ມີພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ໄປເຕົ້າໂຮມກັນຫຼາຍຂຶ້ນ ໃກ້ຊາຍແດນເທີກີ ທີ່ຕິດກັບປະເທດກຣີສ ໃນວັນເສົາມື້ນີ້ ໃນຄວາມພະຍາຍາມເພື່ອຈະເຂົ້າໄປໃນຢູໂຣບ ຫຼັງຈາກໄດ້ມີການໂຈມຕີທາງອາກາດໂດຍກຳລັງລັດຖະບານໃນຊີເຣຍ ທີ່ໄດ້ສັງຫານທະຫານເທີກີ 33 ຄົນໃນຕົ້ນອາທິດນີ້.
ພວກຍົກຍ້າຍຖິ່ນຖານຫຼາຍໆກຸ່ມ ທີ່ໄປເຕົ້າໂຮມກັນຢູ່ເມືອງ Pazarkule ໃນປະເທດເທີກີ ໄດ້ມີຈຳນວນເພີ້ມຂຶ້ນ ນັບແຕ່ເທີກີກ່າວວ່າ ຕົນຈະອະນຸຍາດໃຫ້ພວກຍົກຍ້າຍຖິ່ນຖານ ອອກຈາກປະເທດໄປໄດ້.
ໃນຂະນະດຽວກັນ ກຣີສ ແລະບຸນກາເຣຍ ທີ່ເປັນເພື່ອນບ້ານ ໄດ້ເອົາມາດຕະການພິເສດ ເພື່ອປ້ອງກັນຄວາມໝັ້ນຄົງໃນເຂດຊາຍແດນ.
ສະຫະພາບຢູໂຣບເຕືອນວ່າ ການສູ້ລົບກັນໃນພາກເໜືອຊີເຣຍ ອາດເຮັດໃຫ້ເກີດຄວາມຮຸນແຮງເພີ້ມຂຶ້ນ ຈົນກາຍເປັນສົງຄາມ ແລະຕົນພ້ອມແລ້ວ ທີ່ຈະປ້ອງກັນຜົນປະໂຫຍດຂອງຕົນ.
ການສູ້ລົບກັນຮອບຫຼ້າສຸດໃນຊີເຣຍ ຖືວ່າເປັນການເພີ້ມຄວາມຮຸນແຮງຢ່າງໜັກແລະເປັນອັນຕະລາຍ ຢູ່ໃນບັນຫາຂັດແຍ້ງ ລະຫວ່າງເທີກີ ແລະກຳລັງຊີເຣຍທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍ.
More refugees and migrants gathered near Turkey's border with Greece Saturday, in an effort to enter Europe after airstrikes by government forces in Syria killed 33 Turkish soldiers earlier this week.
The group of migrants at Turkey's Pazarkule border has been growing, since Turkey said that it would allow the migrants to leave the country.
In meantime, Greece and neighboring Bulgaria have taken extra measures to strengthen their border security.
The European Union has warned that the fighting in northern Syria could escalate into open war and that it is prepared to protect its security interests.
The latest fighting in Syria is considered a grave and dangerous escalation in the conflict between Turkish and Russia-backed Syrian forces.