ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ກຳ​ນົດ​ວັນ​ເວ​ລາ ໃນ​ການ​ເຊັນ​ຂໍ້​ຕົກ​ລົງ


ພວກ​ຊາວ​ໜຸ່ມ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ສັນ​ຕິ​ພາບ ໄປ​ເຕົ້າ​ໂຮມ​​ກັນ​ເພື່ອ​ສະ​ຫຼອງ​ການ​ຫຼຸດ​ຜ່ອນ​ຄວາມຮຸນ​ແຮງ ທີ່​ເມືອງ​ການ​ດາ​ຮາ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 21 ກຸ່ມ​ພາ ປີ 2020.
ພວກ​ຊາວ​ໜຸ່ມ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ສັນ​ຕິ​ພາບ ໄປ​ເຕົ້າ​ໂຮມ​​ກັນ​ເພື່ອ​ສະ​ຫຼອງ​ການ​ຫຼຸດ​ຜ່ອນ​ຄວາມຮຸນ​ແຮງ ທີ່​ເມືອງ​ການ​ດາ​ຮາ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 21 ກຸ່ມ​ພາ ປີ 2020.

ໃນ​ການ​ອອກ​ຖະ​ແຫຼງ​ການ​ພ້ອມໆ​ກັນ​ນັ້ນ ທ່ານ​ໄມ​ຄ໌ ພ​ອມ​ພຽວ ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ກຸ່ມ​ຕາ​ລີ​ບານ​ໄດ້​ປະ​ກາດ​ໃນ​ວັນ​ສຸກວານນີ້​ວ່​າ ຂໍ້​ຕົກ​ລົງ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກຸ່ມ​ຕາ​ລີ​ບານ ຈະ​ມີ​ການ​ລົງ​ນາມກັນ​ໃນ​ວັນ​ທີ 29 ກຸມ​ພາ​ຈະ​ມານີ້ ເພື່ອ​ແຜ້ວ​ທາງ​ໄປ​ສູ່​ການ​ຍຸ​ຕິ​ສົງ​ຄາມ​ທີ່​ຍາວນານ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ.

ຂໍ້​ຕົກ​ລົງ​ສະ​ບັບນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຖອນ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ເປັນ​ໄລ​ຍະໆ​ ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ​ເພື່ອ​ເປັນ​ການ​ຕອບ​ແທນ​ກຸ່ມ​ຕາ​ລີ​ບານ​ໄດ້​ໃຫ້​ການຄ້ຳ​ປະ​ກັນ​ວ່າ ດິນ​ແດນ​ອັ​ຟ​ກາ​ນິ​ສ​ຖານ ​ຈະ​ບໍ່​ຖືກ​ນຳ​ໃຊ້​ໂດຍ​ພວກ​ກໍ່​ການຮ້າຍແລະ​ຕົນ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ໃນ​ຂັ້ນ​ຕອນ​ການ​ສ້າງ​ຄວາມ​ປອງດອງຊາດ ກັບ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ກຸ່ມ​ອື່ນໆ.

ຖ​ະ​ແຫຼງ​ການ​ຂອງ​ທ່ານ​ພອມ​ພຽວ​ກ່າວ​ວ່າ “ການ​ເຈ​ລະ​ຈາ​ລະ​ຫວ່າງ​ພັກ​ຝ່າຍ​ໃນອັ​ຟ​ກາ​ນິ​ສ​ຖານ ຈະ​ເລີ້ມ​ຂຶ້ນ​ໃນ​ໄວໆບໍ່​ດົນ​ຫຼັງ​ຈາກນັ້ນ ແລະ​ຈະ​ສືບ​ສານ​ຕໍ່​ບາດກ້າວ​ຂັ້ນ​ພື້ນ​ຖານນີ້ ເພື່ອ​ນຳ​ໄປ​ສູ່​ການ​ຢຸດ​ຍິງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ແລະຢ່າງ​ເປັນ​ການ​ຖາ​ວອນ ພ້ອມ​ທັງ​ແຜນ​ທີ່​ຂອງ​ອະ​ນາ​ຄົດ​ທາງ​ການ​ເມືອງ​ສຳ​ລັບປະ​ຊາ​ຊົນຊາວ​ອັ​ຟ​ກາ​ນິ​ສ​ຖານ.”

ພິ​ທີ​ລົງ​ນາມ ​ຈະ​ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີ​ການ​ຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ ​ເປັນ​ເວ​ລາ 7 ມື້ ຊຶ່ງ​ຈະ​ເລີ້ມ​ຕົ້ນ​ຂຶ້ນ​ໃນຕອນ​ທ່ຽງ​ຄືນ​ວັນ​ເສົາ​ທີ 22 ກຸມ​ພາມື້ນີ້ ຕາມ​ເວ​ລາ​ໃນທ້ອງ​ຖິ່ນ ຊຶ່ງ​ຈະ​ມີ​ການ​ສັງ​ເກດ​ການ​ຈາກ​ທຸກ​ຝ່າຍ​ທີ່​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ. ທຸກໆຝ່າຍ ທັງ​ກຳ​ລັງ​ສະ​ຫະ​ລັດ ກຸ່ມ​ຕາ​ລີ​ບານ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອັ​ຟ​ກາ​ນິ​ສ​ຖານ ຕ່າງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຕົນ​ມີ​ສິດ​ທີ່​ຈະ​ຕອບ​ໂຕ້ຄືນ​ຕໍ່​ການ​ໂຈມ​ຕີ.

ໄລ​ຍະ​ດັ່ງ​ກ່າວ​ແມ່ນ​ເຊື່ອ​ກັນ​ວ່າມີ​ໜ້າ​ທີ່​ເປັນ​ມາດ​ຕະ​ການ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອເຊື່ອ​ໃຈ ພ້ອມ​ທັງ​ເປັນ​ເຄື່ອງວັດ​ແທກ​ເບິ່ງວ່າກຸ່ມ​ຕາ​ລີ​ບານ​ເປັນ​ຜູ້​ຄວບ​ຄຸມ​ກຳ​ລັງສູ້​ລົບ​ຂອງ​ຕົນ​ໄດ້​ໂດຍ​ເຕັມ​ຫຼື​ບໍ່.

ຖະ​ແຫຼງ​ການ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ “ທັງ​ສອງ​ຝ່າຍ ໃນ​ເວ​ລານີ້ ຈະ​ສ້າງ​ໃຫ້ເກີດ​ສະ​ຖາ​ນະ​ການ​ທີ່​ເໝາະ​ສົມ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ກ່ອນ​ການ​ລົງ​ນາມ​ໃນ​ຂໍ້ຕົກ​ລົງ ຊຶ່ງ​ໄດ້​ມີ​ການ​ເຊື້ອ​ເຊີນພວກ​ຜູ້​ຕາງ​ໜ້າອະ​ວຸ​ໂສ​ຈາກ​ບັນ​ດາ​ປະ​ເທດ​ແລະອົງ​ການ​ຈັດ​ຕັ້ງ​ຈຳ​ນວນນຶ່ງ ໄປ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ.”

ພິ​ທີ​ລົງ​ນາມ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ທີ່​ນະ​ຄອນ​ຫຼວງ​ໂດ​ຮາ ຂອງ​ປະ​ເທດ​ກາ​ຕ້າ ບ່ອນທີ່​ກຸ່ມ​ຕາ​ລີ​ບານ​ມີ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ຢ່າງ​ເປັນ​ທາງ​ການ​ມາ​ໄດ້​ຫຼາຍ​ໆ​ປີ​ແລ້ວ​ນັ້ນ ແລະ​ບ່ອນ​ທີ່​ທັງ​ສອງ​ຝ່າຍ​ໄດ້​ທຳ​ການ​ເຈ​ລະ​ຈາ​ກັນ​ມາ​ຢ່າງ​ຂຸ້ນ​ຂ້ຽວ​ເປັນ​ເວ​ລາ 18 ເດືອນ.

ໃນ​ໄລ​ຍະ​ທຳ​ອິດນັ້ນ ຄາດ​ວ່າ​ສະ​ຫະ​ລັດ​ຈະ​ຫລຸດ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ລົງ​ຈາກລະ​ດັບ​ປັດ​ຈຸ​ບັນ 13,000 ຄົນ ​ມາ​ເປັນ 8,600 ຄົນ. ທ່ານ​ບາ​ແນັດ ຣູ​ບິນ ນັກຊ່ຽວ​ຊານ​ແຖວ​ໜ້າ​ກ່ຽວ​ກັບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານທີ່​ໃຫ້​ຄຳ​ແນະ​ນຳ​ແກ່​ລັດ​ຖະ​ບານສະ​ຫະ​ລັດ​ໃນ​ດ້ານ​ນະ​ໂຍ​ບາຍ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວເວົ້າ​ວ່າ ການ​ຖອນ​ກຳ​ລັງ​ທະຫານ​ອາ​ເມ​ຣິ​ກັນ​ທັງ​ໝົດ ຈະ​ເຊື່ອມ​ໂຍງ​ໃສ່​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ທີ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG