ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ລົງ​ນາມ ໃນ​ຂໍ້​ຕົກ​ລົງ​ການ​ຄ້າ ລະ​ຫວ່າງ ສ​ຫລ ເມັກ​ຊິ​ໂກ ແລະ ກາ​ນາ​ດາ


ປ. ດໍ​ໂນ​ລ ທ​ຣຳ ເປີດ​ຂໍ້​ຕົກ​ລົງ​ການ​ຄ້າ ສະ​ບັບ​ໃໝ່ ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ລະ​ຫວ່າງ​ສະ​ຫະ​ລັດ ເມັກ​ຊິ​ໂກ ແລະ​ກາ​ນາ​ດາ ​ໃຫ້​ເບິ່ງ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 29 ມັງ​ກອນ 2020.
ປ. ດໍ​ໂນ​ລ ທ​ຣຳ ເປີດ​ຂໍ້​ຕົກ​ລົງ​ການ​ຄ້າ ສະ​ບັບ​ໃໝ່ ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ລະ​ຫວ່າງ​ສະ​ຫະ​ລັດ ເມັກ​ຊິ​ໂກ ແລະ​ກາ​ນາ​ດາ ​ໃຫ້​ເບິ່ງ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 29 ມັງ​ກອນ 2020.

ຢູ່ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ ຊຶ່ງ​ຈັດ​ຂຶ້ນ​ຢູ່​ສວນ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວນັ້ນ ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ລົງ​ໃນ​ອັນທີ່​ທ່ານ​ເອີ້ນ​ວ່າ “ຝັນ​ຮ້າຍ ​ກ່ຽວ​ກັບ​ ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ຫຼື NAFTA.”

ພາຍ​ໃຕ້​ທ້ອງ​ຟ້າ​ທີ່​ມືດ​ຄຶ້ມ ໂດຍ​ມີ​ອຸນ​ຫະ​ພູມ​ພຽງ 6 ອົງ​ສາ​ແຊ​ລ​ເຊີ​ສໃນ​ວັນ​ພຸດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຫ້ອມ​ລ້ອມ​ໂດຍ ​ພວກ​ຄົນ​ງານ​ອາ​ເມ​ຣິ​ກັນ ທີ່​ໃສ່ໝວກ​ກັນກະ​ທົບໄດ້​ເຊັນ​ຊື່​ຂອງ​ທ່ານ​ລົງ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດເມັກ​ຊິ​ໂກ ແລະ​ກາ​ນາ​ດາ ທີ່​ເອີ້ນ​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​ວ່າ USMCA.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ມັນ​ເປັນ​ມື້​ເພື່ອ​ການ​ສະ​ເຫຼີມ​ສະ​ຫຼອງ​ທີ່​ຍິ່ງ​ໃຫຍ່ຢູ່​ໃນ​ທັງສາມ​ປະ​ເທດ.”

ສ່ວນ​ໃຫຍ່​ຂອງ​ຂໍ້​ຕົກ​ລົງ​ການ​ຄ້າ USMCA ທີ່​ຍາວ 2,000 ໜ້າ ແມ່ນ​ການ​ຍົກລະ​ດັບ​ປັບ​ປຸງ​ຂໍ້​ຕົກ​ລົງ NAFTA ທີ່​ມີ​ອາ​ຍຸ​ມາ​ໄດ້ 25 ປີ​ແລ້ວ ໂດຍ​ມີ​ກົດ​ໝາຍ​ໃໝ່ທີ່​ພົວ​ພັນ​ກັບ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ອິນ​ເຕີ​ແນັດ ເງິນ​ຕາ ການ​ລົງ​ທຶນ ແລະ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ. ກົດ​ໝາຍ​ໃໝ່​ນີ້ ແມ່ນ​ຮວມ​ທັງ​ກົດ​ລະບຽບ​ທີ່​ເຄັ່ງ​ຄັດກວ່າ​ເກົ່າ ກ່ຽວ​ກັບ ​ການ​ຜະ​ລິດ​ລົດ​ຍົນ ​ການ​ຄ້າ​ທາງ​ອິນ​ເຕີ​ແນັດ ແລະ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ແຮງ​ງານ ແຕ່​ໄດ້ປະ​ສ່ວນ​ໃຫ​ຍ່ຂອງ​ການ​ຄ້າ​ທີ່ຫຼັ່ງ​ໄຫຼ​ເຂົ້າ​ມາ​ລະ​ຫວ່າງ​ບັ​ນ​ດາ​ປະ​ເທດໃນ​ອາ​ເມ​ຣິ​ກາ​ເໜືອທີ່​ມີ​ມູນ​ຄ່າ​ເຖິງ 1 ພັນ 2 ​ຕື້​ໂດ​ລານັ້ນ ບໍ່​ມີ​ການ​ປ່ຽນ​ແປງ.

ທຳ​ນຽບ​ຂາວ​ທຳ​ນາຍ​ວ່າ ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ນີ້ ຈະ​ຊຸກ​ຍູ້​ໃຫ້ຍ້າຍ​ການ​ຜະ​ລິດ​ລົດ​ຍົນ​ຫຼາຍ​ຂຶ້ນ​ມາ​ຍັງ​ສະ​ຫະ​ລັດ ​ຈະເພີ້ມການ​ຜ​ະ​ລິດ​ອາ​ຫານ​ປະ​ຈຳ​ວັນ ສົ່ງ​ອອກ​ໄກ່ແລະ​ໄຂ່ ແລະ​ໂດຍ​ທົ່ວ​ໄປ​ແລ້ວ ມີ​ໂອ​ກາດ​ທີ່​ຈະ​ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ຂຶ້ນ 600,000 ໜ້າ​ວຽກ ແລະ​ສ້າງ​ລາຍ​ໄດ້​ເພີ້​ໝ​ຂຶ້ນ 235 ຕື້​ໂດ​ລາ​ເຂົ້າ​ໃນ​ເສດ​ຖະກິດ.

ກາ​ນາ​ດາ​ຍັງ​ບໍ່​ທັນ​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ຂໍ້​ຕົກ​ລົງ​ນີ້​ເທື່ອ. ຂັ້ນ​ຕອນ​ໃນ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍໆ​ເດືອນໂດຍທີ່ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັ​ສ​ຕິນ ທ​ຣູ​ໂດພວມ​ປະ​ເຊີນ​ໜ້າ​ເພື່ອ​ເຮັດ​ການ​ຕົກ​ລົງ​ກັບ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ຢູ່​ອັອ​ຕ​ຕາ​ວາ​ເພື່ອ​ຄ້ຳ​ປະ​ກັນ​ຕໍ່​ການ​ໃຫ້​ສັດ​ຕະ​ຍາ​ບັນ​ດັ່ງ​ກ່າວ.

ກາ​ນາ​ດາ​ໄດ້​ສົ່ງ​ຜູ້​ຮັກ​ສາ​ການ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຕົນ ທ່ານ​ເຄີ​ສ​ເຕັນ ຮິ​ລ​ແມນມາ​ຍັງ​ທຳ​ນຽບ​ຂາວ ເພື່ອເຂົ້າ​ຮ່ວມ​ໃນ​ພະ​ທີລົງ​ນາມ​ຢູ່​ທຳ​ນຽບ​ຂາວ. ຄະ​ນະຜູ້​ແທນ​ຂອງ​ເມັກ​ຊິ​ໂກແມ່ນ​ຮວມ​ທັງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ມາ​ແຊ​ລເອບ​ຣາດ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ກ​ຣາ​ຊຽນ​ລາ ມາ​ເກັ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG