ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມເປັນຫ່ວງ ກ່ຽວກັບ ການລະບາດ ຂອງ ໄວຣັສໂຄໂຣນາ ຢູ່ ສຫລ ແລະ ອັງກິດ ແຕ່ຢູ່ອີຕາລີ ແລະ ສເປນ ມີິຮ່ອງຮອຍດີຂຶ້ນ


ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ຍ້ອນຕິດເຊື້ອໄວຣັສໂຄໂຣນາ (COVID-19). STAR MAX File Photo.
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ຍ້ອນຕິດເຊື້ອໄວຣັສໂຄໂຣນາ (COVID-19). STAR MAX File Photo.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ, ຜູ້ທີ່ຖືກກວດພົບໄວຣັສ ໂຄໂຣນາ ໃນອາທິດທີ່ຜ່ານມາ ແມ່ນຍັງຄົງຢູ່ໃນໂຮງໝໍໃນວັນຈັນມື້ນີ້ ຫຼັງ ຈາກໄດ້ເຂົ້າໄປເພື່ອທຳການກວດໂຣກເພີ່ມເຕີມ ຫຼັງຈາກເພິ່ນມີໄຂ້ສູງຢ່າງຕໍ່ເນື່ອງ.

ຫ້ອງການຂອງທ່ານໄດ້ເອີ້ນຄວາມຄືບໜ້າດັ່ງກ່າວວ່າ “ເປັນການລະວັງໄວ້ ກ່ອນ” ແລະ ໄດ້ເວົ້າວ່າທ່ານຍັງຄົງຄວບຄຸມລັດຖະບານຢູ່.

ອັງກິດ ໄດ້ກາຍເປັນນຶ່ງໃນສູນກາງແຫ່ງຫຼ້າສຸດຂອງໂຣກລະບາດນັ້ນ, ດ້ວຍການລາຍງານຜູ້ເສຍຊີວິດຫຼາຍກວ່າ 600 ຄົນໃນວັນອາທິດວານນີ້.

ໃນພາກສ່ວນອື່ນໆຂອງ ຢູໂຣບ ໄດ້ສະແດງໃຫ້ເຫັນສະພາບທີ່ດີຂຶ້ນ ຫຼັງຈາກ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍເປັນເວລາຫຼາຍອາທິດຈາກໄວຣັສນັ້ນ ທີ່ໄດ້ເຮັດ ໃຫ້ລັດຖະບານຕ່າງໆຕ້ອງກຳນົດການກັກບໍລິເວນໃສ່ປະຊາຊົນ ເພື່ອພະຍາຍາມ ຄວບຄຸມການລະບາດຂອງມັນໃຫ້ຊ້າລົງ.

ປະເທດ ອິຕາລີ, ເຊິ່ງມີຜູ້ເສຍຊີວິດຫຼາຍທີ່ສຸດນັ້ນ, ໄດ້ລາຍງານການເພີ່ມຂຶ້ນທີ່ ໜ້ອຍທີ່ສຸດຂອງເຂົາເຈົ້າໃນຮອບສອງອາທິດ, ໃນຂະນະທີ່ປະເທດ ສເປນ ກໍ ໄດ້ລາຍງານການເສຍຊີວິດທີ່ຕໍ່າລົງໃນແຕ່ລະວັນ ແລະ ຕົວເລກການຕິດໄວ ຣັສໃໝ່.

ໃນ ສະຫະລັດ, ລັດ ອໍເຣກອນ ແລະ ວໍຊິງຕັນ ໄດ້ເວົ້າວ່າ ເຂົາເຈົ້າຈະສົ່ງ ເຄື່ອງຊ່ວຍຫາຍໃຈທີ່ຕ້ອງການເປັນຢ່າງສູງຂ້າມປະເທດໄປໃຫ້ລັດ ນິວຢອກ, ເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບໜັກສຸດໃນປະເທດ.

ປະມານນຶ່ງສ່ວນສາມຂອງປະຊາຊົນ 9,600 ຄົນຜູ້ທີ່ໄດ້ເສຍຊີວິດຈາກໄວຣັສ ໂຄໂຣນາໃນ ສະຫະລັດ ແມ່ນໄດ້ໄປນະຄອນ ນິວຢອກ, ບ່ອນທີ່ໂຮງໝໍຊົ່ວ ຄາວ ແລະ ກຳປັ່ນໂຮງໝໍຂອງກອງທັບເຮືອ ສະຫະລັດ ກຳລັງພະຍາຍາມ ທີ່ຈະຜ່ອນເບົາຄວາມຕຶງຄຽດ ອອກຈາກລະບົບຮັກສາສຸຂະພາບຂອງນະຄອນດັ່ງກ່າວນັ້ນ.

ພາກສ່ວນອື່ນໆຂອງປະເທດແມ່ນກຳລັງປາກົດອອກມາ ໃນຂະນະທີ່ມີຄວາມ ເປັນຫ່ວງ ກ່ຽວກັບ ຕົວເລກຂອງກໍລະນີໃໝ່ຫຼາຍຂື້ນ ລວມມີລັດ ເພັນຊິລເວເນຍ, ໂຄໂລຣາໂດ ແລະ ນະຄອນຫຼວງ ວໍຊິງຕັນ ດີຊີ, ເຊິ່ງໄດ້ຢືນຢັນຫຼາຍ ກວ່າ 1,000 ກໍລະນີ.

ປະເທດ ເກົາຫຼີໃຕ້, ນຶ່ງໃນສູງກາງແຫ່ງທຳອິດຂອງການລະບາດນັ້ນ, ໄດ້ລາຍ ງານພຽງ 47 ກໍລະນີໃໝ່ໃນວັນຈັນມື້ນີ້, ແຕ່ຮອງລັດຖະມົນຕີກະຊວງສາທາລະ ນະສຸກຂອງປະເທດໄດ້ເຕືອນ ກ່ຽວກັບ ຄວາມຈຳເປັນສຳລັບຄວາມລະມັດລະ ວັງຕໍ່ໄປ ແລະ ໃຫ້ປະຊາຊົນຢູ່ບ້ານເພື່ອປ້ອງກັນການຕິດຕໍ່ຈາກການ “ລະບາດ ຂຶ້ນອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG