ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ຍຶດ​​ອາ​ວຸດ ທີ່ຜະ​ລິດ​ໂດຍ​ອີ​ຣ່ານ ທີ່​ເບິ່ງ​ຄືວ່າ ຈະ​ສົ່ງ​ໄປ ໃຫ້ກຸ່ມ​ກະ​ບົດຮູ​ຕີ​ ​ໃນເຢ​ເມນ


​ລູກ​ເຮືອ​ຂອງ​ກຳ​ປັ່ນ USS Normandy ຢຶດ​ເອົາອາ​ວຸດ​ເຫລົ່າ​ນີ້ ຢູ່​ເທິງ​ເຮືອ​ຫາ​ປາ​ທີ່ບໍ່​ຕິດ​ທຸງ​ປະ​ເທດ​ໃດ ຢູ່​ໃນ​ທະ​ເລ​ອາ​ຣັບ ທີ່ຈະ​ສົ່ງ​ໄປໃຫ້​​ກຸ່ມກະ​ບົດ​ຮູ​ຕີຢູ່​ໃນ​ເຢ​ເມນ ໃນ​ວັນ​ທີ 9 ກຸມ​ພາ 2020 (ພາບ​ຖ່າຍ​ໂດຍ​ກອງ​ທັບ​ເຮືອ ສະ​ຫະ​ລັດ)
​ລູກ​ເຮືອ​ຂອງ​ກຳ​ປັ່ນ USS Normandy ຢຶດ​ເອົາອາ​ວຸດ​ເຫລົ່າ​ນີ້ ຢູ່​ເທິງ​ເຮືອ​ຫາ​ປາ​ທີ່ບໍ່​ຕິດ​ທຸງ​ປະ​ເທດ​ໃດ ຢູ່​ໃນ​ທະ​ເລ​ອາ​ຣັບ ທີ່ຈະ​ສົ່ງ​ໄປໃຫ້​​ກຸ່ມກະ​ບົດ​ຮູ​ຕີຢູ່​ໃນ​ເຢ​ເມນ ໃນ​ວັນ​ທີ 9 ກຸມ​ພາ 2020 (ພາບ​ຖ່າຍ​ໂດຍ​ກອງ​ທັບ​ເຮືອ ສະ​ຫະ​ລັດ)

ລູກ​ສອນ​ໄຟ, ອາ​ວຸດ, ແລະຍຸດ​ໂທ​ປະ​ກອນຕ່າງໆ ຫລາຍ​ຮ້ອຍ​ອັນ ທີ່​ເບິ່ງ​ຄື​ວ່າ ກຳ​ລັງ​ຈະຖືກ​ຂົນ​ຈາກອີ​ຣ່ານ ໄປໃຫ້​ພວກ​ນັກ​ລົບ​ ຂອງ​ກຸ່ມ​ຮູ​ຕີ​ຢູ່​ໃນ​ເຢ​ເມນ ນັ້ນ ແມ່ນຕົກ​ມາ​ຢູ່​ໃນ​ກຳ​ມື ​ຂອງ​ສະ​ຫະ​ລັດແລ້ວ ໂດຍທີ່ສະ​ກັດມັນ​ໄດ້ໃນ​ລະ​ຫວ່າງ ການ​ປະ​ຕິ​ບັດ​ງານ ໃນ​ຕົ້ນ​ອ​າ​ທິດນີ້ ຢູ່​ໃນ​ທະ​ເລ​ອາ​ຣັບ.

ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອກ​ກາງຫລື CENTCOM ປະ​ກາດ​ໃຫ້​ຮູ້​ກ່ຽວ​ກັບການ​ຢຶດ​ເອົາ​ອາ​ວຸດ​ດັ່ງ​ກ່າວ ໃນ​ວັນພະ​ຫັດ​ວານນີ້, 4 ມື້ ພາຍ​ຫລັງ​ທີ່​ພວກ​ທະ​ຫານ​ເຮືອ ຢູ່​ໃນ​ກຳ​ປັ່ນລົບ USS Normandy ໄດ້​ຂຶ້ນ​ໄປເທິງ​ເຮືອ​ຫາ​ປາ​ຂອງ​ຊາວ​ອາ​ຣັບລຳ​ນຶ່ງແລະ​ໄດ້ພົບ​ບ່ອນ​ຊຸກ​ເຊື່ອງ​ອາ​ວຸດ​ລັບ
​ຢູ່​ໃນເຮືອ​ນັ້ນ.

ອີ​ງຕາມຖຳ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງຂອງ CENTCOM ເຮືອ​ລຳ​ດັ່ງ​ກ່າວໄດ້​ລຳ​ລຽງລູກ​ສອນ​ໄຟ​ນຳ​ວິ​ຖີ​ຕໍ່​ຕ້ານ​ລົດ​ຖັງທີ່ມີຊື່​ວ່າ ‘ເດະ​ລາ​ເວຍ’ (Dehlavieh) ​ທີ່​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດເວົ້າ​ວ່າ ​ເປັນລູກ​ສອນ​ໄຟ​ສຳ​ລັບ​ຍິງ​ລົດ​ຖັງຄໍ​ເນັດ (Kornet) ຂອງ​ຣັດ​ເຊຍ ໃນ​ແບບ​ສະ​ບັບ​ຂອງ​ອີ​ຣ່ານນັ້ນ 150 ລູກ.

ທະ​ຫານ​ເຮືອຂອງ​ສະ​ຫະ​ລັດຍັງ​ໄດ້​ຢຶດ​ເອົາ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ໜ້າ​ດິນ​ຂຶ້ນໄປ ຫາ​ອາ​ກາດ​ອີກ 3 ລູກ ກ້ອງ​ສ່ອງ​ທາງ​ໄກເພື່ອ​ຖ່າຍ​ພາບ​ຂອງ​ອາຍ​ຮ້ອນ, ​ເຄື່ອງ
ອາ​ໄ​ຫຼ່ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ບິນ​ຢູ່​ເທິງ​ຟ້າ ແລະ​ຈອດ​ຢູ່​ພື້ນ​ດິນ ພ້ອມ​ທັງ​ ​ຍຸດ​ໂທ​ປະ​ກອນ ແລະ​ສິ້ນ​ສ່ວນຂອງ​ອາ​ວຸດ​ຕ່າງໆ ​ອີກ​ດ້ວຍ.
ພວກເຈົ້າ​ໜ້າ​ທີ່ສະ​ຫະ​ລັດເວົ້າ​ວ່າ ຈາກ​ການ​ປະ​ເມີນ​ການ​ຂັ້ນ​ຕົ້ນກໍ​ເຮັດ​ໃຫ້ບໍ່​ມີ​ຂໍ້​ສົງ​ໄສ​ຫຍັງ​ຫລາຍ​ເລີຍ​ວ່າ​ ອາ​ວຸດ ແລະ​ເຄື່ອງ​ອາ​ໄຫຼ່​ຂອງ​ລະ​ບົບ​ອາ​ວຸດ​ເຫລົ່າ​ນັ້ນມາ​ຈາກ​ໃສ.

"ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວ​ກັບ​ອາ​ວຸດ​ເຫລົ່າ​ນີ້​ແມ່ນບົ່ງ​ບອກວ່າ​ ຜະ​ລິດ​ຢູ່​ໃນ​ອີ​ຣ່ານ," ນັ້ນ ຄື​ຄຳ​ເວົ້າ​ຂອງ​ຜູ້​ບັນ​ຊາ​ການແຊັກ​ຄາຣີ ແຮ​ແຣ​ລ (Zachary Harrell), ໂຄ​ສົກ​ປະ​ຈຳກອງ​ບັນ​ຊາ​ການ​ກຳ​ລັງສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫລື (CENTCOM) ທີ່​ກ່າວ​ຕໍ່​ວີ​ໂອ​ເອ (VOA). ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ມັນ​ລ້ວນ​ແຕ່ກົງ​ກັນ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຮູ້​ກ່ຽວ​ກັບ​ອາ​ວຸດ​ຕ່າງໆ ​ທີ່​ຜະ​ລິດ​ຢູ່​ໃນ​ອີ​ຣ່ານ​ທັງ​ນັ້ນ​ເລີຍ.”

CENTCOM ຍັງ​ກ່າວ​ອີກວ່າ ລະ​ບົບ​ອາ​ວຸດ​ທີ່​ຖືກ​ຢຶດ​ໄດ້​ຫລາຍ​ອັນ​ແມ່ນ​ຄື​ກັນ​ກັບລະ​ບົບ​ອາ​ວຸດ​ທີ່​ທັນ​ສະ​ໄໝ ທີ່​ຖືກ​ຢຶດ​ໄດ້​ໂດຍ ກຳ​ປັ່ນ​ລົບ USS Forrest Sherman ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ງານ​ຢູ່​ທະ​ເລ​ອາ​ຣັບ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ.

ການ​ສົ່ງ​ອາ​ວຸດ​ເຊັ່ນ​ນັ້ນ​ໄປ​ຍັງ​ເຢ​ເມນ "ແມ່ນ​ຈະ​ເປັນການ​ລະ​ເມີດ​ຕໍ່​ມະ​ຕິ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ເກືອ​ດຫ້າມ​ການ​ສະ​ໜອງ, ຂາຍ, ຫລື​ໂອນ​ອາ​ວຸດ​ໄປ​ໃຫ້​ແກ່ກຸ່ມ​ກະບົດ​ຮູ​ຕີ​ແບບ​ໂດຍ​ກົງ ຫລື​ທາງ​ອ້ອມ, ອີງຕາມ​ຖະ​ແຫລງ​ການ​ຂອງ CENTCOM.

ບັນ​ດາ​ທະ​ຫານ​ເຮືອ​ຂອງ​ກຳ​ປັ່ນ USS Normandy ໄດ້ປ່ອຍ​ພວກ​ລູກ​ເຮືອ​ໃນ​ເຮືອ​ຫາ​ປາ​ລຳ​ດັ່ງ​ກ່າວ​ ທີ່​ມີ​ເອ​ກະ​ສານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ຊາວ​ປະ​ມົງ​ເຢ​ເມັນ​ນັ້ນໄປ ເມື່ອ​ການ​ເຊື່ອງ​ຊ້ອນ​ອາ​ວຸດ​ເຫລົ່າ​ນັ້ນ​ຖືກຮັບ​ປະ​ກັນວ່າຢຶດ​ໄວ້ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

Hundreds of missiles, weapons and munitions likely headed from Iran to Houthi militants in Yemen are in U.S. hands, intercepted during an operation earlier this week in the Arabian Sea.

U.S. Central Command (CENTCOM) announced the seizure Thursday, four days after sailors with the USS Normandy boarded a dhow in the Arabian Sea and found the secret cache.

According to a CENTCOM statement, the dhow was carrying 150 Dehlavieh anti-tank guided missiles, described by U.S. officials as the Iranian versions of Russia’s Kornet anti-tank missiles.

U.S. sailors also seized three surface-to-air missiles, thermal imaging scopes, components for air- and land-based drones, as well as munitions and weapon parts.

U.S. officials said the initial assessment left little doubt about where the weapons and weapon system components were from.

"Everything points to these weapons being made in Iran," CENTCOM spokesman Commander Zachary Harrell told VOA. "They're all very consistent with what we know about weapons that have been made in Iran."

CENTCOM also said many of the seized weapon systems were identical to advanced systems seized by the USS Forrest Sherman during an operation in the Arabian Sea in November.

Sending such weapons to Yemen "would be in violation of a U.N. Security Council Resolution that prohibits the direct or indirect supply, sale or transfer of weapons to the Houthis," the CENTCOM statement said.

Sailors with the USS Normandy released the dhow’s crew, all with papers showing they were Yemeni fishermen, once the weapons cache was secured.

Officials said there was no evidence to link any of the crew members to any militant groups.

Arrangements were being made for U.S. experts and experts from allied nations and international organizations to inspect the seized weapons.

CENTCOM’s announcement of Sunday’s seizure came as the U.S. Senate was voting 55-45 to pass a resolution limiting President Donald Trump's ability to use military force against Iran without congressional approval.

Trump is expected to veto the measure.

XS
SM
MD
LG