ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີໃຕ້ ຮຽກ​ຮ້ອງ​ໃຫ້​ມີ ​ການ​ເຈ​ລະ​ຈາ​ກັນ​ໃໝ່ ລະ​ຫວ່າງ ສະ​ຫະລັດ ກັບ​ເກົາ​ຫຼີ​ເໜືອ


ພາບ​ຖ່າຍ​ຂອງ​ທ່ານ​ກິມ ຈົງ ອຶນ ທີ່​ປະ​ກົດ​ວ່າ ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 5 ຂອງ​ພັກ ​ໃນ​ລະ​ຫວ່າງ ວັນ​ທີ 28 ຫາ 31 ທັນ​ວາ, 2019 ທີ່​ຖືກນຳ​ມາ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູ​ນ​ກາງ​ຂອງ​ທາງ​ການ​ເຫລົາ​ຫລີ ຫລື KCNA ໃນ​ວັນທີ 1 ມັງ​ກອນ, 2020
ພາບ​ຖ່າຍ​ຂອງ​ທ່ານ​ກິມ ຈົງ ອຶນ ທີ່​ປະ​ກົດ​ວ່າ ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 5 ຂອງ​ພັກ ​ໃນ​ລະ​ຫວ່າງ ວັນ​ທີ 28 ຫາ 31 ທັນ​ວາ, 2019 ທີ່​ຖືກນຳ​ມາ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູ​ນ​ກາງ​ຂອງ​ທາງ​ການ​ເຫລົາ​ຫລີ ຫລື KCNA ໃນ​ວັນທີ 1 ມັງ​ກອນ, 2020

ປະ​ທາ​ນາ​ທິ​ບໍ​ດີເກົາ​ຫຼີໃຕ້ ທ່ານ ມູນ ​ແຈ-ອິນ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ "ມີ​ຄວາມ​ຕ້ອງ​ການ​" ໃຫ້​ມີ​ວິ​ທີ​ການ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ “ຢ່າງ​ຫລວງ​ຫລາຍ​ທີ່​ສຸດ” ເພື່ອ​ປັບ​ປຸງ​ສາຍ​ສຳ​ພັນ​ກັບ​ເກົາ​ຫຼີ​ເໜືອ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ນັ້ນ ທ່ານ ມູນ ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ເຈ​ລະ​ຈາ​ກັນ​ໃໝ່ ກັບທ່ານ​ກິມ ຈົງ ອຶນ ແລະ​ໄດ້​ໃຫ້​ສັນ​ຍາ​ວ່າ ຈະ​ດຳ​ເນີນ​ການ​ຕໍ່​ເພື່ອ​ຊ່ວຍ​ອຳ​ນວຍ​ຄວາມ​ສະ​ດວກແກ່​ການ​ສື່​ສານ​ກັນ​ລະ​ຫວ່າງ ສະ​ຫະ​ລັດ​ກັບ​ເກົາ​ຫຼີ​ເໜືອ.

ທ່ານ​ມູນ​ກ່າວ​ວ່າ "ລັດ​ຖະ​ບານເກົາ​ຫຼີໃຕ້ ຈະ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທຸກ​ຢ່າງ​ເທົ່າທີ່​ຈະສາ​ມາດເຮັດໄດ້ ເພື່ອ​ຊຸກ​ຍູ້​ໃຫ້​ມີ​ການ​ເຈ​ລະ​ຈາ​ກັນ ​ລະ​ຫວ່າງ​ສະ​ຫະ​ລັດ​ກັບເກົາ​ຫຼີ​ເໜືອ. ແຕ່​ວ່າ ພວກ​ເຮົາ​ກໍ​ຕົກ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ວ່າ ພວກ​ເຮົາ​ແມ່ນ​ກະ​ທັ້ງ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ສະ​ພາບທົດ​ຖອຍ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງເກົາ​ຫລີ​ເອງ, ພວກ​ເຮົາ​ກັບກາຍ​ມາ​ຢູ່​ໃນ​ສະ​ພາບ​ທີ່​ຕ້ອງ​ໄດ້​ດີ້ນ​ຮົນ​ຢ່າ​ງ​ໃຫຍ່​ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ທີ່ສົມ​ເຫດ​ສົມ​ຜົນ ໃນ​ການ​ເຮັດ​ໃຫ້​ການ​ຮ່ວມ​ມືກັນ​ລະ​ຫວ່າງ​ປະ​ເທດເກົາ​ຫລີ ​ມີ​ຄວາມ​ກ້າວ​ໜ້າ​ຂຶ້ນໄປ ​ພ້ອມໆກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃຫ້​ມີ​ການ​ເຈ​ລະ​ຈາທີ່​ປະ​ສົບ​ຜົນ​ສຳ​ເລັດ ລະ​ຫວ່າງສະ​ຫະ​ລັດ​ກັບ​ເກົາ​ຫຼີ​ເໜືອ.

ທ່ານ​ມູນ ຍັງ​ໄດ້​ກ່າວ​ອີກວ່າ ສາຍ​ພົວ​ພັນ​ລະ​ຫວ່າງຍີ່​ປຸ່ນ​ກັບເກົາ​ຫຼີໃຕ້ສາ​ມາດ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫ້ດີ​ໄວ​ຂຶ້ນກວ່ານີ້​ໄດ້ ຖ້​າ​ຫາກ​ຍີ່​ປຸ່ນ​ຖອນຂໍ້​ຈຳ​ກັດຕໍ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຕົນ.

ຍີ່​ປຸ່ນ​ໄດ້​ເພີ້ມ​ຂໍ້​ຈຳ​ກັດຂຶ້ນ ​ຕໍ່​ການ​ສົ່ງ​ວັດ​ຖຸເທັກ​ໂນ​ໂລ​ຈີ​ສູງ ​ໄປ​ຍັງເກົາ​ຫຼີໃຕ້ ນັບ​ແຕ່​ປີ​ກາຍນີ້​ເປັນ​ຕົ້ນ​ມາ ທີ່​ເຊື່ອມ​ໂຍງ​ໃສ່ກັບ​ຂໍ້​ຂັດ​ແຍ້ງ​ກ່ຽວ​ກັບ​ການ​ຊົດ​ເຊີຍ​ໃຫ້ ແກ່ການບີບ​ບັງ​ຄັບ​ ໃນ​ສະ​ໄໝ​ສົງ​ຄາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງລຸ່ມນີ້

South's President Moon Jae-in said on Tuesday, there is a "desperate need" for practical ways to improve ties with North Korea.

During his annual New Year's spech, Moon called for new talks with Kim Jong Un, and vowed to keep up work to facilitate U.S.-North Korea communication.

"(The) South Korean government will make all the efforts it can make to prompt talks between the US and North Korea. However, we are at the moment in which we are even concerned about the inter-Korean relations retreating, we have become even more desperate to seek realistic ways to advance inter-Korean cooperation along with making efforts for the success of US-North Korea talks."

Moon also said that the relationship between Japan and South Korea could develop faster if Japan withdraws its export curbs.

Japan has tightened restrictions on the export of the high-tech materials to South Korea since last year in connection with a dispute over compensation for forced wartime

XS
SM
MD
LG