ເຖິງແມ່ນວ່າ ອົບພະຍົບເກົາຫຼີເໜືອຫລາຍຄົນອາໄສຢູ່ນອກອະດີດປະເທດທີ່ມີລະບົບການປົກຄອງແບບຜະເດັດການຂອງເຂົາເຈົ້າໄດ້ພຽງແຕ່ສອງ ສາມປີເທົ່ານັ້ນກໍຕາມ ສິ່ງນັ້ນບໍ່ໄດ້ເຮັດໃຫ້ພວກເຂົາເຈົ້າທີ່ມີຈຳນວນນັບມື້ເພີ້ມຂຶ້ນນັ້ນ ຍຸຕິການເຂົ້າຮ່ວມໃນລະບົບປະຊາທິປະໄຕໃນເກົາຫລີໃຕ້ເລີຍ.
ໃນເວລາພຽງແຕ່ສອງ ສາມເດືອນກ່ອນຈະມີການເລືອກຕັ້ງຈັດຂຶ້ນໃນເກົາຫລີໃຕ້ ນັ້ນ, ຜູ້ຫຼົບໜີອອກຈາກເກົາຫຼີເໜືອສອງຄົນ ໄດ້ປະກາດວ່າ ຕົນຈະລົງສະໝັກແຂ່ງຂັນຊີງເອົາບ່ອນນັ່ງໃນສະພາ. ອີກດ້ານນຶ່ງຕ່າງຫາກ, ຜູ້ຫຼົບໜີອອກຈາກເກົາຫຼີເໜືອກຸ່ມນຶ່ງ ກຳລັງພະຍາຍາມທີ່ຈະສ້າງຕັ້ງພັກການເມືອງຂອງຕົນຂຶ້ນ.
ການດຳເນີນຄວາມພະຍາຍາມ ໃນການສ້າງຕັ້ງອົງການທາງການເມືອງຂຶ້ນ ແບບບໍ່ເຄີຍມາມາກ່ອນ ໄດ້ເນັ້ນໃຫ້ເຫັນເຖິງຄວາມຮູ້ສຶກບໍ່ພໍໃຈ ຂອງພວກຫຼົບໜີ ອອກຈາກເກົາຫຼີເໜືອຫລາຍຄົນ ທີ່ນອນໃນຈຳນວນຊົນຊັ້ນ ທີ່ທຸກຍາກທີ່ສຸດຢູ່ໃນເກົາຫລີໃຕ້ທີ່ຮັ່ງມີນັ້ນ. ຫລາຍຄົນຮູ້ສຶກວ່າ ຖືກຈຳແນກ ແລະບໍ່ມີຄວາມກຽມພ້ອມຢ່າງເໝາະສົມ ໃນການຮັບມື ກັບວິຖີຊີວິດຢູ່ ໃນປະເທດນາຍທຶນແຫ່ງນຶ່ງ.
“ພວກເຮົາຖືກປະຕິບັດຄືກັນກັບຄົນຕ່າງປະເທດ” ຢູ່ໃນເກົາຫລີໃຕ້. ນັ້ນຄືຄຳເວົ້າຂອງທ່ານ ອານ ຊານ-ອີລ, ຜູ້ຫຼົບໜີອອກຈາກເກົາຫຼີເໜືອ ທີ່ກ່າວຢູ່ໃນງານແຫ່ງນຶ່ງ ໃນອາທິດນີ້ ໃນຂະນະທີ່ປະກາດການເລີ້ມຕົ້ນ ສິ່ງທີ່ເອີ້ນເປັນການຊົ່ວຄາວວ່າ ພັກທ້ອນໂຮມຄົນໃນສອງເກົາຫລີ. ທ່ານກ່າວຕໍ່ໄປວ່າ “ບັດນີ້ ພວກເຮົາມີເຄືອຂ່າຍສູນກາງ ທີ່ຈະເພີ້ມທະວີການເຄື່ນໄຫວຂອງພວກເຮົາແລ້ວ.”
ເຖິງແມ່ນວ່າສະຖານະພາບຂອງເຂົາເຈົ້າ ຈະເປັນພັກທີ່ມີສຽງສ່ວນນ້ອຍ ຊຶ່ງໝາຍຄວາມວ່າ ອຳນາດທາງການເມືອງຂອງເຂົາເຈົ້າ ຈະຖືກຈຳກັດຢູ່ກໍຕາມ ແຕ່ວ່າ ການເຄື່ອນໄຫວດັ່ງກ່າວສະແດງໃຫ້ເຫັນວ່າ ພວກຫຼົບໜີອອກຈາກເກົາຫຼີເໜືອທັງຫລາຍ ກຳລັງລິເລີ້ມທຳການຄຸ້ມຄອງຊາຕາກຳຂອງຕົນ, ອີງຕາມ ທ່ານນາງ ແຄຊີ ລາທີກ (Casey Lartigue) ທີ່ເປັນຜູ້ຮ່ວມສ້າງຕັ້ງກຸ່ມ ທີ່ຊ່ວຍຊາວອົບພະຍົມເກົາຫຼີເໜືອ ຮຽນພາສາອັງກິດ.