ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ກັກໂຕ ຢູ່ໃນບ້ານໃນເຮືອນ ສະຫຼອງວັນສຸກສັກສິດ ທ່າມກາງການລະບາດ ຂອງໄວຣັສໂຄໂຣນາ


ຜູ້ຊາຍຄົນນຶ່ງ ຢືນຢູ່ຕໍ່ໜ້າປະຕູວັດ Holy Sepulchre ທີ່ປິດ ໃນວັນສຸກສັກສິດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ວັນທີ 10 ເມສາ 2020. REUTERS/Ammar Awad
ຜູ້ຊາຍຄົນນຶ່ງ ຢືນຢູ່ຕໍ່ໜ້າປະຕູວັດ Holy Sepulchre ທີ່ປິດ ໃນວັນສຸກສັກສິດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ວັນທີ 10 ເມສາ 2020. REUTERS/Ammar Awad

ປະຊາຊົນຫຼາຍໆລ້ານຄົນຢູ່ໃນທົ່ວໂລກພວມພາກັນສະຫຼອງວັນສຸກສັກສິດ ຊຶ່ງເປັນມື້ທີ່ຊາວຄຣິສຕຽນເຊື່ອວ່າ ພະເຢຊູຖືກນຳໄປຕຶງໃສ່ໄມກາງເຂນ ທີ່ນະຄອນເຈຣູຊາແລັມ.

ພິທີກຳຕ່າງໆໃນວັນສັກສິດດັ່ງກ່າວແມ່ນແຕກຕ່າງສຳລັບປີນີ້ ໃນຂະນະທີ່ພວເຫຼື້ອມໃສໃນສາສະໜາສ່ວນໃຫຍ່ ພາກັນເບິ່ງພິທີກຳເຫຼົ່ານີ້ ຈາກສື່ມວນຊົນ ແທນຈະໄດ້ໄປເຕົ້າໂຮມກັນຢູ່ຕາມໂບດຕ່າງໆ ໃນຂະນະທີ່ໂລກຂອງເຮົາ ພວມຮັບມືກັບການລະບາດຂອງໂຄວິດ-19 ຢູ່ນັ້ນ.

ປະຊາຊົນສ່ວນໃຫຍ່ໃນໂລກ ແມ່ນກັກໂຕຢູ່ກັບບ້ານກັບເຮືອນ ເພື່ອໃຫ້ເຊື້ອໄວຣັສຮ້າຍແຮງດັ່ງກ່າວ ແຜ່ລະບາດອອກໄປຊ້າລົງ.

ມາຮອດເວລານີ້ມີຜູ້ຕິດເຊື້ອໄວຣັສແລ້ວຫຼາຍກວ່າ 1 ລ້ານ 6 ແສນຄົນ ອີງຕາມສູນກາງ ຂໍ້ມູນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌.

ສະຫະລັດແມ່ນຈຸດລະບາດຮ້າຍແຮງບ່ອນນຶ່ງຂອງໂລກ ໂດຍມີຜູ້ຕິດເຊື້ອໄວຣັສຫຼາຍກວ່າ 466,000 ກໍລະນີ. ຕິດຕາມດ້ວຍ ສະເປນ ແລະອີຕາລີ ທີ່ມີຜູ້ຕິດເຊື້ອໄວຣັສ 153,222 ກໍລະນີແລະ 143,626 ກໍລະນີ ຕາມລໍາດັບ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂທນີ ກິວຕີເຣສ ກ່າວຕໍ່ກອງປະຊຸມປິດລັບຂອງສະພາຄວາມໝັ້ນຄົງວ່າ ພະຍາດດັ່ງກ່າວນີ້ເປັນໄພຂົ່ມຂູ່ທີ່ສຳຄັນ ຕໍ່ການຮັກສາສັນຕິພາບ ແລະຄວາມໝັ້ນຄົງ ລະຫວ່າງປະເທດ ທີ່ອາດຈະກໍ່ໃຫ້ເກີດຄວາມວຸ້ນວາຍທາງສັງຄົມ ແລະຄວາມຮຸນແຮງ ຊຶ່ງອາດຈະບ່ອນທຳລາຍຕໍ່ຄວາມສາມາດຂອງພວກເຮົາໃນການຕໍ່ສູ້ກັບພະຍາດນີ້ ອີງຕາມສຳເນົາຄຳປາໄສຂອງທ່ານ.

ໃນການຖະແຫຼງຂ່າວກ່ຽວກັບການລະບາດຂອງເຊື້ອໄວຣັສເມື່ອວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳ ເບິ່ງຊົງແລ້ວບໍ່ຕ້ອງການ ຢາກໃຫ້ມີການກວດຂະໜາດໃຫຍ່ສຳລັບສະຫະລັດເຖິງແມ່ນວ່າຜູ້ຕິດເຊື້ອບາງຄົນບໍ່ໄດ້ສະແດງອາການໃຫ້ເຫັນ. ປະທານາທິບໍດີກ່າວວ່າ ພວກເຮົາເວົ້າເຖິງປະມານ 325 ລ້ານຄົນແລະນັ້ນຈະບໍ່ມີຂຶ້ນ ດັ່ງທີ່ທ່ານສາມາດວາດພາບໄດ້ແລະມັນຈະບໍ່ເກີດຂຶ້ນກັບຜູ້ໃດຄືກັນ. ປະເທດອື່ນໆໄດ້ເຮັດ ແຕ່ພວກເຂົາເຈົ້າເຮັດໃນຮູບແບບທີ່ຈຳກັດ.

ລັດຖະບານທ່ານທຣຳໄດ້ເພັ່ງເລັງຫຼາຍຂຶ້ນໃສ່ການພິຈາລະນາກ່ຽວກັບວ່າເວລາໃດຈຶ່ງຈະເປີດທຸລະກິດຄືນໃໝ່ ຊຶ່ງສ່ວນໃຫຍ່ແລ້ວໄດ້ອັດລົງຍ້ອນການລະບາດຂອງເຊື້ອໄວຣັສ. ມີຊາວອາເມຣິກັນຫຼາຍກວ່າ 16 ລ້ານຄົນ ໄດ້ໄປຍື່ນຄຳຮ້ອງຂໍເງິນຫວ່າງງານ.

ລັດຖະມົນຕີການເງິນຈາກ 19 ປະເທດທີ່ໃຊ້ເງິນຢູໂຣ ໃນວັນພະຫັດວານນີ້ໄດ້ຕົກລົງຮັບເອົາແຜນການທີ່ມີມູນຄ່າຫຼາຍກວ່າ 500 ພັນລ້ານຢູໂຣ ເພື່ອຊ່ວຍບັນດາບໍລິສັດ ຄົນງານແລະລະບົບສາທາລະນະສຸກ ສຳລັບຊ່ວຍບັນເທົາຕໍ່ຜົນກະທົບທາງດ້ານເສດຖະກິດທີ່ມາຈາກການລະບາດຂອງເຊື້ອໄວຣັສໂຄໂຣນາ.

ຜູ້ອຳນວຍການບໍລິຫານຂອງອົງການກອງທຶນສາກົນ ຫຼື IMF ທ່ານນາງຄຣິສຕາລີນາ ຈໍຈີເອວາ (Kristalina Georgieva) ເຕືອນວ່າ ການລະບາດຂອງໄວຣັສໂຄໂຣນາ ອາດຈະກໍ່ໃຫ້ເກີດ ສະພາບເສດຖະກິດຕົກຕ່ຳທີ່ມີອັດຕາຄົນວ່າງງານສູງຢູ່ໃນໂລກ ນັບແຕ່ຊຸມປີ 1930 ເປັນຕົ້ນມາ.

ທ່ານນາງຈໍຈີເອວາກ່າວໃນວັນພະຫັດວານນີ້ວ່າ ລັດຖະບານຂອງປະເທດຕ່າງໆໄດ້ທຸ້ມເງິນຫຼາຍກວ່າ 8 ພັນຕື້ໂດລາເຂົ້າໃສ່ໂຄງການຕ່າງໆເພື່ອຊ່ວຍອຸ້ມຊູໃຫ້ເສດຖະກິດຄົງຕົວຢູ່ໄດ້ ແຕ່ກໍຍັງມີຄວາມຕ້ອງການ ຫຼາຍໄປກວ່ານັ້ນອີກ. ທ່ານນາງກ່າວວ່າ ບັນດາປະເທດທີ່ກຳລັງພັດທະນາແລະເສດຖະກິດພຸ່ງພົ້ນໃໝ່ ຈະເປັນພວກປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ທ່ານນາງກ່າວວ່າ ການຟື້ນໂຕຄືນເປັນບາງສ່ວນ ອາດຈະມີຂຶ້ນໃນປີ 2021.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG