ນາຍົກລັດຖະມົນຕີອັງໂກລາ ເມີໂຄລ (Angela Merkel) ຂອງເຢຍຣະມັນ ມີກຳນົດທີ່ຈະເດີນທາງໄປຍັງນະຄອນຫລວງມົສກູ ໃນວັນເສົາມື້ອື່ນນີ້ ເພື່ອພົບປະກັບປະທານາທິບໍດີວລາດິເມຍ ປູຕິນຂອງຣັດເຊຍ. ການພົບປະກັນດັ່ງກ່າວ ເບິ່ງຄືວ່າ ຈະເພັ່ງເລັງໃສ່ວິກິດການອີຣ່ານໂດຍທີ່ທັງເຢຍຣະມັນ ແລະຣັດເຊຍຕ່າງກໍໄດ້ຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລົງ ພາຍຫລັງທີ່ສະຫະລັດໄດ້ສັງຫານນາຍພົນກາສເຊັມ ໂຊເລມານີ ຂອງອີຣ່ານ ແລະການໂຈມຕີທາງອາກາດເພື່ອແກ້ແຄ້ນຄືນຂອງເຕຫະຣ່ານ ຕໍ່ຄ້າຍທະຫານຂອງປະເທດຕາເວັນຕົກຢູ່ໃນອີຣັກ.
ຄວາມຂັດແຍ້ງໃນຢູເຄຣນ ກໍນອນຢູ່ໃນຫົວຂໍ້ຂອງການພົບປະດັ່ງກ່າວເຊັ່ນກັນ ຄຽງຄູ່ໄປກັບເລື້ອງທໍ່ອາຍແກັສ ນອດ ສະທຣີມ (Nord Stream) 2 ໃນອະນາຄົດ ທີ່ຈະເນັ່ງຈາກຣັດເຊຍ ໄປຫາເຢຍຣະມັນ ທ່າມກາງການຄັດຄ້ານຢ່າງແຮງຈາກສະຫະລັດ.
ທ່ານປູຕິນ ຈະໃຫ້ການຮັບຕ້ອນ ທ່ານນາງເມີໂຄລ (Merkel) ໃນເວລາບໍ່ດົນ ພໍເທົ່າໃດ ຫລັງຈາກທ່ານກັບຄືນຈາກການເດີນທາງໄປຢ້ຽມຢາມເຂດຕາເວັນອອກກາງໃນອາທິດນີ້. ທ່ານປະທານາທິບໍດີຣັດເຊຍ ໄດ້ເດີນທາງໄປຍັງນະຄອນດາມັສກັສຂອງຊີເຣຍ ໃນວັນອັງຄານຜ່ານມາ ຊຶ່ງທ່ານບໍ່ຄ່ອຍໄດ້ໄປທີ່ນັ້ນເລື້ອຍປານໃດ ຊຶ່ງການຢ້ຽມຢາມໃນຄັ້ງນີ້ ເປັນພຽງຄັ້ງທີ 2 ເທົ່ານັ້ນ ນັບຕັ້ງແຕ່ຣັດເຊຍໄດ້ເຂົ້າໄປແຊກແຊງປະເທດດັ່ງກ່າວໃນປີ 2015 ເພື່ອຊ່ວຍປະທານາທິບໍດີບາຊາ ອາລ-ອາຊາດ (Bashar al-Assad) ໃນສົງຄາມກາງເມືອງຂອງຊີເຣຍເປັນຕົ້ນມາ. ອີຣ່ານ ແລະກຸ່ມຜູ້ຕາງໜ້າຂອງປະເທດນັ້ນ ຍັງໄດ້ໃຫ້ການສະໜັບສະໜຸນຢ່າງຫລວງຫລາຍ ແກ່ກຳລັງທະຫານຂອງທ່ານອາຊາດ.
ໂດຍທີ່ມີການພົວພັນກັບບັນຫາຢູ່ໃນເຂດຕາເວັນອອກກາງນັບມື້ ນັບຫລາຍຂຶ້ນ ຣັດເຊຍ ກຳລັງພະຍາຍາມທີ່ຈະເຮັດໃຫ້ຂໍ້ຂັດແຍ້ງໃໝ່ຢູ່ໃນອີຣ່ານເພີກອອກໄປ, ອີງຕາມຄຳເວົ້າຂອງນັກວິເຄາະເຫດການແອນດຣີວ ຟອກຊອລ (Andrew Foxall) ຈາກສະມາຄົມເຮັນຣີ ແຈັກສັນ (Henry Jackson) ທີ່ເປັນກຸ່ມວິເຄາະເຫດການ.
ທ່ານ ຟອກຊອລ (Foxall) ກ່າວວ່າ "ອີຣ່ານໄດ້ສະເໜີໂອກາດໃຫ້ແກ່ປະທານາທິບໍດີປູຕິນ ໃຫ້ໄປປາກົດຕົວ ໃນນາມເປັນຜູ້ສ້າງສັນຕິພາບ ແທນທີ່ຈະເປັນ ຜູ້ທຳລາຍສັນຕິພາບ." ທ່ານກ່າວຕໍ່ໄປວ່າ "ແລະເມື່ອເປັນເຊັ່ນນັ້ນຄວາມສົນໃຈຂອງທ່ານ ແມ່ນສອດຄ່ອງຢ່າງແໜ້ນແກ່ນ ກັບຄວາມສົນໃຈຂອງນາຍົກລັດຖະມົນຕີເມີໂຄລ ໃນຂະນະທີ່ທັງສອງຄົນພວກເພິ່ນຕ່າງກໍມີຄວາມເຊື່ອຕໍ່ຂໍ້ຕົກລົງ JCPOA (ຊຶ່ງເປັນຂໍ້ຕົກລົງກ່ຽວກັບນິວເຄລຍຂອງອີຣ່ານ ໃນປີ 2015); ທັງສອງທ່ານເຊື່ອວ່າ ການສົນທະນາຫາລື ແລະຍົກເຫດຍົກຜົນມາໃສ່ກັນເປັນສິ່ງທີ່ໄດ້ຮັບຄວາມນິຍົມກັນຫລາຍກວ່າການຂັດແຍ້ງ ແລະປະຊັນກັນ ທີ່ກຳລັງເກີດຂຶ້ນຢູ່ໃນເວລານີ້ ລະຫວ່າງເຕຫະຣ່ານ ກັບວໍຊິງຕັນ."
ຢູໂຣບກັບຣັດເຊຍ ກໍາລັງພະຍາຍາມຮັກສາຂໍ້ຕົກລົງ JCPOA ໃຫ້ຍັງໃຊ້ການໄດ້. ປະທານາທິບໍດີດໍໂນລ ທຣຳຂອງສະຫະລັດ ໄດ້ຖອນຕົວອອກຈາກ ຂໍ້ຕົກລົງ ດັ່ງກ່າວໃນປີ 2018 ແລະເວົ້າວ່າຂໍ້ຕົກລົງນັ້ນແມ່ນໄດ້ຖືກລົບລ້າງໄປຢ່າງ ເປັນທາງການແລ້ວ.