ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮ​ລີ​ຄອບ​ເຕີ້ ສາດ​ນ້ຳ​ລົງ​ໃສ່ ເພື່ອຊ່ວຍ ມອດ​ໄຟ ທີ່​ໄໝ້​ເຮືອນ 120 ຫຼັງ ຢູ່​ຊີ​ເລ


ປະ​ຊາ​ຊົນ​ພາ​ກັນ​ສາດ​ນ້ຳ​ເຂົ້າ​ເຮືອນ​ຊານ​ເຂົາ​ເຈົ້າ ຫຼັງ​ຈາກ​ໄຟ​ປ່າ​ໄດ້​ໄໝ້​ເຮືອນ​ຮ້ອຍກວ່າ​ຫຼັງ ​ໃນ​ເຂດ​ຊານ​ເມືອງວາ​ລ​ປາ​ໄຣ​ໂຊ ເມື່ອ​ວັນ​ທີ 25 ​ທັນ​ວາ 2019.
ປະ​ຊາ​ຊົນ​ພາ​ກັນ​ສາດ​ນ້ຳ​ເຂົ້າ​ເຮືອນ​ຊານ​ເຂົາ​ເຈົ້າ ຫຼັງ​ຈາກ​ໄຟ​ປ່າ​ໄດ້​ໄໝ້​ເຮືອນ​ຮ້ອຍກວ່າ​ຫຼັງ ​ໃນ​ເຂດ​ຊານ​ເມືອງວາ​ລ​ປາ​ໄຣ​ໂຊ ເມື່ອ​ວັນ​ທີ 25 ​ທັນ​ວາ 2019.

ຊາວ​ຊີ​ເລ​ຈຳ​ນວນ​ນຶ່ງ​ບໍ່​ມີ​ບ່ອນ​ພັກ​ພາອ​າ​ໄສໃນ​ວັນ​ບຸນ​ຄ​ຣິ​ສ​ມັ​ສ ຫຼັງ​ຈາກ​ໄຟ​ໄດ້​ລຸກ​ໄໝ້​ຄຸ້ມ​ຄົນ​ທຸກ ໃນ​ເມືອງ​ວາ​ລ​ປາ​ໄຣ​ໂຊ (Valparaiso) ຊຶ່ງ​ໄດ້​ເຜົາ​ຜານ​ເຮືອນ​ຊານ​ຫຼາຍກວ່າ 150 ຫຼັງ.

ເຮືອ​ບິນ​ເຮ​ຣີ​ຄອບ​ເຕີ້​ໄດ້​ສາດ​ນ້ຳ​ລົງ​ມາ​ໃສ່​ຄຸ້ມ Rocuant ແລະ San Roque ເພື່ອ​ພະ​ຍາ​ຍາມມອດ​ໄຟ​ທີ່​ເລີ້ມ​ລຸກ​ໄໝ້​ໃນ​ແລງ​ຄ່ຳ​ຄືນ​ກ່ອນ​ວັນ​ບຸນ​ຄ​ຣິ​ສ​ມັ​ສ.

ເຈົ້າ​ໜ້າ​ທີ່​ກ່າ​ວວ່າ ອາດ​ເປັນ​ການ​ກະ​ທຳ​ຂອງ​ພວກວາງ​ເພີງ​ກໍ​ໄດ້. ທ່ານ​ເອ​ຊີ​ໂອ ປາ​ສ​ຊາ​ດໍ​ເຣ ຫົວ​ໜ້າ​ຄຸ້ມ​ຄອງ​ເຫດ​ການ​ສຸກ​ເສີນ​ໃນ​ເມື​ອງວາ​ລ​ປາ​ໄຣ​ໂຊ ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ແນ​ເທື່ອ ແຕ່​ທຸກ​ຢ່າງ​ສະ​ແດງ​ໃຫ້​ເຫັນ​ວ່າ ໄຟ​ໄໝ້​ໃນ​ມື້​ວານນີ້​ສະແດງ​ໃຫ້​ເຫັນ​ວ່າ ເປັນ​ການ​ຕັ້ງ​ໃຈ ແລະ​ເລີ້ມ​ໄໝ້ ​ຢູ່​ໃກ້ໆ​ກັບ​ບໍ​ລິ​ເວນ ​ທີ່​ມີ​ເຮືອນ​ຊານ.”

ໃນ​ຂະ​ນະ​ທີ່​ບໍ່​ມີ​ການ​ງານ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ໃນ​ເຫດ​ໄຟ​ໄໝ້​ດັ່ງ​ກ່າວ ແຕ່​ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ປະ​ຊາ​ຊົນ​ສ່ວນ​ໃຫຍ່​ສູນ​ເສຍ​ທຸກ​ຢ່າງ​ທີ່​ເຂົ​າ​ເຈົ້າມີ ຮວມ​ທັງ​ພວກ​ສັດ​ລ້ຽງ ທີ່​ພວກ​ເຂົ​າ​ເຈົາ​ຕ້ອງ​ໄດ້​ຫລົບ​ໜີ​ໃນ​ຂະ​ນະ​ທີ່​ພວມ​ມີການ​ສະ​ຫຼອງ​ໃນ​ຄ່ຳ​ຄືນ​ກ່ອນ​ວັນ​ບຸນ​ຄ​ຣິ​ສ​ມັ​ສ.”

ເມືອງວາ​ລ​ປາ​ໄຣ​ໂຊ ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ ຍ້ອນ​ເຮືອນ​ຊານ​ທີ່​ເຮັດ​ດ້ວຍ​ໄມ້​ແລະ​ມີ​ສີ​ສັນ ຊຶ່ງ​ເປັນ​ທີ່​ນິ​ຍົມ​ໃນ​ໝູ່​ພວກ​ນັກ​ທ່ອງ​ທ່ຽວຢູ່​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໃຕ້​ແຫ່ງນີ້.

Helicopters on Wednesday dropped water on the outskirts of the Chilean port city of Valparaiso to extinguish a fire that destroyed more than 120 homes.

Dozens of people living in the city's Rocuant and San Roque hills sifted through the ruins of their homes after the fire, fanned by strong winds, swept through their neighborhoods on Tuesday. Residents had been evacuated and there were no reports of casualties.

Authorities believe arson caused the fire.

“We're not certain, but everything indicates that yesterday's fire was intentional, and began in an area quite close to the homes,” said Ezio Passadore, emergency manager for Valparaiso.

Many homes in the low-income neighborhoods where the fire occurred don't have running water and get their supply from tankers a couple of times a week.

Wildfires have affected parts of Valparaiso several times in the last month as Chile contends with its worst drought on record.

XS
SM
MD
LG