ຈີນລາຍງານກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ທີ່ຫຼຸດລົງຢ່າງຫຼວງຫຼາຍ ຊຶ່ງໃນເວລານີ້ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຫຼາຍກວ່າ 2,000 ຄົນຢູ່ຈີນແຜ່ນດິນໃຫຍ່ ນັບແຕ່ເລີ້ມມີການລະບາດເມື່ອສອງເດືອນກ່ອນ.
ກຳມາທິການສາທາລະນະສຸກແຫ່ງຊາດຂອງຈີນ ກ່າວວ່າ ມີພຽງແຕ່ 394 ກໍລະນີຕິດເຊື້ອ COVID-19 ໃໝ່ ທີ່ໄດ້ຮັບການຢືນຢັນ ໃນວັນພຸດວານນີ້ ສົມທຽບໃສ່ 1,749 ກໍລະນີໃນມື້ກ່ອນ ຊຶ່ງເປັນຈຳນວນທີ່ຫຼຸດລົງຫຼາຍທີ່ສຸດນັບແຕ່ເດືອນແລ້ວນີ້ ເປັນຕົ້ນມາ. ຈຳນວນຜູ້ເສຍຊີວິດທັງໝົດ ໄດ້ເພີ້ມຂຶ້ນເປັນ 2,118 ຄົນ ຊຶ່ງມີອີກ 114 ຄົນ ໄດ້ເສຍຊີວິດຍ້ອນເຊື້ອໄວຣັສ ໃນຂະນະທີ່ກໍລະນີຜູ້ຕິດເຊື້ອທັງໝົດ ທີ່ໄດ້ຮັບການຢືນຢັນແລ້ວ ເພີ້ມຂຶ້ນເປັນ 76,576 ຄົນ.
ເຈົ້າໜ້າທີ່ຈີນ ພວມຫາທາງຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ນັບແຕ່ໄດ້ເລີ້ມກວດພົບທີ່ເມືອງວູຮານ ໃນແຂວງຮູເບ ເມື່ອເດືອນທັນວາເປັນຕົ້ນມາ. ແຂວງດັ່ງກ່າວນີ້ ໄດ້ຖືກຫ້າມບໍ່ໃຫ້ມີການເຂົ້າອອກ ຊຶ່ງການສັນຈອນໄປມາເກືອບທັງໝົດທັງເຂົ້າແລະອອກເມືອງວູຮານແລະຫົວເມືອງອື່ນໆໄດ້ຖືກເກືອດຫ້າມ.
ສ່ວນຢູ່ນອກຈີນແຜ່ນດິນໃຫຍ່ນັ້ນ ມີຢ່າງໜ້ອຍ 10 ຄົນໄດ້ເສຍຊີວິດຍ້ອນເຊື້ອໄວຣັສນີ້ ຮວມທັງ 2 ຄົນຢູ່ອີຣ່ານແລະຄູ່ສາມີພັນລະຍາທີ່ສູງອາຍຸ 80 ກວ່າປີ ເທິງເຮືອສຳລານ Diamond Princess ຊຶ່ງໄດ້ຖືກສັ່ງໃຫ້ກັກກວດໂຣກ ຢູ່ທີ່ເມືອງທ່າໂຢໂກຮາມາຂອງຍີ່ປຸ່ນ ຕັ້ງແຕ່ກຳປັ່ນລຳນີ້ໄປຮອດເມື່ອວັນທີ 3 ກຸມພາຜ່ານມາ. ເຈົ້າໜ້າທີ່ສາທາລະນະສຸກຍີ່ປຸ່ນ ໄດ້ສັ່ງໃຫ້ກຳປັ່ນພ້ອມທັງຜູ້ໂດຍສານແລະພະນັກງານ 3,700 ຄົນ ຖືກກັກໄວ້ຫຼັງຈາກຜູ້ໂດຍສານຄົນນຶ່ງທີ່ ໄດ້ລົງຈາກກຳປັ່ນດັ່ງກ່າວໃນຮົງກົງ ຖືກກວດພົບໄວຣັສໂຄໂຣນາ. ແຕ່ຄວາມພະຍາຍາມທີ່ຈະຄວບຄຸມການລະບາດຂອງເຊື້ອໄວຣັສນີ້ ກັບໄດ້ຮັບຜົນໃນທາງກົງກັນຂ້າມໃນຂະນະທີ່ 621 ຄົນໄດ້ຕິດເຊື້ອ ເຮັດໃຫ້ມັນເປັນກໍລະນີການຕິດເຊື້ອ ຂອງກຸ່ມຄົນຂະໜາດໃຫຍ່ທີ່ສຸດ ທີ່ໄດ້ຮັບການຢືນຢັນຢູ່ນອກຈີນ.
ມີຜູ້ໂດຍສານປະມານ 500 ຄົນ ໄດ້ຖືກປ່ອຍອອກມາຈາກກຳປັ່ນ Diamond Princess ໃນວັນພຸດແລ້ວ ຫລັງຈາກໄດ້ຖືກກວດແລ້ວວ່າບໍ່ໄດ້ຕິດເຊື້ອໄວຣັສແລະບໍ່ມີອາການ ຂອງການຕິດເຊື້ອ. ພວກຜູ້ໂດຍສານອີກ 600 ຄົນ ຄາດວ່າ ຈະອອກຈາກກຳປັ່ນໄປໃນວັນພະຫັດມື້ນີ້.
ມີຊາວອາເມຣິກັນປະມານ 300 ຄົນໄດ້ຖືກຍົກຍ້າຍອອກຈາກກຳປັ່ນໃນວັນຈັນທີ່ຜ່ານມາ ແລະ ຖືກຈັດໃຫ້ຢູ່ພາຍໃຕ້ການກັກກວດໂຣກອີກ 14 ວັນ. ລັດຖະບານຂອງຫຼາຍໆປະເທດ ຮວມທັງ ອັງກິດ ການາດາ ອອສເຕຣເລຍ ແລະຮົງກົງ ຕ່າງກໍມີແຜນການທີ່ຈະອົບພະຍົບປະຊາຊົນຂອງຕົນອອກຈາກເມືອງທ່າໂຢໂກຮາມາເຊັ່ນກັນ.
ເຖິງແມ່ນໄດ້ມີການຫຼຸດລົງ ຂອງຈຳນວນກໍລະນີທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອກໍຕາມ ອົງການອະນາໄມໂລກໄດ້ເຕືອນປະຊາຊົນໃນຕົ້ນອາທິດນີ້ ກ່ຽວກັບການສະຫງົບຈິດສະຫງົບໃຈ ແລະ ຄວາມເຊື່ອທີ່ວ່າ ຈຸດຮ້າຍແຮງສຸດແມ່ນໄດ້ຈົບລົງແລ້ວນັ້ນ. ອົງການອະນາໄມໂລກເວົ້າວ່າ ມັນຍັງໄວໂພດທີ່ຈະຄາດການຢ່າງແນ່ ນອນວ່າ ການລະບາດຈະໄປທິດທາງໃດ.
China is reporting its biggest drop in new cases of the new coronavirus that has killed more than 2,000 people on the mainland since the outbreak began more than two months ago.
The country's National Health Commission said there were just 394 confirmed new cases of COVID-19 (Coronavirus disease 2019) Wednesday, compared to the 1,749 cases the previous day, the biggest drop since last month. The death toll rose to 2,118 after another 114 people died from the virus, while the total number of confirmed cases rose to 74,576.
Chinese authorities have struggled to contain the spread of the new coronavirus since it was first detected in December in Hubei province, in the city of Wuhan.The province was placed under lockdown, with nearly all transportation in and out of Wuhan and several other cities halted.
Outside of mainland China, at least 10 people have reportedly died from the virus, including two people in Iran and an elderly couple in their 80s who were passengers aboard the Diamond Princess cruise ship, which was placed under quarantine at the Japanese port city of Yokohama since its arrival on February 3.Japanese health officials placed the ship and its 3,700 passengers and crew under quarantine after a passenger who disembarked in Hong Kong was diagnosed with the coronavirus.But the attempt to contain the spread of the virus backfired, as 621 people became infected, making it the largest cluster of confirmed cases outside of China.
As many as 500 relieved passengers disembarked from the Diamond Princess Wednesday after having tested negative for the virus and showing no symptoms.Another 600 passengers are expected to leave the ship Thursday.
About 300 Americans were evacuated Monday and immediately placed in another 14-day quarantine.Several other governments, including Britain, Canada, Australia and Hong Kong, are also making plans to evacuate their citizens from Yokohama.
Despite the drop in the daily number of confirmed cases, the World Health Organization cautioned people earlier this week against relaxing and believing the worst is over. The WHO said it is still too early to predict exactly which way the outbreak will go.