ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດ ເທີ​ກີ ແລະ ກ​ຣີ​ສ ພົບ​ປະ​ກັນ ທ່າມ​ກາງ ຄວາມ​ເຄັ່ງ​ຕຶງ ທີ່​ສູງ​ຂຶ້ນ


ມີ​ການ​ແນມ​ເຫັນ​ເຮືອ​ຂອງ​ອິ​ສ​ຣາ​ແອ​ລ ​ໃກ້​ບໍ່​ແກັ​ສ​ທຳ​ມະ​ຊາດ ເລ​ເວຍ​ທານ ໃນ​ທະ​ເລ​ມີ​ດີ​ແຕ​ເຣ​ນຽນ ເມື່ອ​ວັນ​ທີ 18 ທັນ​ວາ 2019.
ມີ​ການ​ແນມ​ເຫັນ​ເຮືອ​ຂອງ​ອິ​ສ​ຣາ​ແອ​ລ ​ໃກ້​ບໍ່​ແກັ​ສ​ທຳ​ມະ​ຊາດ ເລ​ເວຍ​ທານ ໃນ​ທະ​ເລ​ມີ​ດີ​ແຕ​ເຣ​ນຽນ ເມື່ອ​ວັນ​ທີ 18 ທັນ​ວາ 2019.

ນັກ​ການ​ທູດ​ຂອງ​ເທີ​ກີ ແລະ​ກ​ຣີ​ສ ເລີ້ມ​ພົບ​ປະ​ກັນ​ຕາມ​ປົກ​ກະ​ຕິ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ິ້ມ​ທະ​ວີ​ຂຶ້ນກ່ຽວ​ກັບ​ການ​ຄວບ​ຄຸມ​ພາກຕາ​ເວັນ​ອອກ​ ຂອງ​ທະ​ເລ​ມີ​ດີ​ແຕ​ເຣ​ນຽນ ຊຶ່ງ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ຢູ່​ໃນ​ຂົງ​ເຂດ ຕໍ່​ອັນ​ທີ່​ອາດ​ຈະ​ເປັນ ແຫຼ່ງ​ສຳ​ຮອງ​ແກັ​ສ​ທຳ​ມະ​ຊາດ​ຂະໜາດ​ໃຫຍ່ນັ້ນ.

ການ​ພົບ​ປະ​ກັນ ​ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ ລະ​ຫວ່າງ​ນັກ​ການ​ທູດ​ເທີ​ກີ ແລະ​ກ​ຣີ​ສ ໃນ​ວັນ​ສຸກ ວານນີ້ ມີ​ຂຶ້ນ​ຫຼັງ​ຈາກ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ກ່ຽວ​ກັບ​ແຜ​ນ​ການ “ລິເລີ້ມ​ທາງ​ດ້ານ​ການ​ທູດ” ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ​ລະ​ຫວ່າງ​ສອງ​ປ​ະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້.

ເອ​ເທັນ​ແລະ​ອັງ​ກາ​ຣາ ຊຶ່ງເປັນ​ຄູ່​ແຂ່ງ​ທາງ​ປະ​ຫວັດ​ສາດ ​ມີ​ການ​ຂັດ​ແຍ້ງເລື້ອງດິນ​ແດນ​ມາ​ເປັນ​ເວ​ລາ​ດົນນານ​ແລ້ວກ່ຽວ​ກັບ​ທະ​ເລ Aegen ແລະ​ເກາະ​ໄຊ​ປ​ຣັ​ສທີ່​ມີ​ການ​ແບ່ງ​ແຍກ​ກັນ​ນັ້ນ.

ການ​ເປັນ​ປໍ​ລະ​ປັກ​ດັ່ງ​ກ່າວ ໄດ້​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ຍ້ອນ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ການ​ຄວບ​ຄຸມ​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ບ່ອນ​ທີ່ການ​ສຳ​ຫຼວດ ​ໃນ​ການ​ຊອກຫາ​ແຫຼ່ງໄຮໂດ​ຣ​ຄາ​ບອນ​ໄດ້​ເລີ້ມ​ຂຶ້ນ ຫລັງ​ຈາກ​ອິ​ສ​ຣາ​ແອ​ລ​ໄດ້​ຄົ້ນ​ພົບ​ບໍ່​ແກັ​ສ​ທຳ​ມະຊາດ​ຂະ​ໜາດ​ໃຫຍ່​ທີ່ ເລ​ເວຍ​ທານ.

ກ​ຣີ​ສ​ໄດ້​ສວຍ​ໃຊ້​ຄວາມ​ໂດດ​ດ່ຽວ​ໃນ​ພູ​ມີ​ພາກ​ຂອງ​ເທີ​ກີ ໂດຍ​ການ​ສ້າງ​ພັນ​ທະ​ມິດ​ກັບ​ອິ​ສ​ຣາ​ແອ​ລ ແລະ​ອີ​ຈິບ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ຊອກ​ຫາ​ຊ່ອງ​ທາງໃນ​ການ​ພັດ​ທະ​ນາ​ແລະ​ແຈກ​ຈ່າຍ​ແກັ​ສ​ທຳ​ມະ​ຊາດ. ທຸກໆ​ປະ​ເທດ​ແມ່ນ​ມີ​ຄວາມສຳ​ພັນ​ຊຸດ​ໂຊມ ຫຼື​ບໍ່​ມີ​ເລີຍ​ກັບ​ເທີ​ກີ.

ເທີ​ກີ​ໄດ້​ສ້າງ​ຄວາມ​ປະ​ຫຼາດ​ໃຈ​ໃຫ້​ແກ່​ຂົງ​ເຂດ ເມື່ອ​ເດືອນ​ພະ​ຈິກ​ປີ​ກາຍ ດ້ວຍ​ການ​ຫັນ​ໄປ​ຫາ​ລີ​ເບຍ. ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຣີ​ເຊັບ ຕາຍ​ຢິບ ເອີດ​ວານ ໄດ້​ລົງ​ນາມ​ໃນ​ຄວາມ​ໝັ້ນ​ໝາຍ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ​ຂໍ້​ຕົກ​ລົງ​ທີ່​ຈະ​ອຳ​ນວຍໃຫ້​ເທີ​ກີ​ເຂົ້າ​ຄວບ​ຄຸມ​ເຂດ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ ຂອງ​ທະ​ເລ​ມີ​ດີ​ແຕ​ເຣ​ນຽນ ກັບລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ​ທີ່​ມີ​ສູນ​ກາງ​ຕັ້ງ​ຢູ່​ຕ​ຣີ​ໂປ​ລີ. ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດແມ່ນ​ຢູ່​ພາຍ​ໃຕ້​ການ​ນຳ​ພ​າ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟາ​ເຢັດ ຊາ​ຣ​ຣາ​ຈ.

ພາຍ​ໃຕ້​ຂໍ້​ຕົກ​ລົງ​ນີ້ ອັງ​ກາ​ຣາ​ເປັນ​ຜູ້​ຄວບ​ຄຸມ​ທະ​ເລ​ດັ່ງ​ກ່າວ. ແຜນ​ການ​ສ້າງ​ທໍ່​ສົ່ງ​ນ້ຳ​ມັນ​ໄດ້​ມີ​ການ​ປະ​ກາດ​ໃນ​ເດືອນນີ້​ໂດຍກ​ຣີ​ສ ພ້ອມ​ກັບ ​ລັດ​ຖະ​ບານກ​ຣີ​ສ​ໄຊ​ປ​ຣັ​ສແລະ​ອິ​ສ​ຣາ​ແອ​ລ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG