ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຕາລີ ສະຫະລັດ ແລະ ສເປນ ແມ່ນລວມຢູ່ໃນສູນກາງ ການຕໍ່ສູ້ທີ່ສຳຄັນ ກັບການລະບາດ ຂອງໄວຣັສໂຄໂຣນາ


ການສົ່ງສະການຜູ້ເສຍຊີວິດ ໂດຍປາສະຈາກຍາດພີ່ນ້ອງ ທີ່ປ່າຊ້າເມືອງ Zogno ໃນພາກເໜືອອີຕາລີ ເມື່ອວັນທີ 21 ມີນາ 2020.
ການສົ່ງສະການຜູ້ເສຍຊີວິດ ໂດຍປາສະຈາກຍາດພີ່ນ້ອງ ທີ່ປ່າຊ້າເມືອງ Zogno ໃນພາກເໜືອອີຕາລີ ເມື່ອວັນທີ 21 ມີນາ 2020.

ປະເທດ ອິຕາລີ, ສະຫະລັດ ແລະ ສເປນ ຕອນນີ້ແມ່ນລວມຢູ່ໃນສູນກາງ ທີ່ສຳຄັນ ໃນການຕໍ່ສູ້ກັບການລະບາດຂອງໄວຣັສໂຄໂຣນາໃນໂລກ, ອີງຕາມຂໍ້ມູນສະຖິຕິຫຼ້າສຸດ ກ່ຽວກັບ ກໍລະນີທີ່ໄດ້ຮັບການຢືນຢັນ.

ຈີນ ໄດ້ເປັນປະເທດທີ່ຖືກກະທົບໜັກສຸດ, ດ້ວຍຈຳນວນກໍລະນີ ແລະ ການ ຕາຍທີ່ສູງທີ່ສຸດ ນັບຕັ້ງແຕ່ໄວຮັສໄດ້ກຳເນີດຂຶ້ນຢູ່ທີ່ນັ້ນ ໃນທ້າຍເດືອນທັນ ວາປີກາຍນີ້.

ແນວໃດກໍຕາມ, ອິຕາລີ ແລະ ສເປນ ແມ່ນໄດ້ລາຍງານການເສຍຊີວິດຫຼາຍກວ່ານັ້ນແລ້ວ, ໂດຍບັນດາເຈົ້າໜ້າທີ່ສາທາລະນະສຸກ ສເປນ ໄດ້ກ່າວວ່າ ໃນຂ້າມຄືນທີ່ຜ່ານມາ ປະຊາຊົນອີກ 738 ຄົນໄດ້ເສຍຊີວິດ, ເຮັດໃຫ້ຈຳ ນວນທັງໝົດຂອງເຂົາເຈົ້າເປັນຫຼາຍກວ່າ 3,400 ຄົນ.

ສະພາແຫ່ງຊາດຂອງ ສເປນ ໄດ້ຮັບຮອງການຮຽກຮ້ອງຂອງລັດຖະບານ ເພື່ອຂະຫຍາຍເວລາ ພາວະສຸກເສີນ ແລະ ການກັກບໍລິເວນຂອງປະເທດ ໂດຍຮຽກຮ້ອງໃຫ້ທຸລະກິດຕ່າງໆຖືກປິດໄວ້ ແລະ ປະຊາຊົນຢູ່ໃນບ້ານ ຢ່າງໜ້ອຍຈົນຮອດກາງເດືອນເມສາ.

ອິຕາລີ ກໍໃກ້ຈະແຊງກາຍ ຈີນ ເຊັ່ນກັນໃນຕົວເລກຂອງກໍລະນີຕ່າງໆ ແລະ ໄດ້ເຮັດໃຫ້ຕົວເລກຂອງກໍລະນີເພີ່ມຂຶ້ນໃນສອງສາມວັນທີ່ຜ່ານມາ, ສະຫະລັດ ກໍເຊັ່ນກັນ. ມາຮອດຕອນເຊົ້າວັນພະຫັດມື້ນີ້, ຕົວເລກຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໄດ້ກ່າວວ່າ ສະຫະລັດ ມີ 69,000 ກໍລະນີທີ່ໄດ້ຮັບ ການຢືນຢັນ, ພ້ອມກັບຫຼາຍກວ່າ 1,000 ຄົນເສຍຊີວິດ.

ບັນດາສະມາຊິກສະພາ ໄດ້ພະຍາຍາມເລັ່ງໃຫ້ການຊ່ວຍເຫຼືອດ້ານການແພດ ສຳລັບໂຮງໝໍແຫ່ງຕ່າງໆ ບ່ອນທີ່ບັນດາແພດໝໍ ແລະ ພະຍາບານ ກຳລັງ ປະເຊີນກັບການຂາດແຄນອຸປະກອນປ້ອງກັນພະຍາດ ເພື່ອຮັກຕົວເຂົາເຈົ້າ ເອງໃຫ້ປອດໄພ ໃນເວລາທີ່ເຂົາເຈົ້າເບິ່ງແຍງຄົນໄຂ້ຕິດໄວຣັສໂຄໂຣນາ.

ການກັກບໍລິເວນໃນຫຼາຍລັດຂອງ ສະຫະລັດ ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະ ກິດຂອງປະເທດ ແລະ ໂຄງການມູນຄ່າ ສອງພັນຕື້ໂດລາ ແມ່ນໄດ້ຖືກ ຮັບຜ່ານຢູ່ສະພາສູງໃນຕອນແລງວັນພຸດວານນີ້ ເພື່ອໃຫ້ເງິນກູ້ຢືມແກ່ທຸລະກິດ ຕ່າງໆ, ສະໜັບສະໜູນຜົນປະໂຫຍດຕ່າງໆໃຫ້ຄົນຫວ່າງງານ ແລະ ສົ່ງເຊັກ ເງິນສົດໃຫ້ຄອບຄົວຊາວ ອາເມຣິີກັນ ທັງຫຼາຍ. ມາດຕະການດັ່ງກ່າວແມ່ນ ຄາດວ່າຈະຜ່ານສະພາຕໍ່າໃນວັນສຸກມື້ອື່ນ ເພື່ອເຊັນໂດຍປະທານາທິບໍດີ ດໍໂນລ ທຣຳ.

ມາດຕະການດ້ານເສດຖະກິດດັ່ງກ່າວ ໄດ້ຊ່ວຍສົ່ງເສີມໃຫ້ຕະຫຼາດຮຸ້ນຕ່າງໆໃນໂລກມີລາຄາສູງຂຶ້ນ. ທະນາຄານກາງຂອງ ເກົາຫຼີໃຕ້ ໄດ້ປະກາດໃນວັນພະຫັດ ມື້ນີ້ວ່າ ເຂົາເຈົ້າໄດ້ສະໜອງການສະໜັບສະໜູນທີ່ບໍ່ເຄີຍມີມາກ່ອນໃຫ້ສະຖາບັນ ດ້ານການເງິນທັງຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG