ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້​ຫວັນ ​ເລືອກ​ຕັ້ງເອົາປະ​ທາ​ນາ​ທິ​ບໍ​ດີ ​ທີ່ມີ​ຄວາມ​ແຂງ​ຂັນ ໂດຍທີ່​ສັນ​ຍາ​ວ່າ ​ຈະ​ສືບ​ຕໍ່​ໂອ້​ລົມ​ກັບຈີນ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ ຕໍ່​ໄປ​ອີກ


ທ່ານ​ນາງ ຊາຍ ອິງ-ເຫວນ, ​ປະ​ທາ​ນາ​ທິ​ບໍ​ດີ ແລະຜູ້​ສະ​ໝັກ​ເລືອກ​ຕັ້ງ​ເປັນ ​ປະ​ທາ​ນາ​ທິ​ບໍ​ດີໄຕ້​ຫວັນ ໄປ​ປ່ອນ​ບັດລົງ​ຄະ​ແນນ​ສຽງ​ໃນເມືອງ​ໄທ​ເປ​ໃໝ່ ຢູ່ນະ​ຄອນຫ​ວງ​ໄທ​ ໃນ​ວັນ​ທີ 11 ມັງ​ກອນ, 2020.
ທ່ານ​ນາງ ຊາຍ ອິງ-ເຫວນ, ​ປະ​ທາ​ນາ​ທິ​ບໍ​ດີ ແລະຜູ້​ສະ​ໝັກ​ເລືອກ​ຕັ້ງ​ເປັນ ​ປະ​ທາ​ນາ​ທິ​ບໍ​ດີໄຕ້​ຫວັນ ໄປ​ປ່ອນ​ບັດລົງ​ຄະ​ແນນ​ສຽງ​ໃນເມືອງ​ໄທ​ເປ​ໃໝ່ ຢູ່ນະ​ຄອນຫ​ວງ​ໄທ​ ໃນ​ວັນ​ທີ 11 ມັງ​ກອນ, 2020.

ບັນ​ດາ​ຜູ້​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງຊາວ​ໄຕ້​ຫວັນ​ໄດ້​ເລືອກ​ຕັ້ງເອົາ ທ່ານ​ນາງ ຊາຍ ອິງ-ເຫວນ (Tsai Ing-wen) ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ນັ້ນ​ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປ​ອີກ ໃນ​ວັນ​ເສົາ​ວານນີ້ ໂດຍ​ໄດ້​ຮັບໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້ອຳ​ນາດ​ໃນ​ການ ທີ່ຈະສືບ​ຕໍ່​ປົກ​ປ້ອງບໍ່​ໃຫ້ຈີນ​ຊຶ່ງ​ເປັນ​ຄູ່​ປໍ​ລະ​ປັກ​ທາງ​ທະ​ຫານ ​ທີ່​ມີ​ມາ​ແຕ່​ດົນ​ນານນັ້ນ ​ບໍ່​ໃຫ້​ເຂົ້າ​ມາ ພາຍ​ຫລັງ​ທີ່​ມີ​ການ​ຂົ່ມ​ຂູ່​ທີ່​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ເປັນ​ເວ​ລາ​ນຶ່ງ​ປີ.

ແຕ່​ວ່າ ແນວ​ທາງ​ຕໍ່ຈີນ​ຂອງ​ນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍອາ​ຍຸ 63 ທີ່​ໄດ້​ຮັບ​ການ​ສຶກ​ສາ​ຈາກ​ສະ​ຫະ​ລັດ​ທ່ານນີ້ ໃນ 4 ປີ ຕໍ່​ໜ້ານີ້ ​ແມ່ນ​ແຕກ​ຕ່າງ​ອອກ​ໄປ​ຈາກ ແນວ​ທາງ​ຢູ່​ໃນ 4 ປີ​ທຳ​ອິດ​ຂອງ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ນາງ. ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ ​ຫລັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ໂດຍ​ໄດີ​ຮັບ​ຄະ​ແນນ​ສຽງ 57 ເປີ​ເຊັນແລ້ວ, ທ່ານ​ນາງ​ຊາຍ ກໍ​ໄດ້​ສະ​ເໜີວ່າ ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ ຈະ​ໂອ້​ລົມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ທີ່​ໂກດ​ແຄ້ນ​ໃນ​ປັກ​ກິ່ງ ຖ້​າ​ຫາກ​ພວກ​ເຂົາ​ເຈົ້າ ບໍ່​ປະ​ຕິ​ບັດ​ຕໍ່​ໄຕ້​ຫວັນ​ໃນ​ນາມທີ່​ເປັນ​ຄູ່​ຮ່ວມ​ງານ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ກັນ.

“ໃນ​ນາມ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້ຮັບ​ມື​ກັບ​ການ​ພົວ​ພັນ​ກັບ​ຈີນ ໂດຍ​ອີງ​ຕາມ​ຄວາມ​ຄິດ​ເຫັນ​ທີ່ມີ​ຄົນ​ນິ​ຍົມຫລາຍ ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດຂອງ​ຕົນ ເພື່ອ​ທັບ​ມ້າງສະ​ພາບ​ການ​ທີ່​ຍັງ​ບໍ່​ໄປ​ບໍ່​ມາ ແລະ​ປັບ​ປຸງ​ສາຍ​ພົວ​ພັນ ລະ​ຫວ່າງ​ສອງ​ປະ​ເທດ​ຂ້າມ​ຊ່ອງ​ແຄບ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ຊາຍ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່ນອກສຳ​ນັກ​ງານ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ ພາຍ​ຫລັງ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍກວ່າ 8 ລ້ານ​ສຽງ.

ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຢາກຂໍ​ຮ້ອງ​ໃຫ້​ບັນ​ດາຜູ້​ນຳ​ທັງ​ຫລາຍ​ໃນ​ປັກ​ກິ່ງ ຈົ່ງ​ໃຫ້​ການ​ເຄົາ​ລົບ ​ຕໍ່​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ ໄຕ້​ຫວັນ ແລະ​ເປັນ​ເອ​ກະ​ສັນ​ກັນ​ເພື່ອ​ສັນ​ຕິ​ພາບ ແລະ​ການ​ປະ​ຕິ​ບັດ​ແບບ​ສະ​ເໝີ​ພາບ.” "ຫລັງ​ຈາກນັ້ນ​ແລ້ວ ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດຈັດ​ໃຫ້​ມີ​ກົນ​ໄກແຫ່ງສື່​ສານ​ກັນ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ​ມີ​ຄວາມນິ້ມນວນທີ່​ສາ​ມາດ​ບັນ​ລຸ​ໄດ້​ຕາມ​ຄວາມປະ​ສົງ​ໃນ​ການ​ຢູ່​ດີ​ມີ​ສຸກ​ຂອງ​ປະ​ຊາ​ຊົນ."

ການ​ເຮັດ​ໃຫ້​ມີ​ການ​ພົບ​ປະ​ໂອ້​ລົມ​ກັນ​ຄືນ​ອີກ ຈະ​ເຮັດ​ໃຫ້ຈຸດ​ຟົດ​ເດືອດຈາກ ບາດ​ແຜ​ທາງ​ທະ​ຫານ​ທີ່ບົ່ມ​ຢູ່ນັ້ນ ຜ່ອນ​ຄາຍຄວາມ​ຮ້າຍ​ແຮງ​ລົງໄດ້. ຈີນ​ຮັກ​ສາ ຖາ​ນະ​ຂອງ​ຕົນ​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ທະ​ຫານ​ແຂງ​ແກ່ນອັນ​ດັບ​ທີ 3 ຂອງ​ໂລກ ແລະ​ບໍ່​ໄດ້​ລົດ​ລະ​ທີ່​ຈະ​ໃຊ້​ກຳ​ລັງໃນ​ທີ່​ສຸດ ຖ້​າ​ຫາກ​ຈຳ​ເປັນ​ ​ເພື່ອຈະ​ຢຶດ​ເອົາ ໄຕ້​ຫັວນ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG