ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ເສຍ​ຊີ​ວິດ ໃນ​ການ​ປະ​ທ້ວງ ຕໍ່​ຕ້ານກ​ົດ​ໝາຍ ໃຫ້​ສັນ​ຊາດ ສະ​ບັບ​ໃໝ່ ຢູ່​ອິນ​ເດຍ


ຊາວ​ອິນ​ເດຍ​ແກວ່ງ​ກ້ອນ​ຫີນ​ໃສ່​ລົດ​ຕຳ​ຫຼວດ ໃນ​ລະ​ຫວ່າງ​ການ​ປະ​ທ້ວ​ງ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ​ສະ​ບັບ​ໃໝ່ ເມື່ອ​ວັນ​ທີ 19 ທັນ​ວາ 2019.
ຊາວ​ອິນ​ເດຍ​ແກວ່ງ​ກ້ອນ​ຫີນ​ໃສ່​ລົດ​ຕຳ​ຫຼວດ ໃນ​ລະ​ຫວ່າງ​ການ​ປະ​ທ້ວ​ງ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ​ສະ​ບັບ​ໃໝ່ ເມື່ອ​ວັນ​ທີ 19 ທັນ​ວາ 2019.

ຕຳ​ຫຼວດ​ໄດ້​ຫ້າມ​ບໍ່​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ​ຢູ່​ໃນ​ຫຼາຍ​ເຂດ​ຂອງ​ນະ​ຄອນ​ຫຼວງ​ນິວ​ເດ​ລີ ແລະ​ຫົວ​ເມືອ​ງ​ອື່ນໆ​ ເປັນ​ມື້​ທີສາມ​ລຽນ​ຕິດ ​ໃນ​ວັນ​ສຸກມື້ນີ້ ແລະ​ຕັດ​ການ​ບໍ​ລິ​ການທາງ​ອິນ​ເຕີ ແນັດ ເພື່ອ​ພະ​ຍາ​ຍາມ​ຫາ​ທາງ​ຍຸ​ຕິ​ການ​ປະ​ທ້ວງ ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນນີ້ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 8 ຄົນ​ແລະ​ຖືກ​ຈັບ​ຫຼາຍກວ່າ 1,200 ຄົນ​.

ການ​ປະ​ທ້ວງ​ແມ່ນ​ແນ​ໃສ່​ກົດ​ໝາຍໃຫ້​ສັນ​ຊາດ​ສະ​ບັບ​ໃໝ່ ​ທີ່​ພວກ​ປະ​ທ້ວງ​ກ່າວ​ວ່າເປັນ​ໄພ​ຂົ່ມ​ຂູ່​ຕໍ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອິນ​ເດຍ​ທີ່​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ຫຍຸ້ງກ່ຽວ​ໃນ​ດ້ານ​ສາ​ສະ​ໜາ​ ເພື່ອ​ເຫັນ​ພ້ອມ​ກັບ ​ການ​ນັບ​ຖື​ສາ​ສະ​ໜາ​ຮິ​ນ​ດູ​ຂອງ​ປະ​ເທດນັ້ນ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ພວມ​ມີ​ການ​ວາງ​ແຜນ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ ໃນ​ຂະ​ນະ​ທີ່​ມີ​ການ​ຄັດ​ຄ້ານ​ຕໍ່​ກົດ​ໝາຍ​ສະ​ບັບ​ໃໝ່ຊຶ່ງ​ຈະ​ສະ​ໜອ​ງ​ເສັ້ນ​ທາງ​ໃນ​ການ​ຂໍ​ສັນ​ຊາດ ໄດ້​ມີ​ການ​ຂ​ະ​ຫຍາຍ​ວົງ​ກວ້າງ​ອອກ​ຢ່າງວ່ອງ​ໄວ ຈາກ​ມະ​ຫາວິ​ທະ​ຍາ​ໄລ​ມຸ​ສ​ລິມ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຊຸມ​ຊົນ ໄປ​ສູ່​ພາກ​ສ່ວນ​ໃຫຍ່​ຂອງມະ​ຫາ​ຊົນ​ຊາວ​ອິນ​ເດຍ.

ໃນ​ຂະ​ນະ​ທີ່​ບາງ​ຄົນ​ມອງ​ເຫັນ​ວ່າ ກົດໝາຍ​ສະ​ບັບ​ນີ້​ມີ​ການ​ຕໍ່​ຕ້ານ​ຊາວ​ມຸ​ສ​ລິມ​ຢູ່ໜ້ອຍ​ນຶ່ງ ແຕ່​ຄົນ​ອື່ນໆ ຮວມ​ທັງ​ພວກ​ນິ​ຍົມ​ແນວ​ທາງ​ເດີມ​ຈາກ​ສາ​ສະ​ໜາ​ຮິນ​ດູໃນ​ພັກ​ບາ​ຣາ​ຕີ​ຢາ​ຈາ​ນາ​ຕາ ຫຼື BJP ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ເຣັນ​ດ​ຣາ ໂມ​ດີ ເອງນັ້ນ ຢ້ານ​ວ່າ ມັນ​ຈະ​ເປັນ​ການ​ຊຸກ​ຍູ້​ໃຫ້​ຜູ້​ຄົນ ​ຍົກ​ຍ້າຍ​ເຂົ້າ​ໄປ​ຢູ່ ​ໃນ​ປະ​ເທດ​ອິນ​ເດຍບ່ອນ​ທີ່​ການໃຫ້​ບໍ​ລິ​ການ​ຕໍ່​ສາ​ທາ​ລະ​ນະ​ຊົນ 1 ພັນ 300 ລ້ານຄົນ​ແມ່ນ​ຫຍຸ້ງ​ຍາກຢູ່​ພໍ​ແຮງ​ແລ້ວ.

ທ່ານ​ໄມ​ໂກ ກູ​ແກ​ລ​ແມນ ຮອງ​ຜູ້​ອຳ​ນວຍ​ການ ໂຄງ​ການ​ເອ​ເຊຍ ຢູ່​ສູນ​ກາງວິ​ລ​ສັນ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດກ່າ​ວ​ວ່າ “ໃນ​ຄວາມ​ເປັນ​ຈິງ​ແລ້ວ ສະ​ມາຊິກ​ບາງ​ຄົນ​ຢູ່​ໃນ​ຖັນ​ແຖວຂອງ ພັກ BJP ເອງຊຶ່ງ​ເປັນ​ຜູ້​ທີ່​ພັກ​ຊອກ​ຫາ​ຊ່ອງ​ທາງໃຫ້​ການ​ຊ່ວຍ​ເຫຼືອນັ້ນ ກໍ​ມີ​ຄວາມ​ຄັດ​ຄ້ານ​ຕໍ່​ກົດ​ໝາຍ​ສະ​ບັບ​ນີ້.”

ທ່ານ​ກູ​ແກ​ລ​ແມນ ກ່າວ​ຕື່ມ​ວ່າ ຄວາມ​ບໍ່​ສາ​ມາດ​ຂອງ​ລັດ​ຖະ​ບານ​ທີ່​ຈະ​ຮັບ​ມື​ກັບການ​ປະ​ທ້ວງ ນອກ​ເໜືອ​ໄປ​ຈາກ​ກ່າວ​ຫາ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ວ່າ ເປັນ​ຜູ້​ຍຸຍົງ​ພວກ​ເຂົາ​ແລ້ວນັ້ນ ແມ່ນ “ມີ​ທ່າ​ທາງວ່າ​ຈະ​ເຮັດ​ໃຫ້​ມີ​ການ​ປະ​ທ້ວງ​ຫຼາຍ​ຂຶ້ນຕື່ມ.”

ກົດ​ໝາຍ​ໄດ້​ຫ້າມ​ບໍ່​ໃຫ້​ຜູ້​ຄົນ​ໂຮມ​ຊຸມ​ນຸມ​ກັນ​ຫຼາຍກວ່າ 4 ຄົນ ໄດ້​ມີ​ການ​ປະ​ກາດ​ໃຊ້​ໃນ​ມື້​ທີ 3 ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ນະ​ຄອນ​ຫຼວງ​ນິວ​ເດ​ລີຕະ​ຫຼອດ​ທັງ​ຫຼາຍໆ​ຫົວເມືອງ​ໃນ​ລັດ​ອັ​ສ​ສຳ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ແລະ​ລັດ​ອຸດ​ຕາປ​ຣ​ະ​ເທດ ບ່ອນ​ທີ່​ຄົນ​ຍູ້​ລໍ້ລົດ​ແກ່​ໄດ້​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ທີ່​ເມືອງ​ລັກ​ນາວ ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ລັດ​ດັ່ງ​ກ່າວ.

ມາ​ຮອດ​ເວ​ລານີ້ ມີ​ລາຍ​ງານ​ວ່າ ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ແມ່​ນ​ມີ 8 ຄົນ​ແລ້ວ ຮວມ​ທັງ 5 ຄົນ​ຢູ່​ໃນ​ລັດ​ອັ​ສ​ສຳ ແລະ 2 ຄົນ​ທີ່​ລັດ​ຄາ​ນາ​ຕາ​ກ້າ ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG