ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ສະ​ໝັກ ປະ​ທາ​ນາ​ທິ​ບໍ​ດີ ຂອງ​ພັກ​ເດ​ໂມ​ແຄ​ຣັດ ພາ​ກັນ​ໂຈມ​ຕີ ທ່ານ​ທ​ຣຳ​ວ່າ ຄໍ​ຣັບ​ຊັ່ນ


ຜູ​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແຕ່​ຊ້າຍ​ຫາ​ຂວາ: ທ່ານແອນດ​ຣູ ຢັງ, ທ່ານ​ພີດ ບຸດ​ຕີ​ເຈັດ, ​ທ່ານ​ນາງເອ​ລີ​ຊາ​ເບັດ ວໍ​ເ​ຣັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍໂຈ ໄບ​ເດັນ, ທ່ານເບ​ນີ ແຊນ​ເດີ​ສ໌, ທ.ນ. ເອ​ມີ ໂກ​ລ​ບູ​ຊາ, ​ແລະ​ນັກ​ທຸ​ລະ​ກິດທອມ ສ​ເຕ​ເຢີ, ວັນທີ​ 19 ທັນ​ວາ 2019.
ຜູ​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແຕ່​ຊ້າຍ​ຫາ​ຂວາ: ທ່ານແອນດ​ຣູ ຢັງ, ທ່ານ​ພີດ ບຸດ​ຕີ​ເຈັດ, ​ທ່ານ​ນາງເອ​ລີ​ຊາ​ເບັດ ວໍ​ເ​ຣັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍໂຈ ໄບ​ເດັນ, ທ່ານເບ​ນີ ແຊນ​ເດີ​ສ໌, ທ.ນ. ເອ​ມີ ໂກ​ລ​ບູ​ຊາ, ​ແລະ​ນັກ​ທຸ​ລະ​ກິດທອມ ສ​ເຕ​ເຢີ, ວັນທີ​ 19 ທັນ​ວາ 2019.

ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ຄະ​ແນນ​ນຳ​ໜ້າ 7 ຄົນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ປະ​ເຊີນ​ໜ້າ​ກັນ​ໃນ​ການ​ໂຕ້​ວາ​ທີ​ໃນ​ແລງວັນ​ພະ​ຫັດ​ວານນີ້ໂດຍ​ມີ​ການ​ໂຈມ​ຕີຢ່າງວ່ອງ​ໄວ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ຫາ​ກໍ​ຖືກ​ຟ້ອງ​ຮ້ອງນັ້ນ​ວ່າ​ ເປັນປະ​ທາ​ນາ​ທິ​ບໍ​ດີ​ທີ່ຄໍ​ຣັບ​ຊັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ.

ຜູ້​ທ້າ​ທາຍ​ທັງ​ໝົດ ​ຊຶ່ງ​ຕ່າງ​ກໍ​ຢາກ​ເປັນ​ຜູ້​ທີ່ໄດ້​ຮັບ ​ການ​ສະ​ເໜີ​ຊື່​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ແຂ່ງ​ຂັນ​ກັບ​ທ່ານ​ທ​ຣຳໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ຄັ້ງ​ຕໍ່​ໄປ​ນັ້ນ ກ່າວ​ວ່າ ພວກ​ຕົນ​ສະ​ໜັບ​ສະ​ໜຸນ​ການ​ລົງ​ຄະ​ແນນ​ສຽງໃນ​ການ​ຟ້ອງ​ຮ້ອງ​ສອງ​ຂໍ້​ຂອງ​ສະ​ພາ​ຕ່ຳ ໃນ​ໄລ​ຍະ 24 ຊົ່ວ​ໂມງ​ຜ່ານ​ມາ ທີ່​ກ່າວ​ຫາ​ທ່ານ​ທ​ຣຳ​ວ່າໃຊ້​ອຳນາດ​ປະ​ທາ​ນາ​ທິ​ບໍ​ດີ​ໄປ​ໃນ​ທາງ​ຜິດ ເພື່ອ​ໃຫ້​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເມືອງ​ແກ່​ທ່ານ​ເອງ ແລະຂັດ​ຂວາງ​ການ​ສືບ​ສວນ​ຂອງ​ລັດ​ຖະ​ສະ​ພາ.

ທ່ານ​ໂຈ ໄບ​ເດັນ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທີ່​ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ​ມາ​ໂດຍ​ຕະ​ຫຼອດ ໃນ​ການ​ຢັ່ງ​ຫາງ​ສຽງ​ທົ່ວ​ປະ​ເທດເພື່ອ​ໃຫ້​ໄດ້​ເປັນ​ຜູ້​ທີ່​ພັກ​ສະ​ເໜີຊື່​ແຕ່ງ​ຕັ້ງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ “ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຟື້ນ​ຟູ​ ກຽດ​ສັກ​ສີ​ຂອງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.” ໃນ​ເວ​ລາ​ຕໍ່​ມາ ທ່ານ​ໄບ​ເດັນ​ກໍ​ໄດ້​ໃຫ້​ຄວາມເຫັນ​ກ່ຽວ​ກັບ​ການ​ແບ່ງ​ແຍກ​ທາງ​ດ້ານ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ ຢູ່​ໃນ​ສະ​ຫະ​ລັດລະ​ຫວ່າງ​ພັກ​ຣີ​ພັບ​ບ​ລີ​ກັນແລະ​ພັກ​ເດ​ໂມ​ແຄ​ຣັດ ທີ່​ໄດ້​ຂະ​ຫຍາຍ​ວົງ​ກວ້າງ​ອອກໃນ​ໄລ​ຍະ​ສາມ​ປີ​ຜ່ານ​ມາ ​ຫຼັງ​ຈາກ​ທ່ານ​ທ​ຣຳ​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ​ກ່າວວ່າ ທ່ານ​ຂໍ​ປະ​ຕິ​ເສດ “ທີ່​ຈະ​ຮັບ​ເອົາ​ຄຳ​ເວົ້າ​ທີ່​ວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ຄືນດີ​ກັນ​ໄດ້​ອີກ​ແລ້ວ.”

ສະ​ມາ​ຊິກ​ສະ​ພາ​ສູງ​ເບີ​ນີ ແຊນ​ເດີ​ຣ໌ ຈາກ​ລັດ​ເວີ​ມັນ​ທ໌ ທີ່​ພັນ​ລະ​ນາ​ຕົນ​ເອງວ່າ ເປັນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ສັງ​ຄົມ​ນິ​ຍົມຊຶ່ງ​ມີ​ຄະ​ແນນ​ສຽງ​ເປັນ​ທີ​ສອງ​ຮອງຈາກ​ທ່ານ​ໄບ​ເດັນ​ໃນ​ການ​ຢັ່ງ​ຫາງ​ສຽງ​ຫຼາຍໆ​ຄັ້ງ ເອີ້ນ​ທ່ານ​ທ​ຣຳ​ວ່​າ “ເປັນ​ຄົນຂີ້​ຕົວະ​ທີ່​ຜິດ​ທຳ​ມະ​ດາ” ຜູ້​ທີ່​ໄດ້ “ຂາຍ​ຊົ້ນ​ຊັ້ນ​ກຳ​ມະ​ການ​ຂອງ​ປະ​ເທດນີ້.”

ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ລີ​ຊາ​ເບັດ ວໍ​ເຣັນ ​ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສກ່າວ​ເຖິງ​ທ່ານທ​ຣຳ​ວ່າ “ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຄໍ​ຣັບ​ຊັ່ນ​ຫຼາຍ​ທີ່​ສຸດ​ໃນ​ສັດ​ຕະ​ວັດ​ນີ້.”

ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ມີ ໂກ​ລ​ບູ​ຊາ ຈາກ​ລັດ​ມິນ​ເນ​ໂຊ​ຕ້າ​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ບໍ່​ແມ່ນ​ກະ​ສັດ​ຢູ່​ໃນ​ອາ​ເມ​ຣິ​ກາ.” ທ່ານ​ນາງ​ໄດ້​ສົມ​ທຽບ​ການ​ກະ​ທຳ​ຂອງ​ທ່ານທ​ຣຳ ທີ່​ໄດ້​ຮ້ອງ​ຂໍ​ໃຫ້​ຢູ​ເຄ​ຣນ​ສືບ​ສວນ​ທ່ານ​ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ທ່ານນັ້ນໃສ່​ຄະ​ດີ​ວໍ​ເຕີ​ເກດ ຊຶ່ງ​ເປັນ​ຄະ​ດີ​ຄໍ​ຣັບ​ຊັນ​ທາງ​ການ​ເມືອງ​ທີ່​ເປັນ​ຂ່າວນອງ​ນັນ​ໃນຊຸມ​ປີ 1970 ທີ່​ນຳ​ໄປ​ສູ່​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣີ​ເຈີດ ນິກ​ສັນ ໃນ​ຂະ​ນະ​ທີ່​ທ່ານ​ພວມ​ປະ​ເຊີນ​ກັບ​ການ​ຖືກ​ຟ້ອງ​ຮ້ອງ​ຢູ່ນັ້ນ.

ສ່ວນ​ເຈົ້າ​ເມືອງໆ​ເຊົາ​ເບັນ ໃນ​ລັດ​ອິນ​ດຽນ​ນາ ທ່ານ​ພີດ ບຸດ​ຕີ​ເຈັດ ກ່າວ​ວ່າ ທ່ານທ​ຣຳ “ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ຈະ​ບໍ່​ຍອມ​ຢຸດ​ເຊົາ​ເລີຍທີ່​ຈະ​ກຳ​ອຳ​ນາດ​ຕໍ່​ໄປ.”

ບັນ​ດາ​ຜູ້​ສະ​ໝັກ ພາ​ກັນ​ຢືນ​ຢູ່​ເທິງ​ເວ​ທີ​ໂຕ້​ວາ​ທີ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ຕ່າງ​ກໍ​ແນ​ໃສ່​ການ​ໂຈມ​ຕີ​ແບບ​ທີ່​ເຄີຍ​ເຮັດ​ມາ ຕໍ່​ທ່ານ​ທ​ຣຳ​ວ່​າເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ພວກ​ທ່ານ ຊຶ່ງ​ໃນ​ບາງ​ຄັ້ງ​ບາງ​ຄາວ ກໍ​ກ່າວ​ໂຈມ​ຕີ​ກັນ​ແລະ​ກັນ. ທ່ານ​ໄບ​ເດັນ​ແລະ​ທ່ານ​ແຊນ​ເດີ​ສ໌ ຊຶ່ງ​ຢືນ​ຢູ່​ໃກ້ໆ​ກັນ​ນັ້ນ ໄດ້​ຖົກ​ຖຽງ​ກັນ​ຢ່າງ​ໃຫຍ່​ ກ່ຽວ​ກັບ​ເລື້ອງການ​ຮັກ​ສາ​ສຸ​ຂະ​ພາບ ຊຶ່ງ​ທ່ານ​ແຊນ​ເດີ​ຣ໌ໄດ້​ກ່າວ​ປົກ​ປ້ອງ​ຂໍ້​ສະ​ເໜີ​ຂອງທ່ານ ໃນ​ໂຄງ​ການ​ປະ​ກັນ​ໄພ​ສຸ​ຂະ​ພາບ​ທີ່​ລັດ​ຖະ​ບານ​ເປັນ​ຜູ້​ບໍ​ລິ​ຫານ​ງານ​ສຳລັບ​ທຸກໆ​ຄົນ ໃນ​ຂະ​ນະ​ທີ່​ທ່ານ​ໄບ​ເດັນ ຍັງ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ເອົາ​ມາດຕະ​ການ​ປ​ະ​ຕິ​ຮູບເພີ້ມ​ຕື່ ທີ່​ຈະ​ອຳ​ນວຍ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ​ເຂົ້າ​ຮ່ວມ​ໃນ​ແຜນ​ການຂອງ​ລັດ​ຖະ​ບານ​ໄດ້ ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ຕ້ອງ​ການ​ຢາກ​ເຮັດ​ແບບນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG