ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳ​ລັງ​ຮັກ​ສາ​ ຄວາມ​ສະ​ຫງົບ ອິນ​ເດຍ ​ຫາ​ທາງປ້ອງ​ກັນ ບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຮອບ​ໃໝ່


ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອິນ​ເດຍ ຍ່າງ​ລາດ​ຕະ​ເວນ ຜ່ານ​ຊາກ​ລົດ​ທີ່​ຖືກ​ໄຟ​ໄໝ້ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ສະ​ໜັບ​ສະ​​ໜັບ​ສະ​ໜຸນ​ແລະ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ​ໃໝ່ ເມື່ອ​ວັນ​ທີ 27 ກຸມ​ພາ 2020. REUTERS/Adnan Abidi
ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອິນ​ເດຍ ຍ່າງ​ລາດ​ຕະ​ເວນ ຜ່ານ​ຊາກ​ລົດ​ທີ່​ຖືກ​ໄຟ​ໄໝ້ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ສະ​ໜັບ​ສະ​​ໜັບ​ສະ​ໜຸນ​ແລະ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ​ໃໝ່ ເມື່ອ​ວັນ​ທີ 27 ກຸມ​ພາ 2020. REUTERS/Adnan Abidi

ມີ​ການສົ່ງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄປ​ຍັງ​ຫຼາຍ​ໆເຂດ​ໃນ​ນະ​ຄອນ​ຫຼວງ​ຂອງ​ອິນ​ເດຍ ໃນ​ວັນ​ພະ​ຫັດ​ມື້ນີ້ ບ່ອນ​ທີ່​ໄດ້​ເກີດ​ການ​ປະ​ທະ​ກັນ​ມາ​ໄດ້​ຫຼາຍມື້​ແລ້ວລະ​ຫວ່າງ​ຊາວ​ຮິນ​ດູ ແລະ​ຊາວ​ມຸ​ສ​ລິມ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ບໍ່​ຕ່ຳ​ກວ່າ 32 ຄົນ​ແລະ​ບາດ​ເຈັບ​ຫຼາຍກວ່າ 200 ຄົນ.

ການ​ລາດ​ຕະ​ເວນ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ທາງ​ກ້ຳ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ນິວ​ເດ​ລີ ແມ່ນ​ເພື່ອ​ຫາ​ທາງ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຄັ້ງ​ໃໝ່ ຫຼັງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ເຣັນ​ດ​ຣາ ໂມ​ດີ ຮຽກ​ຮ້ອງ​ໃຫ້​ຢູ່​ໃນ​ຄວາມ​ສະ​ຫງົບ.

ພວກ​ຜູ້​ນຳ​ຝ່າຍ​ຄ້ານ​ໄດ້​ພາ​ກັນ​ຕ້ອງ​ຕິ​ລັດ​ຖະ​ບານທີ່​ບໍ່​ໄດ້​ດຳ​ເນີນ​ການ​ພຽງ​ພໍ​ເພື່ອ​ຄວບ​ຄຸມ​ຄວາມ​ຮຸນ​ແຮງ ແລະ​ໃນ​ວັນ​ພະ​ຫັດ​ມື້ນີ້ ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ສຸດ ຄື​ພັກຄອງ​ແກ​ຣັ​ສ ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ທ່ານ​ອາ​ມິດ ຊາ ລາອອກ ໂດຍ​ກ່າວ​ຫາ​ທ່ານ​ວ່າ ບໍ່​ເຮັດ​ໜ້າ​ທີ່​ຂອງ​ທ່ານ.

ໃນ​ການ​ຂຽນ​ຂໍ້​ຄວາມ​ ລົງທາງ​ທວີດ​ເຕີ້​ ໃນ​ວັນ​ພຸດ​ວານນີ້ ທ່ານ​ໂມ​ດີ ກ່າວ​ວ່າ “ຄວາມສະ​ຫງົບ​ສຸກ​ແລະ​ຄວາມ​ສາ​ມັກ​ຄີ​ແມ່ນ​ຈຸດ​ໃຈ​ກາງ​ໃນ​ຫຼັກ​ດຳ​ເນີນ​ຊີ​ວິດ​ພື້ນຖານ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ພວກ​ເອື້ອຍ​ອ້າຍ​ນ້ອງ​ຂອງ​ຂ້າ​ພະເຈົ້າ​ໃນ​ນະ​ຄອນເດ​ລີ ຈົ່ງ​ພາ​ກັນ​ຕັ້ງ​ຢູ່​ໃນ​ຄວາມ​ສະ​ຫງົບ ​ແລະ​ຄວາ​ມ​ເປັນ​ພະ​ລາ​ດອນ​ພາບໃນ​ທຸກໆ​ເວ​ລາ. ມັນ​ເປັນ​ເລື້ອງ​ສຳ​ຄັນ​ທີ່​ວ່າຄວາມ​ສະ​ຫງົບ​ແລະ​ຄວາມ​ເປັນ​ປົກ​ກະ​ຕິໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ພວກ​ປະ​ທ້ວງ​ຊາວ​ມຸ​ສ​ລິມ ໄດ້​ເຂົ້າ​ຍຶດ​ເອົ​າ​ຫົນ​ທາງຢູ່​ໃນ​ຄຸ້ມ​ນຶ່ງ​ຂອງນະ​ຄອນ​ຫຼວງ​ນິວ​ເດ​ລີ ໃນ​ວັນ​ເສົາ​ແລ້ວ ເພື່ອ​ປະ​ທ້ວງ​ກົດ​ໝາຍ​ໃຫ້​ສັນ​ຊາດ​ໃໝ່​ຂອງ​ອິນ​ເດ​ຍຕໍ່​ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ປະ​ເທດ​ເພື່ອນ​ບ້ານ ເຊັ່ນ​ອັ​ຟ​ກາ​ນິ​ສ​ຖານ ບັງ​ກ​ລາ​ແດັ​ສ ແລະ​ປາ​ກິ​ສ​ຖານ ແຕ່​ບໍ່​ໄດ້​ຮວມ​ເອົາ​ຊາວ​ມຸ​ສລິມ​ເຂົ້າ​ໃນ​ພວກ​ຄົນ​ເຂົ້າ​ເມືອງ​ເຫຼົ່າ​ນັ້ນ.

ພວກ​ປະ​ທ້ວງ​ເອີ້ນ​ກົດ​ໝາຍ​ໃໝ່​ວ່າ ເປັນ​ການ​ຈຳ​ແນກ​ກີດ​ກັນ. ນອກນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຄັດ​ຄ້ານ​ຕໍ່​ຂໍ້​ສະ​ເໜີ​ຈົດ​ທະ​ບຽນ ທີ່​ບັງ​ຄັບ​ໃຫ້​ຊາວ​ອິນ​ເດຍ​ທັງ​ໝົດຕ້ອງ​ໄດ້​ສະ​ແດງ​ເອກ​ກະ​ສານ​ເພື່ອ​ພິ​ສູດ​ວ່າ​ເຂົາ​ເຈົ້າ​ເປັນ​ພົນ​ລະ​ເມືອງ​ຂອງ​ປະ​ເທດ.

ລັດ​ຖະ​ບານ​ທ່ານ​ໂມ​ດີ​ກ່າວ​ວ່າ ກົດ​ໝາຍ​ສະ​ບັບ​ນີ້ ບໍ່​ໄດ້​ແນ​ເປົ້າໝາຍ​ໃສ່​ເພື່ອ​ຈຳ​ແນກ​ກີດ​ກັນ​ບໍ່​ຜູ້​ໃດ​ຜູ້​ນຶ່ງ ແຕ່​ເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ ໃນ​ການ​ປົ​ກ​ປ້ອງ​ພວກ​ທີ່​ບໍ່ແມ່ນ​ຊາວ​ມຸ​ສ​ລິມ ທີ່​ກ່າວ​ກັນ​ວ່າ​ຖືກ​ປະ​ຫັດ​ປະ​ຫານ​ຢູ່​ໃນ​ປະ​ເທດ​ເຫຼົ່າ​ນັ້ນ.

ຢູ່​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກຳ​ມາ​ທິ​ການ​ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ ​ໃນ​ການ​ນັບ​ຖື​ສາ​ສະ​ໜາລະ​ຫວ່າງ​ປະ​ເທດ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ອິດ​ສະ​ຫຼະ​ຂອງ​ລັດ​ຖະ​ບານ​ໄດ້​ສະ​ແດງ “​ຄວາມ​ເປັນ​ຫ່ວງຢ່າງ​ໃຫຍ່” ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ​ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG