ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເຫັນ​ຕ່າງ​ກັນ ໃນ​ເລື້ອງ​ຟ້ອງ​ຮ້ອງ ​​ປະ​ທາ​ນາ​ທິ​ບໍດີ ສະ​ທ້ອນ​ໃຫ້​ເຫັນ ຄວາມ​ແຕກ​ແຍກ​ກັນ​ ທາງ​ການ​ເມືອງ​ ​ຂອງ​ຊາວ​ອາ​ເມ​ຣິ​ກັນ


Congressional Leaders Debate Next Steps After Trump Impeachment
please wait

No media source currently available

0:00 0:02:09 0:00

ຜູ້​ນຳ​ໃນ​ລັດ​ຖະ​ສະ​ພາ ກຳ​ລັງ​ສົນ​ທະ​ນາ​ກັນ ກ່ຽວ​ກັບ​ຂັ້ນ​ຕອນ​ຕໍ່​ໄປ ຫລັງ​ຈາກ​ໄດ້ ຟ້ອງ​ຮ້ອງທ່ານ​ທ​ຣຳ​ແລ້ວ

ກາ​ນ​ລົງ​ຄະ​ແນນ​ສຽງຂອງສະ​ພາ​ຕ່ຳສະ​ຫະ​ລັດ ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ວັນ​ພຸດຜ່ານ​ມາ ໄດ້ເຮັດ​ໃຫ້ມີ​ການ​ແ​ບ່ງ​ແຍກ​ກັນ​ຢູ່ຕາມ ເສັ້ນ​ແບ່ງຂອງພັກ ຊຶ່​ງ​ສະ​ທ້ອນ​ໃຫ້​ເຫັນ​ການ​ແຕກແຍກ​ກັນ​ຢ່າງ​ເລິກ​ເຊິ່ງ​ຢູ່​ໃນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ກ່ຽວ​ກັບ​ປະ​ທາ​ນາ​ທິ​ບໍ​ດີທ່ານນີ້ ນັບ​ຕັ້ງ​ແຕ່ທ່ານໄດ້​ຂຶ້ນ​ກຳ​ຕຳ​ແໜ່ງເປັນ​ຕົ້ນ​ມາ​.

ການ​ຢັ່ງ​ຫາງ​ສຽງ​ສາ​ທາ​ລະ​ນະ​ຊົນລະ​ດັບ​ຊາດ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ແບ່ງ​ໃນ​ອັດ​ຕາ​ສ່ວນເທົ່າ​ກັນ​ຢູ່ ກ່ຽວກັບ​ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ, ຊຶ່ງໄດ້​ປ່ຽນ​ໄປ​ໜ້ອຍ​ນຶ່ງນັບ​ຕັ້ງແຕ່ ຂັ້ນ​ຕອນ​ດັ່ງ​ກ່າວເລີ້ມ​ຂຶ້ນ. ອີງ​ຕາມ​ການ​ສຳ​ຫລວດ​ເມື່ອ​ມໍ່ໆ​ມານີ້ ຂອງອົງ​ການ​ຂ່າວ NBC/Wall Street Journal ສະ​ແດງ​ໃຫ້​ເຫັນ​ວ່າ 48 ເປີ​ເຊັນ ​ຂອງ​ພວກ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫລວດ ແມ່ນເຫັນ​ດີ​ນຳ​ການ​ດຳ​ເນີນ​ຂັ້ນ​ຕອນ​ຟ້ອງ​ຮ້ອງ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ມີ​ຄົນ​ບໍ່​ເຫັນ​ດີຕໍ່ການ​ເຮັດ​ແນວ ນັ້ນໃນ​ອັດ​ຕາ​ສ່ວນ​ເທົ່າ​ກັນ. ຕົວ​ເລກ​ເຫລົ່າ​ນີ້ ໄດ້​ສະ​ທ້ອນ​ໃຫ້​ເຫັນຄື​ກັນກັບ​ການ​ໃຫ້​ຄະ​ແນນ​ເຫັນ​ດີ​ນຳທ່ານປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ການ​ເໜັງ​ຕີງ​ຂຶ້ນ​ລົງ​ເລັກ​ໜ້ອຍ ນັບ​ຕັ້ງ​ແຕ່ມື້​ທຳ​ອິດ​ທີ່ທ່ານໄດ້​ຂຶ້ນ​ກຳ​ຕຳ​ແໜ່ງ​ມາ​.

ສຳ​ລັບ​ພວກ​ທີ່​ຕຳ​ໜິ ແລະ​ສະ​ໜັບ​ສະ​ໜຸນທ່ານປະ​ທາ​ນາ​ທິ​ບໍ​ດີຫລາຍ​ທີ່​ສຸດ ​ຈຳ​ນວນ​ນຶ່ງແລ້ວ, ການ​ຟ້ອງ​ຮ້ອງທ່ານປະ​ທາ​ນາ​ທິ​ບໍ​ດີ ເປັນ​ໂອ​ກາດດີ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນຂອງຕົນ​ອອກ​ມາ​ຢ່າງເປີດ​ເຜີຍ​ຢູ່ນອກ​ຕຶກ​ລັດ​ຖະ​ສະ​ພາ ໃນ​ຂະ​ນະ​ທີ່​ການ​ລົງ​ຄະ​ແນນ​ສຽງກ່ຽວ​ກັບການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ດຳ​ເນີນ​ໄປ​ຢູ່.

"ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ການ​ຂີ້​ຕົວະ, ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ການ​ຫລອກ​ລວງ, ຂ້ອຍ​ຄິດ​ວ່າ​ມັນທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ, ຂ້ອຍ​ຄິດ​ວ່າ​ມັນເຮັດ​ໃຫ້​ປະ​ເທດ​ເຮົາ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ, ຂ້ອຍ​ຄິດ​ວ່າ​ມັນເປັນ​ການ​ຟ້ອງ​ຮ້ອງ​ທີ່ບໍ່​ຖືກ​ຕ້ອງ​ອີ່​ຫລີ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານມາກ ແຄມ​ຟ໌ (Mark Kampf), ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ​ຄົນ​ນຶ່ງ ຈາກ​ລັດ​ເນ​ວາ​ດາ ທີ່​ກ່າວ​ປະ​ນາມ​ສິ່ງ​ທີ່​ທ່ານ​ຖື​ວ່າເປັນ ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຍ້ອນ​ເຫດ​ຜົນ​ທາງ​ການ​ເມືອງ.

ແຕ່ຢ່າງ​ໃດ​ກໍ​ດີ ​ທ່ານນາງພາ​ກີ ວີ​ແລນ​ດ໌ (Paki Wieland) ທີ່​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ຮຽກ​ຮ້ອງ​ໃຫ້​ປົດປະ​ທາ​ນາ​ທິ​ບໍ​ດີທ​ຣຳລົງ​ຈາກ​ຕຳ​ແໜ່ງ​ກັບ​ເວົ້າ​ວ່າ: “ປະ​ທາ​ນາ​ທິ​ບໍ​ດີຄົນ​ນີ້ ໄດ້​ລະ​ເມີດ​ກົດ​ໝາຍ​ຫລາຍ​ຢ່າງ​ຂະ​ໜາດ​ເລີຍ ແລະ​ພວກ​ເຮົາ​ຕ້ອງ​ໄດ້​ໃຫ້​ເພິ່ນ​ຮັບ​ຜິດ​ຊອບຕໍ່​ການ​ກະ​ທຳ​ຂອງ​ເພິ່ນ. ແລະ​ບອກ​ເພິ່ນ ແລະ​ບອກ​ໃຫ້​ໂລກ​ຮູ້​ວ່າ ບໍ່​ມີ​ໃຜ​ຢູ່​ເໜືອ​ກົດ​ໝາຍ​ໄດ້." ນາງ​ຍັງໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ອີກວ່າ ການ​ເຫັນ​ແກ່ແຕ່​ພັກ​ຂອງ​ຕົນເທົ່າ​ນັ້ນ​ຂອງ​ພັກຣີ​ພັບ​ບ​ລິ​ກັນ ກຳ​ລັງ​ບ່ອນ​ທຳ​ລາຍລະ​ບົບ​ການ​ປົກ​ຄອງ​ແບບ​ມີປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ.

ທ່ານນາງວີ​ແລນ​ດ໌ກ່າວ​ຕໍ່​ໄປ​ວ່າ "ຂ້ອຍ​ໄດ້ມາ​ທີ່ນີ້ເພື່ອ​ຟ້ອງ​ຮ້ອງ​ທ່ານ​ນິກ​ສັນ. ສະ​ມາ​ຊິກ​ພັກ​ຂອງ​ທ່ານບໍ່​ໄດ້​ເຫັນ​ແກ່ແຕ່ພັກ​ຂອງ​ຕົນ​ເອງ​ເທົ່າ​ກັນ​ກັບພັກຣີ​ພັບ​ ບ​ລິ​ກັນ​ທຸກມື້ນີ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG