ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ໄຕ້​ຝຸ່ນ​ພັງ​ພອນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 13 ຄົນ ໃນ​ເຂດ​ພາກ​ກາງ​ຟີ​ລິບ​ປິນ


ນີ້​ແມ່ນ​ຮູບ ​ບໍ່​ໄດ້​ລະ​ບຸວັນ​ເວ​ລາ ​ທີ່​ແຈກ​ຢາຍ​ໂດຍ​ທ່ານ​ຈຸງ ບຸງ ຈຸນ ເ​ມື່ອ​ວັນ​ທີ 26 ທັນ​ວາ 2019 ກ່ຽວ​ກັບ​ ຄວາມ​ເສຍ​ຫາຍ​ຈາກ​ໄຕ້​ຝຸ່ນ​ພັງ​ພອນ ຢູ່ນອກ​ສະ​ໜາມ​ບິນ​ສາ​ກົນ Kalibo ເມືອງ​ເອກ​ຂອງ​ແຂວງ​​ອັກ​ລານ.
ນີ້​ແມ່ນ​ຮູບ ​ບໍ່​ໄດ້​ລະ​ບຸວັນ​ເວ​ລາ ​ທີ່​ແຈກ​ຢາຍ​ໂດຍ​ທ່ານ​ຈຸງ ບຸງ ຈຸນ ເ​ມື່ອ​ວັນ​ທີ 26 ທັນ​ວາ 2019 ກ່ຽວ​ກັບ​ ຄວາມ​ເສຍ​ຫາຍ​ຈາກ​ໄຕ້​ຝຸ່ນ​ພັງ​ພອນ ຢູ່ນອກ​ສະ​ໜາມ​ບິນ​ສາ​ກົນ Kalibo ເມືອງ​ເອກ​ຂອງ​ແຂວງ​​ອັກ​ລານ.

ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ໄພ​ພິ​ບັດ ​ຂອງ​ຟີ​ລິບ​ປິນ ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ລົມພາ​ຍຸ​ໄຕ້​ຝຸ່ນ​ທີ່​ພັດ​ເຂົ້າ​ຖະ​ຫຼົ່ມ​ເຂດ​ພາກ​ກາງ​ຂອງ​ປະ​ເທດ​ໃນ​ວັນ​ບຸນ​ຄ​ຣິ​ສ​ມັ​ສນັ້ນ ເຮັດ​ໃຫ້​ມີ​ຜູ້ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ 13 ຄົນ.

​ໄຕ້​ຝຸ່ນ​ພັງ​ພອນໄດ້​ນຳ​ເອົາ​ລົມ​ທີ່​ມີຄວາມ​ແຮງ​ສູງເຖິງ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງພັດ​ເຂົ້າ​ຖະ​ຫຼົ່ມ ແລະ​ພາ​ໃຫ້​ມີ​ຝົນ​ຕົກ​ໜັກ​ເປັນ​ເວ​ລາ 2 ມື້ ໃນ​ຂະ​ນະ​ທີ່​ລົມ​ພາ​ຍຸດັ່ງ​ກ່າວ ພັດ​ຜ່ານ​ປະ​ເທດ​ຟີ​ລິບ​ປິນ.

ມີ​ການ​ຍົກ​ຍ້າຍ​ປ​ະ​ຊາ​ຊົນ​ອອກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ​ຫຼາຍສິບ​ພັນ​ຄົນ ຊຶ່ງ​ຈຳ​ນວນ​ນຶ່ງ​ໄດ້​ພາ​ກັນ​ໄປ​ອາ​ໄສ​ຢູ່​ທີ່​ສູນ​ຫຼົບ​ໄພ​ຊົ່ວ​ຄາວ​ຢູ່​ຕາມ​ໂຮງຮຽນ ສູນ​ຫັດ​ກາ​ຍະ​ບໍ​ລິ​ຫ​ານ ແລະ​ໂຮງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ.

ມີ​ຫລາຍກວ່າ 20,000 ຄົນ ​ໄດ້​ພາ​ກັນ​ຕົກ​ຄ້າງ​ຢູ່​ຕາມ​ທ່າ​ເຮືອແລະ​ສະ​ໜາມ​ບິນ ຕ່າງໆ​ ໃນ​ວັນ​ພຸດ​ວານນີ້ ຫຼັງ​ຈາກ​ການ​ບໍ​ລິ​ການ​ຂອງ​ເຮືອ​ຂ້າມ​ຟາກ ​ໄດ້​ອັດ​ລົງ ແລະຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ ໄດ້​ຍົກ​ເລີກຢູ່​ໃນ​ປະ​ເທດ​ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ນັບຖື​ສາ​ສະ​ໜາ​ກາ​ໂຕ​ລິກ.

ໄຕ້​ຝຸ່ນ​ແລະ​ລົມ​ພາ​ຍຸ​ເຂດ​ຮ້ອນ ​ພັດ​ເຂົ້າ​ຖະ​ຫຼົ່ມ​ປະ​ເທດ​ຟີ​ລິບ​ປິນ​ເປັນ​ປະ​ຈຳ ແຕ່​ຕາມ​ປົກ​ກະ​ຕິ​ແລ້ວລະ​ດູ​ຂອງ​ລົມ​ພາ​ຍຸ​ຄ່ອຍໆ​ໝົດ​ລົງ​ໃນ​ເດືອນ​ພະ​ຈິກ. ລົມ​ພາ​ຍຸທີ່​ຮ້າຍ​ແຮງ​ສຸດ​ທີ່​ພັດ​ເຂົ້າ​ຖະ​ຫຼົ່ມ​ຟີ​ລິບ​ປິນ ແມ່ນ​ໄຕ້​ຝຸ່ນ​ຮາຍ​ຢານ ທີ່​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີ​ວິດ​ຫຼາຍກວ່າ 6,000 ຄົນ ໃນ​ເດືອນ​ພະ​ຈິກ​ປີ 2013.

ລົມ​ພາ​ຍຸ​ທີ່​ຮ້າຍ​ແຮງ​ສຸດ​ທີ່​ພັດ​ເຂົ້າ​ຖະ​ຫຼົ່ມ​ປະ​ເທດ​ດັ່ງ​ກ່າວ​ໃນ​ປີ 2018 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 81 ຄົນ ໃນ​ເຂດ​ພູ​ຜາ​ທາງ​ກ້ຳ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ມະ​ນີ​ລາ​ເມື່ອ​ເດືອນ​ກັນ​ຍາ​ປີ​ກາຍ. ລົມ​ພາ​ຍຸ​ຫົວ​ນີ້​ມີ​ຊື່​ວ່າ ມັງ​ຄຸດ ໄດ້​ພາ​ໃຫ້​ມີ​ຄຳ​ຖາມ​ກ່ຽວ​ກັບຂອບ​ເຂດ​ຄວາມ​ຄົງ​ທົນ​ໃນ​ການ​ກໍ່​ສ້າງ​ບ້ານ​ເຮືອນຢູ່​ໃນ​ເຂດ​ທີ່​ລົມ​ພາ​ຍຸ​ມັກ​ພັດ​ເຂົ້າ​ຖະ​ຫຼົ່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG