ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕົກລົງ​​ກັນ ລະ​ຫວ່າງ​ ສ​ຫ​ລ ກັບ​ກຸ່ມ​ຕາ​ລີ​ບານ ເບິ່ງ​ຄື​ວ່າ ​ຈະ​ມີກົນ​ໄກ​ການ​ສື່​ສານ ​ທີ່​ປ້ອງ​ກັນ ການ​ຄິດ​ໄລ່​ຜິດ​ພາດ ທາງ​ທະ​ຫານ


ການ​ລາດ​ຕະ​ເວນຂອງ​ທະ​ຫານ​ສະ​ຫະ​ລັດ ຢູ່​ຄ້າຍ​ທະ​ຫານ​ກອງ​ທັບແຫ່ງ​ຊາດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຢູ່​​ໃນແຂວງ Logar ຂອງອັ​ຟກາ​ນິ​ສ​ຖານ, ວັນ​ທີ 7 ກໍ​ລະ​ກົດ, 2018
ການ​ລາດ​ຕະ​ເວນຂອງ​ທະ​ຫານ​ສະ​ຫະ​ລັດ ຢູ່​ຄ້າຍ​ທະ​ຫານ​ກອງ​ທັບແຫ່ງ​ຊາດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຢູ່​​ໃນແຂວງ Logar ຂອງອັ​ຟກາ​ນິ​ສ​ຖານ, ວັນ​ທີ 7 ກໍ​ລະ​ກົດ, 2018

ການ​ຕົກລົງກັນລະ​ຫວ່າງ​ສະ​ຫະ​ລັດກັບ​ກຸ່ມ​ຕາ​ລີ​ບານ ເພື່ອ​ເຮັດ​ໃຫ້​ສົງ​ຄາມ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານຫລຸດ​ລົງນັ້ນ ເບິ່ງ​ຄື​ວ່າ​ຈະ​ລວມ​ມີກົນ​ໄກ​ໃນ​ການ​ສື່​ສານ​ທີ່​ປ້ອງ​ກັນ ການ​ຄິດ​ໄລ່​ຜິດ​ພາດທາງ​ທະ​ຫານ ​ຢູ່​ໃນ​ຊ່ວງ​ໄລ​ຍະນີ້, ອີງ​ຕາມຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທ່ານ​ນຶ່ງ​ຕໍ່​ວີ​ໂອ​ເອ.

ກົນ​ໄກ​ໃນ​ການ​ສື່​ສານດັ່ງ​ກ່າວຈະ​ຖືກໃຊ້ເພື່ອ​ຈຸດ​ປະ​ສົງ​ອັນ​ດຽວ​ກັບ​ກົນ​ໄກ​ທີ່​ໄດ້​ສ້າງ​ຂຶ້ນສຳ​ລັບ​ກຳ​ລັງ​ທະ​ຫານ​ຂອງສະ​ຫະ​ລັດ​ ກັບຂອງຣັດ​ເຊຍຢູ່​ໃນ​ຊີ​ເຣຍນັ້ນ ເພື່ອ​ຫລີ​ກ​ລ້ຽງ​ເຫດ​ການ​ທາງ​ທະ​ຫານ​ທີ່ບໍ່​ປອດ​ໄພ ລະ​ຫວ່າງ​ກຳ​ລັງ​ທະ​ຫານ ຂອງວໍ​ຊິງ​ຕັນ ​ແລະຂອ​ງຄູ່ພາ​ຄີ​ຂອງ​ປະ​ເທດນັ້ນ ຢູ່ໃນຝ່າຍ​ນຶ່ງ ກັບ​ກຳ​ລັງ​ທະ​ຫານ​ຂອງ​ຣັດ​ເຊຍ ແລະ​ຂອງ​ລັດ​ຖະ​ບານ​ຊີ​ເຣຍ ຢູ່ອີກຝ່າຍ​ນຶ່ງ.

ເຈົ້​າ​ໜ້າ​ທີ່​ຫລາຍ​ຄົນ​ໄດ້​ບອກວີ​ໂອ​ເອ​ວ່າ ວັນ​ເລີ້ມ​ຕົ້ນການ​ຕົກ​ລົງ​ກັນ​ໃນ “ການ​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງລົງ” ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກຸ່ມ​ຕາ​ລີ​ບານຂອງ​ອັ​ຟ​ກາ​ນິ​ສ​ຖານ​ ມີ​ແຜນ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ມື້​ອື່ນນີ້. ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ ​ຂັ້ນ​ສູງຂອງ​ສະ​ຫະ​ລັດ​ທ່ານ​ນຶ່ງ ກ່າວ​ວ່າ ທະ​ຫານຂອງ​ສະ​ຫະ​ລັດ​ຈະ​ຮັກ​ສາ​ສິດ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ​ໄວ້ ແລະ​ຈະ​ສືບ​ຕໍ່ ການດຳ​ເນີນງານ​ຂອງ​ສະ​ຫະ​ລັດ ໃນ​ການຕ້ານ​ການກໍ່​ການ​ຮ້າຍ ແລະການ​ຝຶກ​ຊ້ອມ ແລະ​ໃຫ້ຄຳ​ປຶກ​ສາ​ແກ່​ກຳ​ລັງ​ທະ​ຫານ​ຂອງ​ອັ​ຟ​ກາ​ນິ​ສ​ຖານຢູ່​ໃນ​ໄລ​ຍະ​ທີ່​ມີ​ການ​ຕົກ​ລົງ​ກັນຢູ່​ນີ້.
ຖ້າ​ຫາກມີການ​ຕົກລົງກັນເກີດ​ຂຶ້ນ, ອີງ​ຕາມ​ແຫລ່ງ​ຂ່າວ​ຂອງ​ກຸ່ມ​ຕາ​ລີ​ບານ​ເວົ້າ​, ພິ​ທີ​ເຊັນ​ຂໍ້​ຕົກ​ລົງດັ່ງ​ກ່າວ​ກໍຈະຖືກ​ຈັດ​ຂຶ້ນຢູ່​ໃນ​ນະ​ຄອນ​ໂດ​ຮາ​ຂອງ​ປະ​ເທດ​ກາ​ຕາ ໃນ​ວັນ​ທີ 29 ກຸມ​ພາຈະ​ມາ​ເຖິງນີ້. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ອັ​ຟ​ກາ​ນິ​ສ​ຖານ, ຣັດ​ເຊຍ, ແລະ​ສະ​ຫະ​ພາບຢູໂຣບ ຈະ​ຖືກ​ເຊື້ອເຊີນ​ໄປ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເຊັນ​ດັ່ງ​ກ່າວ ​ໃນ​ນະ​ຄອນ​ໂດ​ຮາ​ຂອງ​ກາ​ຕາ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ປ​າກິ​ສ​ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ​ເວົ້າ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ໃນການ​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ລົງ​ເປັນ​ການ​ຊົ່ວ​ຄາວນີ້ ​ທີ່​ໄດ້​ຮັບ​ຜົນ​ດີ​ ຈະ​ເປັນ​ການ​ປູ​ທາງ​ໃຫ້​ແກ່​ຂໍ້​ຕົກ​ສັນ​ຕິ​ພາບ​ຢ່າງຮອບ​ດ້ານ ທີ່​ອາດ​ຈະ​ເຮັ​ດ​ໃຫ້​ສົງ​ຄາມ​ທີ່​ແກ່​ຍາວ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາສິ້ນ​ສຸດ​ລົງໄດ້ ແລະ​ນຳ​ເອົາ​ທະ​ຫານ​ສະ​ຫະ​ລັດຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານກັບ​ຄືນ​ບ້ານໄດ້. ການ​ເຈ​ລະ​ຈາ​ກັນ​ພາຍ​ໃນຂອງ​ອັ​ຟ​ກາ​ນິ​ສ​ຖານ ລະ​ຫວ່າງ​ຝ່າຍລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານກັບກຸ່ມ​ຕາ​ລີ​ບານ ຄາດ​ວ່າ​ຈະ​ມີ​ຂຶ້ນເພື່ອ​ປະ​ຕິ​ບັດ​ຕາມຂໍ້​ຕົກ​ລົງ​ໃນ​ການ​ຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ລົງ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ ມາກ​ຄ໌ ແອ​ສ​ເພີ (Mark Esper) ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ຢູ່​ໃນ​ກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ ຢູ່​ໃນນະ​ຄອນ​ມູ​ນິກໃນ​ອາ​ທິດ​ແລ້ວນີ້​ວ່າ “ຖ້າ​ພວກ​ເຮົາ​ຕັດ​ສິນ​ໃຈທີ່​ຈະ​ເດີນ​ໜ້າ​ຕໍ່​ໄປ, ຖ້​າ​ຫາກ​ທຸກ​ຝ່າຍປະ​ຕິ​ບັດ - ເຮັດ​ຕາມ​ຂໍ້​ຜູກ​ມັດ​ທີ່​ມີ​ຢູ່​ພາຍ​ໃຕ້​ການ​ຫລຸດ​ຜ່ອນ​ການກໍ່​ຄວາມ​ຮຸນ​ແຮງ​ລົງນັ້ນ — ແລ້ວ​ພວກ​ເຮົາກໍ​ຈະເລີ້ມ​ສົນ​ທະ​ນາ​ກັນ ​ກ່ຽວ​ກັບ​ພ​າກ​ສ່ວນ​ຕໍ່​ໄປ."

ສົງ​ຄາມຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ເອົາ​ຊີ​ວິດ​ຂອງ​ທະ​ຫານ​ສະ​ຫະ​ລັດ​ໄປ​ຫລາຍກວ່າ 2,400 ຄົນ ແລະ​ເຮັດ​ໃຫ້​ວໍ​ຊິງ​ຕັນ​ເສຍ​ຄ່າ​ໃຊ້​ຈ່າຍ​ເກືອບ​ຮອດ 1 ພັນ​ຕື້​ໂດ​ລາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG