ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຕເລກ ກໍລະນີຕິດເຊື້ອ ໄວຣັສໂຄໂຣານາ ໃນທົ່ວໂລກ ກາຍ 1 ລ້ານຄົນແລ້ວ


ສາລະວັດທະຫານຄົນນຶ່ງໃສ່ໜ້າກາກ ຂະນະທີ່ອອກລາດຕະເວັນ ຕາມຖະໜົນຫົນທາງ ໃນຂະນະທີ່ມີການຫ້າມອອກນອກບ້ານເປັນບາງສ່ວນ ເພື່ອຄວບຄຸມການລະບາດຂອງໄວຣັສໂຄໂຣນາ ທີ່ເມືອງອາມາຕິດລານ ຢູ່ທາງໃຕ້ນະຄອນຫຼວງກວາເຕມາລາຊີຊີ້ ເມື່ອວັນທີ 2 ເມສານີ້.
ສາລະວັດທະຫານຄົນນຶ່ງໃສ່ໜ້າກາກ ຂະນະທີ່ອອກລາດຕະເວັນ ຕາມຖະໜົນຫົນທາງ ໃນຂະນະທີ່ມີການຫ້າມອອກນອກບ້ານເປັນບາງສ່ວນ ເພື່ອຄວບຄຸມການລະບາດຂອງໄວຣັສໂຄໂຣນາ ທີ່ເມືອງອາມາຕິດລານ ຢູ່ທາງໃຕ້ນະຄອນຫຼວງກວາເຕມາລາຊີຊີ້ ເມື່ອວັນທີ 2 ເມສານີ້.

ການລະບາດຂອງໄວຣັສໂຄໂຣນາ ແມ່ນເຖິງລະດັບທີ່ຮ້າຍແຮງແລ້ວ ຄືມີກໍລະ ນີທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອເຖິງ 1 ລ້ານຄົນ.

ໂຕເລກຂອງມະຫາວິທະຍາໄລຈອນສ໌ຮອບກິນສ໌ (Johns Hopkins) ແຈ້ງວ່າ ຫຼາຍກວ່າ 3 ສ່ວນ 4 ຄື 236,000 ຂອງກໍລະນີທັງໝົດ ແມ່ນຢູ່ໃນສະຫະລັດ.

ຈຳນວນຜູ້ເສຍຊີວິດຢູ່ໃນທົ່ວໂລກເວລານີ້ ແມ່ນ 53,000 ຄົນ. ອີຕາລີເປັນປະ ເທດທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ ຄືຫຼາຍກວ່າ 13,000 ຄົນ ແລະສູງຂຶ້ນນຳນັບມື້.

ຄຳຖາມຂອງທຸກໆຄົນຢູ່ໃນສະຫະລັດກໍແມ່ນວ່າ ຂ້ອຍຈຳເປັນທີ່ຈະຕ້ອງໄດ້ໃສ່ໜ້າກາກຫຼືບໍ່? ພວກນັກຊ່ຽວຊານບາງຄົນກ່າວວ່າ ທຸກຄົນທີ່ບໍ່ໄດ້ປ່ວຍຫຼືຮັກສາຜູ້ໃດຜູ້ນຶ່ງທີ່ປ່ວຍກໍບໍ່ຈຳເປັນຕ້ອງໃສ່ໜ້າກາກ. ພວກເຂົາເຈົ້າກ່າວວ່າ ໜ້າກາກ ບໍ່ສາມາດສະກັດກັ້ນເຊື້ອໄວຣັສໄດ້.

ແຕ່ພວກນັກຊ່ຽວຊານຄົນອື່ນໆກ່າວວ່າ ເຖິງແມ່ນວ່າຈະເປັນການປົກປ້ອງທີ່ຕ່ຳສຸດດ້ວຍການປິດໜ້າ ກໍຍັງດີກວ່າບໍ່ມີຫຍັງເລີຍ.

ເຈົ້າຄອງນະຄອນນິວຢອກ ທ່ານບິລ ເດີ ບລາສຊິໂອ (Bill de Blasio) ໄດ້ສະເໜີໃຫ້ປະຊາຊົນໃນນະຄອນນິວຢອ ໃສ່ຜ້າປົກໜ້າ ຜ້າພັນຄໍ ຫຼືຜ້າເຮັດຂຶ້ນເອງເພື່ອປິດປາກແລະດັງເຂົາເຈົ້າ ແຕ່ບໍ່ແມ່ນໜ້າກາກຜ້າຕັດ ຊຶ່ງທ່ານກ່າວວ່າ ໜ້າກາກດັ່ງກ່າວແມ່ນຄວນສະຫງວນໄວ້ໃຫ້ພວກນັກການແພດມືອາຊີບ.

ທີ່ນະຄອນລອສແອນເຈີລິສ ເຈົ້າຄອງນະຄອນ ທ່ານເອຣິກ ກາເຊັດຕີ ກໍໄດ້ຂໍຮ້ອງໃຫ້ປະຊາຊົນໃສ່ຜ້າປິດປາກຂອງພວກເຂົາເຈົ້າໃນທີ່ສາທາລະນະ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ໜ່ວຍສະເພາະກິດຂອງທຳນຽບຂາວພວມຮ່າງກົດລະບຽບກ່ຽວກັບວ່າຄວນຈະໃສ່ໜ້າກາກຫຼືໃຫ້ປິດໜ້າ.

ທ່ານທຣຳກ່າວວ່າ ຖ້າປະຊາຊົນຢາກໃສ່ ພວກເຂົາເຈົ້າກໍສາມາດເຮັດໄດ້. ມັນບໍ່ແມ່ນຄວາມຄິດທີ່ຂີ້ຮ້າຍເລີຍ ຢ່າງໜ້ອຍກໍໃນຊ່ວງໄລຍະນນີ້.

ທຳນຽບຂາວກ່າວວ່າ ປະທານາທິບໍດີທຣຳໄດ້ໄປກວດອີກ ກ່ຽວກັບເລື້ອງໄວຣັສໂຄໂຣນາໂດຍໃຊ້ເຄື່ອງກວດທີ່ສາມາດບອກໄດ້ໃນເວລາ 15 ນາທີ. ປະທານາໄດ້ໄປກວດມາແລ້ວ ຊຶ່ງພົບວ່າທ່ານບໍ່ໄດ້ຕິດເຊື້ອ ແລະກໍປະກາດວ່າ ທ່ານມີສຸຂະພາບເຂັ້ມແຂງ.

ທະນາຄານໂລກໄດ້ໃຫ້ການອະນຸມັດເງິນທຶນເກືອບ 2 ພັນລ້ານໂດລາ ສຳລັບ 25 ປະເທດທີ່ທຸກຍາກທີ່ສຸດໃນໂລກ ເພື່ອຮັບມືກັບການລະບາດຂອງໄວຣັສໂຄໂຣນາ.

ປະເທດອິນເດຍ ປາກິສຖານ ສຣີລັງກາ ອັຟການິສຖານ ແລະເອທິໂອເປຍ ຈະໄດ້ຮັບເງິນຫຼາຍທີ່ສຸດ ໃນການຈ່າຍງວດທຳອິດ. ເງິນດັ່ງກ່າວນີ້ ແມ່ນແນໃສ່ເພື່ອນຳໄປຊື້ອຸບປະກອນທາງດ້ານການແພດທີ່ສຳຄັນໆ ຮວມທັງໜ້າກາກແລະເຄື່ອງຊ່ວຍຫາຍໃຈ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG