ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ຈູ​ລຽນ ຄາ​ສ​ໂຕ​ຣ ປະ​ກາດຖອນ​ໂຕ ຈາກ​ການ​ສະ​ໝັກແຂ່ງ​ຂັນ ​ປະ​ທາ​ນາ​ທິ​ບໍ​ດີ ​ປີ 2020


ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ອະ​ດີດ​ລັດ​ຖະ​ມົນ​ຕີ​ເຄ​ຫະ​ສະ​ຖານ ແລະ​ພັດ​ທະ​ນາ​ເຂດ​ເທ​ສະ​ບານ ທ່ານ​ຈູ​ລຽນ ຄາ​ສ​ໂຕ​ຣ ກ່າວ​ຄຳ​ປາ​ໄສ ທີ່​ເມືອງ​ເດມອຍ ລັດ​ໄອ​ໂອ​ວາ ເມື່ອ​ວັນ​ທີ 1 ພະ​ຈິກ 2019.
ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ອະ​ດີດ​ລັດ​ຖະ​ມົນ​ຕີ​ເຄ​ຫະ​ສະ​ຖານ ແລະ​ພັດ​ທະ​ນາ​ເຂດ​ເທ​ສະ​ບານ ທ່ານ​ຈູ​ລຽນ ຄາ​ສ​ໂຕ​ຣ ກ່າວ​ຄຳ​ປາ​ໄສ ທີ່​ເມືອງ​ເດມອຍ ລັດ​ໄອ​ໂອ​ວາ ເມື່ອ​ວັນ​ທີ 1 ພະ​ຈິກ 2019.

ຜູ້​ມີ​ສິດ​ປ່ອນ​ບັດ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ມີ​ທາງ​ເລືອກຫລຸດ​ລົງຕື່ມ​ອີກ​ຄົນ​ນຶ່ງ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.

ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຄ​ຫະ​ສະ​ຖານ ​ໃນ​ສະ​ໄໝ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ທ່ານ​ຈູ​ລຽນ ຄາສ​ໂຕ​ຣ ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ຈະ​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັ​ນ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020.

ທ່ານ​ຄາ​ສ​ໂຕ​ຣ ຊຶ່ງ​ເປັນ​ຜູ້​ສະ​ໝັກ​ເຊື້ອ​ສາຍ​ລາ​ຕີ​ໂນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ໄດ້​ຮັບ​ຄະ​ແນນ​ໃນ​ການຢັ່ງ​ຫາງ​ສຽງ​ແຕ່​ພຽງ 1 ເປີ​ເຊັນ ແລະ​ບໍ່​ມີ​ສິດ​ເຂົ້າ​ຮ່ວມ​ການ​ໂຕ້ວາ​ທີ​ເມື່ອ​ໄວໆ​ມານີ້. ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ບໍ່​ເຄີຍ​ໄດ້​ຮັບ​ຄະ​ແນນ​ທີ່​ເປັນ​ລ້ຳ​ເປັນ​ສັນ​ຢ່າງ​ສຳ​ຄັນໆ ແຕ່​ທ່ານ​ຄາ​ສ​ໂຕ​ຣ​ກໍ​ບໍ່​ໄດ້​ສະ​ແດງ​ຄວາມ​ເສຍ​ອົກ​ເສຍ​ໃຈ​ແຕ່​ຢ່າງ​ໃດ​ເລີຍ ໃນ​ການ​ກ່າວ​ຖະ​ແຫຼງ​ຕໍ່​ພວກ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານ.

ທ່ານ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ພວກ​ເຮົາ​ໄດ້​ດຳ​ເນີນ​ຮ່ວມ​ກັນ. ພວກ​ເຮົາ​ໄດ້​ຫຼໍ່​ຫຼອມ​ການ​ໂອ້​ລົມ​ສົນ​ທະ​ນາກ່ຽວ​ກັບ​ບັນ​ຫາທີ່​ສຳ​ຄັນໆ​ຫຼາຍໆ​ຢ່າງ​ໃນ​ການ​ແຂ່ງ​ຂັນ​ນີ້ ໄດ້​ລຸກ​ຂຶ້ນ​ຕາງ​ໜ້າ​ໃຫ້​ແກ່​ພວກ​ຄົນ​ທີ່ມີ​ຄວາມ​ອ່ອນ​ໄຫວ​ທີ່​ສຸດ ແລະ​ໄດ້​ເປັນ​ປາກ​ເປັນ​ສຽງ​ໃຫ້​ແກ່​ພວກ​ທີ່​ຖືກ​ຫຼົງ​ລືມ.”

ໃນ​ຂະ​ນະ​ທີ່​ທ່ານ​ຄາ​ສ​ໂຕ​ຣ​ບໍ່​ໄດ້​ຮັບ​ເງິນ​ພຽງ​ພໍ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ​ນຶ່ງ​ໃນ​ບັນດາ​ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ເບີ​ນີ ແຊນ​ເດີ ແມ່ນ​ບຸກ​ຄົນ ​ທີ່​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜຸນ​ຫຼາຍ​ທີ່​ສຸດ ໃນ​ໄລ​ຍະ​ສາມ​ເດືອນ​ສຸດທ້າຍ​ຂອງ​ປີ 2019.

ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜຸນ 34 ລ້ານ 5 ແສນ​ໂດ​ລາໃນ​ຂະ​ນະ​ທີ່​ຄະ​ນະ​ໂຄ​ສະ​ນາຫາ​ສຽງ​ ຂອງ​ທ່ານ​ນາງ​ເອ​ລີ​ຊາ​ເບັດ ວໍ​ເຣັນ ໄດ້​ຮັບ 24 ລ້ານ 6 ແສນ​ໂດ​ລາ ໃນ​ການ​ບໍ​ລິ​ຈາກ ແລະ​ຕິດ​ຕາມ​ດ້ວຍ​ທ່ານ​ໂຈ ໄບ​ເດັນ ທີ່​ໄດ້​ຮັບ​ເງິນ​ທັງ​ໝົດ 22 ລ້ານ 7 ແສນ​ໂດ​ລາ.

ຈຳ​ນວນ​ເງິນ​ເຫຼົ່າ​ນີ້​ແມ່ນ​ຍັງ​ໜ້ອຍ​ຢູ່ ຖ້າ​ສົມ​ທຽບ​ໃສ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ກ່າວ​ວ່າ ຕົນ​ໄດ້​ຮັບ​ເງິນ​ທັງໝົດ 46 ລ້ານ​ໂດ​ລາ ແຕ່​ເດືອນ​ຕຸ​ລາຫາ​ເດືອນ​ທັນ​ວາ​ຜ່ານ​ມານີ້ ເຖິງ​ແມ່ນ​ໄດ້ ​ມີການ​ຟ້ອງ​ຮ້ອງ​ທ່ານ ແລະ​ການ​ທີ່​ທ່ານ​ໄດ້​ຮັບ​ຄະ​ແນນ​ນິ​ຍົມ​ຕ່ຳກໍ​ຕາມ.

ທ່ານ​ແບ​ຣດ ພາ​ສ​ເກ​ລ ຜູ້​ຈັດ​ການ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ກ່າວ​ວ່າ “ພັກ​ເດ​ໂມ​ແຄ​ຣັດ​ ແລະ​ສື່ມວນ​ຊົນແມ່ນ​ພາ​ກັນ​ເວົ້າ​ເຖິງ​ການ​ຟ້ອງ​ຮ້ອງ​ທີ່​ຫຼອກ​ລວງ... ການ​ຫຼິ້ນ​ໝາ​ກ​ລຸກ​ສົງ​ຄາມ​ ແລະ​ການ​ປຸກ​ລະ​ດົມ​ຂັ້ນ​ຮາກ​ຫຍ້າ ໄດ້​ເຮັດ​ໃຫ້​ການໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ​ຂອງ​ທ່ານເປັນ​ກຳ​ລັງ​ແຮງ​ທີ່​ບໍ່​ສາມາດ​ຕ້ານ​ຢັນໄດ້.”

ທ່ານ​ແຊນ​ເດີ​ກ່າວ​ວ່າ ຜູ້​ບໍ​ລິ​ຈາກ​ເງິນ​ເກືອບ​ທັງ​ໝົດ​ໃຫ້​ແກ່​ທ່ານ ແມ່ນ​ຕ່ຳ​ກວ່າ ການ​ຈຳ​ກັດ​ຂອງ​ລັດ​ຖະ​ບານ​ກາງໂດຍ​ທຳ​ນາຍ​ວ່າ ທ່ານ​ຈະ​ຊອກ​ຫາ​ເງິນ​ມາ​ໄດ້ຫຼາຍ​ກວ່າ 1 ຕື້​ໂດ​ລາ​ຈາກຜູ້ບໍ​ລິ​ຈາກ​ສ່ວນ​ບຸກ​ຄົນ 500 ລ້ານຄົນ ​ໂດຍ​ສົ່ງ​ເງິນຜູ້​ລະ​ເລັກ​ລະ​ນ້ອຍ​ມາ​ໃຫ້​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG