່ອນເບົາການກັກບໍລິເວນທີ່ເຂັ້ມງວດເພື່ອຢຸດການລະບາດຂອງໄວຣັສ,​ ໃນຂະນະທີ່ ຝຣັ່ງ ຫາກໍ່ໄດ້ຂະຫຍາຍມາດຕະການດັ່ງກ່າວອອກໄປ.

ການປຶກສາຫາລື ກ່ຽວກັບ ເວລາ ແລະ ວິທີເພື່ອຫຼຸດຜ່ອນການຫ້າມທັງຫຼາຍໄດ້ດຳເນີນຂຶ້ນໃນລັດຖະບານຕ່າງໆຢູ່ທົ່ວໂລກ. ໃນລັດຄາລິຟໍເນຍ ຂອງ ສະຫະລັດ, ຜູ້ປົກຄອງລັດ ທ່ານ ແກວິນ ນິວຊຳ ໄດ້ກ່າວວ່າ ທ່ານຈະພິຈາລະ ນາຍົກເລີກການກັກບໍລິເວນ ເມື່ອຕົວເລກການເຂົ້າໂຮງໝໍຫຼຸດລົງໃນເວລາຢ່າງ ໜ້ອຍສອງອາທິດ, ມີການກວດໂຣກກວ້າງຂວາງກວ່າເກົ່າ, ມີອຸປະກອນປ້ອງ ກັນຫຼາຍຂຶ້ນສຳ ລັບພະນັກງານປິ່ນປົວສຸຂະພາບ ແລະ ບັນດາເຈົ້າໜ້າທີ່ ມີ ຄວາມສາມາດທີ່ຈະຕິດຕາມ ແລະ ແຍກປ່ຽວຜູ້ທີ່ຕິດໄວຮັສດີກວ່າເກົ່າເທົ່ານັ້ນ.

ອິນເດຍ ໄດ້ປະກາດໃນວັນພຸດມື້ນີ້ວ່າ ເຂົາເຈົ້າມີແຜນທີ່ຈະອະນຸຍາດໃຫ້ໂຮງຈັກໂຮງງານ ແລະ ນາ ດຳເນີນວຽກໃນເຂດຊົນນະບົດ ໃນວັນທີ 20 ເມສາ, ໃນຂະນະທີ່ການກັກບໍລິເວນທົ່ວປະເທດ ຍັງຄົງຈະດຳເນີນໄປ ຈົນຮອດຕົ້ນ ເດືອນໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG